ຄວາມຫາຍະນະຈາກອຸທົກກະໄພ ເປັນບົດຮຽນໃຫ້ເຮົາຜ່ານມາຫລາຍ ບໍ່ຄວນລະເຫລີງໃຈ

ໂດຍ: ທິດກໍ່າ
ກ່າວເຖິງຟ້າຝົນຊົນລະທາໃນປີ 2022 ນີ້ ເຫັນວ່າມີຝົນຕົກໃນທຸກທ້ອງຖິ່ນເຂດແຂວງ, ຕ່າງແຕ່ວ່າມີບ່ອນຕົກຫລາຍຕົກໜ້ອຍ. ໃນຕົ້ນລະດູຝົນສະພາບຟ້າຝົນໄດ້ຕົກດີຢູ່ພາກກາງ ແລະ ພາກໃຕ້ຂອງລາວເຮົາ. ສະເພາະຢູ່ຂອບເຂດນະຄອນຫລວງວຽງຈັນປີນີ້ຝົນຕົກດີຕະຫລອດການ ອັນໄດ້ສ້າງເງື່ອນໄຂໃຫ້ຊາວກະສິກອນໄດ້ປັກດຳເຂົ້ານາປີທັນລະດູການ ຫາກເຕັມທີ່ແຕ່ຢູ່ສີ່ຫ້າຕົວເມືອງກະໂຕນະຄອນຫລວງວຽງຈັນ ເປັນຕົ້ນເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ໄຊເສດຖາ, ໄຊທານີ ແລະ ສີສັດຕະນາກ ຝົນໜໍ່າລົງມາຍາມໃດມີນ້ຳຖ້ວມອັ່ງຂັງຕາມຖະໜົນຫົນທາງ, ຕາມຄຸ້ມບ້ານ ເຮັດໃຫ້ການສັນຈອນໄປມາເປັນອຳມະພາດຫລາຍຊົ່ວໂມງ ຫລື ບາງບ່ອນກໍເປັນມື້ສອງມື້ນ້ຳຈຶ່ງຫລຸດລົງຕາມສະພາບໜ້ອຍ ຫລື ຫລາຍ.
ຊ່ວງຕົ້ນປີ 2022 ສະເພາະພາກໃຕ້ນັບແຕ່ສາລະວັນລົງໄປຫາແຂວງເຊກອງ, ອັດຕະປື ປີນີ້ກໍຖືກຜົນກະທົບຈາກຝົນຕົກໜັກ ເຮັດໃຫ້ນ້ຳຊຸທັ່ງໄຫລຖ້ວມຖະໜົນຫົນທາງ, ບາງບ່ອນຂົວເປ່ເພ, ທາງຂາດ, ພື້ນຖານການຜະລິດຂອງປະຊາຊົນບັນດາເຜົ່າໄດ້ຮັບຜົນກະທົບບໍ່ໜ້ອຍ ໃນນີ້ໜັກກວ່າໝູ່ແມ່ນແຂວງສາລະວັນໄປຮອດເຊກອງ.
ສ່ວນພາກເໜືອປີນີ້ເຫັນວ່າຝົນຕົກໜັກໜ່ວງຫລາຍ ເພາະໄດ້ຮັບຜົນກະທົບຈາກພາຍຸມາອອນໃນວັນທີ 26 ສິງຫາ 2022. ແຂວງທີ່ໄດ້ຮັບຜົນກະທົບໜັກກໍແມ່ນອຸດົມໄຊ ຈົນເຮັດໃຫ້ 4 ເມືອງ ຄືເມືອງໄຊ, ເມືອງນາໝໍ້, ເມືອງຫລາ ແລະ ເມືອງງາຖືກນ້ຳຖ້ວມຊຸທັ່ງແບບກະທັນຫັນຢ່າງໄວວາ ປະຊາຊົນ 2.000 ຄົນໄດ້ຮັບຜົນກະທົບໄປຕາມໆກັນ.
ຈາກເຫດການພາຍຸມາອອນໄດ້ສ້າງຄວາມຫາຍຍານະໃຫ້ສີ່ຕົວເມືອງທີ່ກ່າວມາຢ່າງໜັກໜ່ວງ, ນ້ຳໄດ້ໄຫລທະລຸຊຸທັ່ງຮຸນແຮງເອົາເຮືອນຊານບ້ານຊ່ອງ, ຕຶກຫ້າງຮ້ານ, ຖຽງໄຮ່ຖຽງນາ ແລະ ພື້ນຖານການຜະລິດຂອງປະຊາຊົນທີ່ຢູ່ລຽບແຄມນ້ຳກໍເມືອງໄຊ, ນ້ຳພາກເມືອງຫລາ, ນ້ຳແຊເມືອງນາໝໍ້, ນ້ຳຫ້ວຍຊານເມືອງງາ ເຮັດໃຫ້ລະບົບໄຟຟ້າ, ນ້ຳປະປາ ແລະ ການສື່ສານກໍບໍ່ສາມາດໃຊ້ການໄດ້ ເຊິ່ງຜ່ານການສຳຫລວດໃນເບື້ອງຕົ້ນໃຫ້ຮູ້ວ່າ: ມີ 4 ເມືອງ, 25 ບ້ານ, 469 ຫລັງຄາເຮືອນ, ມີພົນລະເມືອງ 2.324 ຄົນ, ມີ 2 ຄົນເສຍຊີວິດ, ບາດເຈັບ 3 ຄົນ 58 ຫລັງຄາເຮືອນຖືກນ້ຳຊຸທັ່ງໄຫລໄປນຳນ້ຳ ແລະ 66 ຫລັງຄາເຮືອນໄດ້ຮັບຜົນກະທົບໜັກ, ເລົ້າເຂົ້າ 23 ເລົ້າໄດ້ໄຫລໄປກັບນ້ຳ. ນອກນັ້ນ ຍັງມີເສົາໄຟຟ້າຂະໜາດ 12 ແມັດເສຍຫາຍ 300 ກວ່າຕົ້ນ, ດອກກັນໄຟເສຍຫາຍ 327 ດອກ, ສາຍໄຟ 24.900 ແມັດ, ເສັ້ນທາງຖືກຕັດຂາດ, ຂົວຖືກຕັດ ແລະ ເປ່ເພ 11 ແຫ່ງ. ນີ້ຄືຄວາມຫາຍຍານະຈາກພາຍຸແບບມື້ໜຶ່ງຍາມດຽວໃນວັນທີ 25-26 ສິງຫາ 2022 ຜ່ານມານີ້ເອງ.
ແນວໃດກໍດີ, ສິ່ງທີ່ເຮົາບໍ່ຄວນຫລະເຫລີງໃຈນັ້ນກໍຄືບໍ່ຄວນຖືເບົາຕໍ່ຟ້າຝົນຊົນລະທາໃນລະດູການນີ້ ມັນບໍ່ຄືຍຸກເກົ່າສະໄໝພໍ່ແມ່ປູ່ຍ່າຕານາຍເຮົາ, ດິນຟ້າອາກາດມັນກໍນັບມື້ມີການປ່ຽນແປງ. ນອກຈາກນັ້ນ ທຳມະຊາດ ແລະ ສິ່ງແວດລ້ອມອ້ອມຂ້າງກໍນັບມື້ກຸດຫ້ຽນ ຍ້ອນບ້ານເມືອງມີການສ້າງສາພັດທະນາໄປຕິກໆ ໂດຍສະເພາະແມ່ນຜູ້ທີ່ມີບ້ານເຮືອນເລາະຕາມສາຍແມ່ນ້ຳລຳເຊ, ທາງທີ່ດີທີ່ສຸດເມື່ອຮອດຍາມລະດູຝົນພວກເຮົາຕ້ອງໝັ່ນຕິດຕາມສະພາບດິນຟ້າອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດນັ້ນລະຈຶ່ງປອດໄພແກ່ຊີວິດ ແລະ ຊັບສິນຂອງເຮົາເອງ ແລະ ປະເທດຊາດ. ກົງກັນຂ້າມ ຖ້າລະເຫລີງໃຈໄພອັນຕະລາຍທີ່ບໍ່ຄາດຄິດກໍຈະມາເຖິງຕົວເຮົາຢ່າງແນ່ນອນ.

