ປະເພນີດັ້ງເດີມ ທີ່ສາມາດສຳພັດໄດ້ໃນບຸນນະມັດສະການພະທາດຫລວງວຽງຈັນ

ບໍ່ວ່າແຕ່ຄົນລາວເຮົາ ຫລື ຄົນຕ່າງຊາດ ລ້ວນຮູ້ດີວ່າ: ນະຄອນຫລວງວຽງຈັນ ເປັນດິນແດນແຫ່ງປະຫວັດສາດ ໂດຍສະຖາປັດຕະຍາກຳຕ່າງໆຄືຫລັກຖານທີ່ບອກເລື່ອງໃນອະດີດໄດ້ຢ່າງະແຈ້ງ ຫລື ປະເພນີດັ້ງເດີມທີ່ສຳພັດໄດ້ ແລະ ສືບທອດມາຢ່າງຍາວນານຈົນເຖິງປັດຈຸບັນນີ້.

ເມື່ອເວົ້າເຖິງສະຖາປັດຕະຍາກຳທີ່ໂດດເດັ່ນຢູ່ນະຄອນຫລວງວຽງຈັນແລ້ວ ຕ້ອງໄດ້ເວົ້າເຖິງບຸນປະເພນີທີ່ບໍ່ມາສາມາດພາດໄປສຳພັດໄດ້ນັ້ນຄືບຸນນະມັດສະການພະທາດຫລວງ ຊຶ່ງເປັນປາງບຸນໃຫຍ່ ແລະ ສຳຄັນທີ່ສຸດ ໂດຍຈະຂຶ້ນໃນມື້ຂຶ້ນ 15 ຄໍ່າເດືອນ 12 ລາວ ແລະ ປີນີ້ຈະຈັດຂຶ້ນຢ່າງຍິ່ງໃຫຍ່ເຕັມຮູບແບບ ເປັນເວລາ 5 ມື້ 5 ຄືນແຕ່ວັນທີ 4-8 ພະຈິກ 2022. ຄວາມຈິງແລ້ວ ກິດຈະກຳຕ່າງໆທີ່ກາຍເປັນປະເພນີທັງຂາດບໍ່ໄດ້ສາມາດດຶງດູດພຸດທະສາສະນິກະຊົນລາວ ແລະ ຕ່າງປະເທດ ຊຶ່ງກິດຈະກຳຕົ້ນຕໍ ແລະ ສຳຄັນທີ່ສຸດມີການແຫ່ຜາສາດເຜິ້ງ ໂດຍປະເພນີນີ້ມາຈາກຄວາມເຊື່ອການສ້າງຜົນກຸສົນເພື່ອໃຫ້ໄດ້ໄປເກີດໃນພົບພູມໜ້າທີ່ດີ, ໝາຍວ່າການໄປເກີດຢູ່ເທິງສະຫວັນຈະມີບ່ອນຢູ່ທີ່ງົດງາມ ຫລື ຖ້າເກີດໃໝ່ໃນໂລກມະນຸດ ກໍມີແຕ່ຄວາມສຸກຄວາມມັ່ງຄັ່ງຮັ່ງມີ. ການຕີຄີ ເປັນປະເພນີທີ່ນິຍົມຫລິ້ນເພື່ອສະແດງໃຫ້ເຫັນເຖິງຄວາມສາມັກຄີຂອງຄົນລາວ ຊຶ່ງເປັນກິລາພື້ນເມືອງ ແລະ ຢູ່ຄູ່ກັບບຸນທາດຫລວງມາຢ່າງຍາວນານ. ການເຮັດບຸນໃສ່ບາດຕອນເຊົ້າ ຖືເປັນສັນຍະລັກສຳຄັນຂອງບຸນນະມັດສະການພະທາດຫລວງ, ສ່ວນກາງຄືນ ກໍມີການວຽນທຽນອ້ອມພະທາດ. ການວາງສະແດງ ແລະ ຈຳໜ່າຍສິນຄ້າພາຍໃນ ແລະ ຕ່າງປະເທດ ແລະ ກິດ ຈະກຳການສະແດງສິລະປະວັນນະຄະດີ.

ຈາກປະຫວັດສາດທີ່ຍາວນານຂອງປະເທດເຮົາ ແລະ ເຕັມປ່ຽມໄປດ້ວຍສະເໜ່ນັ້ນ ເຮັດໃຫ້ນັກທ່ອງທ່ຽວຕ່່າງປະເທດຫລັ່ງໄຫລເຂົ້າມາສຳພັດວັດທະນະທຳທີ່ງົດງາມ, ສະຖາປັດຕະຍາກຳທີ່ໂດດເດັ່ນ, ຄວາມມີນໍ້າໃຈຂອງຄົນລາວເຮົາ.