ຄວາມສວຍຄວາມງາມຂອງຄົນຍຸກໃໝ່ ກັບຄວາມສ່ຽງທີ່ຄາດເດົາໄດ້ຍາກ ຫາກຂາດມາດຕະຖານ ແລະ ລະບຽບການ

ຄວາມສວຍຄວາມງາມຂອງຄົນຍຸກໃໝ່ ກັບຄວາມສ່ຽງທີ່ຄາດເດົາໄດ້ຍາກ ຫາກຂາດມາດຕະຖານ ແລະ ລະບຽບການ

ໂດຍ: ທິດກໍ່າ ໃນຍຸກວິທະຍາສາດ ແລະ ເຕັກໂນໂລຊີທີ່ກ້າວໜ້າພັດທະນາໄປຢ່າງວ່ອງໄວ, ທຸກຢ່າງອາໄສເຕັກໂນໂລຊີ ແລະ ຄວາມຊ່ຽວຊານໃນຄວາມຮູ້ຄວາມສາມາດຂອງຄົນເຮົາ. ການປ່ຽນແປງຮູບໂສມປະໂນມພັນໄດ້ຕາມຄວາມມັກ ແລະ ຄວາມຕ້ອງການ. ຕົວຢ່າງຄົນຂີ້ຮ້າຍກໍແຕ່ງແປງໃຫ້ເປັນຄົນງາມໄດ້, ຈາກຄົນດໍາກໍໃຫ້ກາຍເປັນຄົນຂາວ, ດັງແໝບກໍສັນຍາກໍາເຮັດໃຫ້ເປັນດັງໂມ, ຄິ້ວບໍ່ກົງກໍເຮັດໃຫ້ມັນກົ່ງ, ແຂ້ວບໍ່ງາມກໍໄປດັດໄປເຕີມເສີມແຕ່ງໃຫ້ມັນງາມ ສາລະພັດຢ່າງທີ່ຄົນເຮົາຕ້ອງການ ເຊິ່ງທັງໝົດນັ້ນເອົາເອີ້ນວ່າ “ສັນຍະກຳ”. ການສັນຍາກໍາປ່ຽນຮູບໂສມ…

ການລະເມີດສັນຍາຂອງຜູ້ໄດ້ຮັບໂຄງການການຂຸດຄົ້ນບໍ່ແຮ່ ເປັນຜົນກະທົບຕໍ່ປະຊາຊົນ ແລະ ເສຍຜົນປະໂຫຍດຂອງຊາດ

ການລະເມີດສັນຍາຂອງຜູ້ໄດ້ຮັບໂຄງການການຂຸດຄົ້ນບໍ່ແຮ່ ເປັນຜົນກະທົບຕໍ່ປະຊາຊົນ ແລະ ເສຍຜົນປະໂຫຍດຂອງຊາດ

ໂດຍ: ມຶກບໍ່ແຫ້ງ ການລົງທຶນ ໃນຂະແໜງການຂຸດຄົ້ນບໍ່ແຮ່ ແມ່ນມີຄວາມສຳຄັນໃນການຊກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ແຕ່ຜ່ານມາການລົງທຶນໃນຂະແໜງການດັ້ງກ່າວຍັງສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດລວມຂອງຊາດ ແລະສັງຄົມໂດຍສະເພາະ ການລະເມີດສັນຍາຫຼາຍຮູບແບບ ເຊິ່ງຈະຕ້ອງໄດ້ຮັບການແກ້ໄຂ ແລະປ້ອງກັນ. ການລົງທຶນໃນຂະແໜງການບໍ່ແຮ່ໄດ້ກາຍເປັນກຳລັງແຮງ ທີ່ສຳຄັນຂອງການພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາໃນໄລຍະຜ່ານມາ, ໃນປີ 2022 ການສົ່ງອອກ ບໍ່ແຮ່ສາມາດສ້າງລາຍຮັບເຂົ້າປະເທດໄດ້ຈຳນວນ 804 ລ້ານໂດລາ …

“ແລບລີ້ນ ປີ້ນຕາ ໂພສທ່າລົງສື່ອອນລາຍ ມ່າຍສາວ ຫ້າວໃສ່ຍາດໂຍມ” ກິລິຍາບໍ່ເໝາະສົມກັບເພດບັນພະຊິດ

ນັກບວດ ໃນພຸດທະສາສະໜາ ມີຫລາຍຄຳທີ່ສາມາດເອີ້ນ ແທນໄດ້ເຊັ່ນ ເພດບັນພະຊິດ, ສະມະນະ, ພະສົງ, ພິກຂຸ ເວົ້າແບບລາວເຮົາ ກໍຄື “ຄູບາ, ຈົວ ຫລື ພະ ແລະ ສາມະເນນ” ເຊິ່ງລ້ວນແຕ່ເປັນຜູ້ສະຫລະຕົນຈາກເພດຄະລືຫັດ ຫລື ຜູ້ຄອງເຮືອນ ຫລື…

ນໍ້າໃສໄຟສະຫວ່າງທາງດີ ເປັນບໍ່ເກີດຂອງຄວາມຈະເລີນ

ນໍ້າໃສໄຟສະຫວ່າງທາງດີ ເປັນບໍ່ເກີດຂອງຄວາມຈະເລີນ

ໂດຍ: ທິດກໍ່າ ໃນຍຸກປັດຈຸບັນ ເວົ້າໄດ້ວ່າ ສປປ ລາວຂອງພວກເຮົາ ແມ່ນໄດ້ຮັບການສ້າງສາພັດທະນາຢ່າງຮອບດ້ານ. ສິ່ງທີ່ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງປະຈັກຕາກໍມີຫລາຍໆດ້ານ ນັບແຕ່ການສ້າງຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ໂຮງຈັກ, ໂຮງງານ, ໂຮງໝໍ, ໂຮງຮຽນ, ສະຖາບັນການສຶກສາ ນັບທັງພາກລັດ ແລະ ເອກະຊົນ, ຕຶກອາຄານຫ້າງຮ້ານ,…

ເງິນກີບລາວຍິ່ງຈະດ້ອຍຄ່າ ຫລື ຈະຫວນກັບມາແຂງຄ່າຢູ່ກັບຊາດລາວຄົນລາວ

ເງິນກີບລາວຍິ່ງຈະດ້ອຍຄ່າ ຫລື ຈະຫວນກັບມາແຂງຄ່າຢູ່ກັບຊາດລາວຄົນລາວ

ໂດຍ: ທິດກໍ່າ ສະພາບການອ່ອນຄ່າຂອງເງິນກີບລາວໃນປັດຈຸບັນໄດ້ເຮັດໃຫ້ຫລາຍສິ່ງຫລາຍຢ່າງມີການປ່ຽນແປງ. ອັນທີ່ໂດດເດັ່ນເຫັນປະຈັກຕາ ທັງມີຜົນກະທົບຢ່າງໜັກໜ່ວງພໍສົມຄວນກໍແມ່ນລາຄາສິນຄ້ານັບມື້ີຖີບຕົວສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຕົ້ນເຫດທີ່ເຮັດໃຫ້ເງິນກີບລາວອ່ອນຄ່ານັ້ນ ມັນກໍບໍ່ອື່ນໄກ ອັນເນື່ອງມາຈາກສາມປັດໄຈໃຫຍ່ຫລັກໆຄື: ອັນທີໜຶ່ງ ແມ່ນມາຈາກບັນດາມາດຕະການໃນການຄຸ້ມຄອງເສດຖະກິດ-ການເງິນ-ເງິນຕາບໍ່ໄປຕາມລະບົບ ທັງບໍ່ເຂັ້ມງວດເດັດຂາດ. ເວົ້າແຈ້ງມີກົດໝາຍ ແຕ່ກົດໝາຍບໍ່ສັກສິດຍ້ອນຄົນສ່ວນໃຫຍ່ບໍ່ພາກັນປະຕິບັດ. ອັນສອງມາປັດໄຈໃນການຜະລິດສິນຄ້າຢູ່ບ້ານເຮົາບໍ່ທັນເຂັ້ມແຂງ, ຫລາກຫລາຍ, ບໍ່ທັນສາມາດຢຶດບົດບາດຄໍ້າຈູນ ເສດຖະກິດມະຫາພາກຂອງປະເທດໃຫ້ກຸ້ມຕົນເອງ, ເພິ່ງຕົນເອງໄດ້ຢ່າງພຽງພໍ ດັ່ງໃນສະພາບປັດຈຸບັນຍັງອາໄສການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນສ່ວນຫລາຍ, ຈາກສາເຫດດັ່ງກ່າວຈຶ່ງເຮັດໃຫ້ການສົ່ງອອກໜ້ອຍກວ່າການນໍາເຂົ້າເຮັດໃຫ້ມີການຂາດດູນຕະຫລອດມາ….

ຊື້ຢໍ່ໝູ ມີແຕ່ໃບຕອງເປັນສ່ວນຫລາຍເປັນການເອົາປຽບຜູ້ບໍລິໂພກເກີນໄປ

ຊື້ຢໍ່ໝູ ມີແຕ່ໃບຕອງເປັນສ່ວນຫລາຍເປັນການເອົາປຽບຜູ້ບໍລິໂພກເກີນໄປ

ອາຫານສຳເລັດຮູບປະເພດຢໍ່ໝູ ທີ່ຂາຍຕາມຕະຫລາດແມ່ນຫຸ້ມຫໍ່ດ້ວຍໃບຕອງ ເພາະມັນຈະຮັກສາກິ່ນ ແລະ ຄຸນນະພາບໄດ້ດົນກວ່າ, ແຕ່ສິ່ງທີ່ເປັນຄວາມສ່ຽງກໍຄືບໍ່ຮູ້ໄດ້ວ່າທາງໃນຈະມີຢໍ່ໝູໜ້ອຍຫລາຍພຽງໃດ ? ມັນຈະສົມກັບລາຄາທີ່ວາງຂາຍນັ້ນບໍ? ຈາກປະສົບການລົງໄປທ່ຽວແຂວງພາກໃຕ້ ຍ້ອນຄວາມຫິວ ຈຶ່ງໄດ້ແວະຊື້ຢໍ່ໝູຫໍ່ໜຶ່ງໃຫຍ່ເຕີບ ໃນລາຄາ 20.000 ກີບ ແລະ ກໍຄິດໃນໃຈວ່າທາງໃນອາດຈະມີຢໍ່ສົມນໍ້າສົມຕ່ອນ ແລະ ອາດຈະແຊບສົມລາຄາແນ່ນອນ, ແຕ່ໜ້າເສຍດາຍມັນບໍ່ຄືດັ່ງທີ່ຄາດຄິດ ແລະ…

ຢ່າໃຫ້ນໍ້າເມົາມາເປັນພິດໄພຕໍ່ສັງຄົມ

ຢ່າໃຫ້ນໍ້າເມົາມາເປັນພິດໄພຕໍ່ສັງຄົມ

ໄລຍະມໍ່ມານີ້ປາກົດມີຂ່າວໃນສື່ສັງຄົມອອນລາຍໃຫ້ເຫັນເປັນປະຈຳ ບໍ່ວ່າຈະເປັນການໃຊ້ອາວຸດເສິກ ຫລື ໃຊ້ກຳລັງແຮງ ຫລື ໃຊ້ວັດຖຸທີ່ເປັນອັນຕະລາຍຕໍ່ຮ່າງກາຍທຳລາຍກັນ ຊຶ່ງເຫດການລັກສະນະນີ້ທີ່ຜ່ານມາ ພວກເຮົາເຄີຍເຫັນແຕ່ຂ່າວທີ່ເກີດຂຶ້ນຈາກສັງຄົມອື່ນໂດຍສະເພາະປະເທດຕາເວັນຕົກທີ່ຈະເລີນຮັ່ງມີທາງວັດຖຸ, ແຕ່ວັດທະນະທໍາທີ່ດີງາມດັ້ງເດີມຂອງບັນພະບຸລຸດເສື່ອມສູນແລ້ວ. ຫລາຍທ່ານຄົງບໍ່ລືມຄຳສອນອັນໜຶ່ງຄື ໂມໂຫໂທໂສ ພາໂຕຕົກຕໍ່າ ໂດຍຄຳສອນນີ້, ພໍ່ແມ່ຜູ້ປົກຄອງທັງຫລາຍລ້ວນແຕ່ເຄີຍໃຊ້ບອກລູກສອນຫລານ ແລະ ດຽວນີ້ຄຳສອນດັ່ງກ່າວຍັງໃຫ້ຄວາມໝາຍໃນແງ່ຄົ້ນຄິດເປັນຢ່າງດີ ຊຶ່ງປັດຈຸບັນປາກົດວ່ານໍ້າເມົາໄດ້ກັບມາອາລະວາດໃນສັງຄົມເຮົານັບມື້ຫລາຍຂຶ້ນໂດຍສະເພາະຖັນແຖວໄວໜຸ່ມ, ປາກົດການນີ້ນັບມື້ມີຫລາຍເປັນຕົ້ນຢູ່ຕົວເມືອງໃຫຍ່ຕ່າງໆໄປທາງໃດກໍເຫັນຕັ້ງວົງດື່ມເຫລົ້າດື່ມເບຍຈົນນັບບໍ່ຖ້ວນ, ຮ້ານອາຫານ, ຮ້ານບັນເທີງປົ່ງອອກປານດອກເຫັດ,…

ການເຮັດໜັງສືຜ່ານແດນຊັກຊ້າ ອາດເປັນຍ້ອນມີນາຍໜ້າຮັບຈ້າງລັດຄິວ

ການເຮັດໜັງສືຜ່ານແດນຊັກຊ້າ ອາດເປັນຍ້ອນມີນາຍໜ້າຮັບຈ້າງລັດຄິວ

ຕາມຄຳແນະນຳຂອງກົມກົງສຸນ ກະຊວງການຕ່າງປະເທດ ທີ່ເຮັດປ້າຍຕິດໄວ້ຈຸດໜ້າຫ້ອງສຳພາດ ລະບຸຂັ້ນຕອນການເຮັດໜັງສືຜ່ານແດນ (ພາສປອດ) ມີດັ່ງນີ້: ສຳລັບ ຜູ້ເຮັດໜັງສືຜ່ານແດນຫົວໃໝ່ ຈະຕ້ອງໄດ້ປະກອບເອກະສານລວມມີ: ສຳເນົາປຶ້ມສຳມະໂນຄົວ 1 ຊຸດ, ຕ້ອງຖື ບັດປະຕຳຕົວ ແລະ ສຳມະໂນຄົວຕົ້ນສະບັບມາພ້ອມ (ໃນປຶ້ມດັ່ງກ່າວຕ້ອງມີຮູບຜູ້ກ່ຽວ ປະທັບກາ ປກສ ເມືອງ),…

ການນຳໃຊ້ລົດ 3 ລໍ້ມໍເຕີໄຟຟ້າ ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ສະເໝີພາບຕໍ່ລະບຽບຫລັກການ

ການນຳໃຊ້ລົດ 3 ລໍ້ມໍເຕີໄຟຟ້າ ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ສະເໝີພາບຕໍ່ລະບຽບຫລັກການ

ປັດຈຸບັນ ປາກົດມີລົດ 3 ລໍ້ຕິດມໍເຕີ ໄຟຟ້າທີ່ນຳໃຊ້ບັນທຸກຂົນເຄື່ອງຂອງຕ່າງໆເຄື່ອນຍ້າຍໄປ-ມາ ນັບມື້ເພີ່ມຂຶ້ນ, ໂດຍສະເພາະຢູ່ເມືອງຈັນທະບູລີ ແລະ ສີໂຄດຕະບອງ ເຂດບ້ານໜອງດ້ວງ, ເຕ້ 2, ທົ່ງຂັນຄຳ ແລະ ທົ່ງຕູມ ເຊິ່ງມີຊາວຄ້າຂາຍຕ່າງປະເທດອາໄສຢູ່ເປັນຈຳນວນຫລາຍ. ລົດ 3 ລໍ້ ຕິດມໍເຕີ…

ຢາກໃຫ້ເງິນກີບແຂງຄ່າ ໜຶ່ງໃນການແກ້ໄຂບັນຫາຄືຕ້ອງປະຢັດ

ຢາກໃຫ້ເງິນກີບແຂງຄ່າ ໜຶ່ງໃນການແກ້ໄຂບັນຫາຄືຕ້ອງປະຢັດ

ໂດຍ: ທິດກໍ່າ ກ່ອນໜ້ານີ້ເກືອບ 40 ປີ ສະໄໝທິດກໍ່າໄປສຶກສາຮໍ່າຮຽນຢູ່ປະເທດຫວຽດນາມ ໄດ້ເຫັນຄົນຫວຽດນາມ ທັງພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນທຸກໝູ່ເຫລົ່າໃນປະເທດຫວຽດນາມພາກັນຕັ້ງໜ້າປະຕິບັດຄໍາຂວັນທີ່ປະທານ ໂຮ່ຈີມິງ ໄດ້ວາງອອກໃຫ້ທຸກຄົນພາກັນປະຕິບັດຢ່າງເປັນຂະບວນ ແລະ ເຂັ້ມງວດທີ່ສຸດ. ໃນຍຸກນັ້ນ ປະເທດຫວຽດນາມຍັງມີຄວາມທຸກຍາກ, ຫຍຸ້ງຍາກທາງດ້ານເສດຖະກິດ. ສ່ວນເນື້ອໃນຄໍາຂວັນກໍມີຢູ່ວ່າ:…