ມີຜູ້ເສຍຊີວິດຈາກກຸ່ມຕິດອາວຸດໂຈມຕີເກາະທ່ອງທ່ຽວຢູ່ຟີລິບປິນ
ມານິລາ 11 ເມສາ: ເຈົ້າໜ້າທີ່ຟີລິບປິນລາຍງານວ່າ: ມີຜູ້ເສຍຊີວິດ 5 ຄົນ ເຊິ່ງລວມທັງຕຳຫລວດຟີລິບປິນຈາກເຫດປະທະກັບຜູ້ຖືກສົງໄສວ່າເປັນສະມາຊິກກຸ່ມອາບູໄຊຍາບ 10 ຄົນ ຢູ່ເກາະໂບໂຮນ ສະຖານທີ່ຕາກອາກາດຂອງຟີລິບປິນ.
ໂຄສົກກອງທັບຟີລິບປິນຖະແຫລງຜ່ານທາງສະຖານີໂທລະພາບ ABS-CBN ຢູ່ນະຄອນຫລວງມານິລາວ່າ: ພົບ 5 ສົບໃນຈຸດເກີດເຫດປະທະກັນ ເປັນຕຳຫລວດຢ່າງໜ້ອຍ 1 ຄົນທີ່ເສຍຊີວິດຈາກການສູ້ຮົບ. ຖະແຫລງການລະບຸວ່າ: ກອງກຳລັງຮັກສາຄວາມໝັ້ນຄົງມີລາຍງານວ່າກຸ່ມຫົວຮຸນແຮງມີອາວຸດໜັກຄົບມື, ແຕ່ປັດຈຸບັນນີ້ຈົນມຸມແລ້ວ. ການບຸກໂຈມຕີເທື່ອນີ້ຖືເປັນເທື່ອທຳອິດຂອງກຸ່ມອາບູໄຊຍາບ ຢູ່ເກາະທ່ອງທ່ຽວ, ພາຍຫລັງຜ່ານມາມັກລັກພາຕົວປະກັນເພື່ອເອີ້ນຄ່າໄຖ່ ແລະ ສ່ວນຫລາຍມຸ່ງເປົ້າໝາຍໃສ່ຊາວຕ່າງປະເທດ. ນອກຈາກນີ້ ກຸ່ມອາບູໄຊຍາບ ເຊິ່ງໄດ້ປະກາດຈົງຮັກພັກດີຕໍ່ກຸ່ມລັດອິສລາມ (IS) ຍັງຖືກກ່າວຫາວ່າຢູ່ເບື້ອງຫລັງເຫດລະເບີດນອງເລືອດຫລາຍເທື່ອ.

