ຢາກໃຫ້ເງິນກີບແຂງຄ່າ ໜຶ່ງໃນການແກ້ໄຂບັນຫາຄືຕ້ອງປະຢັດ

ໂດຍ: ທິດກໍ່າ

ກ່ອນໜ້ານີ້ເກືອບ 40 ປີ ສະໄໝທິດກໍ່າໄປສຶກສາຮໍ່າຮຽນຢູ່ປະເທດຫວຽດນາມ ໄດ້ເຫັນຄົນຫວຽດນາມ ທັງພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນທຸກໝູ່ເຫລົ່າໃນປະເທດຫວຽດນາມພາກັນຕັ້ງໜ້າປະຕິບັດຄໍາຂວັນທີ່ປະທານ ໂຮ່ຈີມິງ ໄດ້ວາງອອກໃຫ້ທຸກຄົນພາກັນປະຕິບັດຢ່າງເປັນຂະບວນ ແລະ ເຂັ້ມງວດທີ່ສຸດ. ໃນຍຸກນັ້ນ ປະເທດຫວຽດນາມຍັງມີຄວາມທຸກຍາກ, ຫຍຸ້ງຍາກທາງດ້ານເສດຖະກິດ. ສ່ວນເນື້ອໃນຄໍາຂວັນກໍມີຢູ່ວ່າ: “ການປະຢັດແມ່ນພາລະກິດຂອງພວກເຮົາ” (ຊຶຕຽດກ້ຽມ ລ່າ ຍ່ຽມວຸກົວຈຸ້ງຕາ). ກ່າວເຖິງຄົນຫວຽດນາມ ກໍຄືປະຊາຊົນຫວຽດນາມ ບໍ່ວ່າໃນຍຸກໃດສະໄໝໃດ, ບໍ່ວ່ານ້ອຍ ຫລື ໃຫຍ່ ຖ້າປະທານ ໂຮ່ຈີມິງ (ລຸງໂຮ່) ເພິ່ນຕັກເຕືອນແນະນໍາ ຫລື ເວົ້າຫຍັງອອກມາແລ້ວ ປາກົດວ່າເຂົາເຈົ້ານັບຖື ຊື່ສັດຈິງໃຈ ພ້ອມກັນປະຕິບັດດ້ວຍຄວາມເຄົາລົບ ເພາະຄົນຫວຽດນາມນັບຖືລຸງໂຮ່ຄືຕົ້ນແບບ ແລະ ເປັນຜູ້ນໍາທີ່ຍິ່ງໃຫຍ່ສໍາລັບປະຊາຊົນຫວຽດນາມ. ຍັງບໍ່ພຽງແຕ່ເທົ່ານັ້ນ ຄໍາຂວັນດັ່ງກ່າວຍັງຖືເອົາເປັນຕົວຊີ້ວັດຕໍ່ເງື່ອນໄຂ, ມາດຖານຂອງພະນັກງານທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຖ້າຜູ້ໃດບໍ່ປະຕິບັດແມ່ນຖືກສໍາຫລວດກວດກາ, ບໍ່ໄດ້ຮັບການຍ້ອງຍໍ, ຊັ້ນຕໍາແໜ່ງກໍບໍ່ໄດ້ຂຶ້ນ, ຊໍ້າບໍ່ໜໍາ ຜູ້ມີຄວາມຜິດໜັກແມ່ນຖືກປະຕິບັດວິໄນຕາມກະໂທງໜັກ ຫລື ເບົາ. ນີ້ແມ່ນບົດຮຽນອັນປະເສີດ ແລະ ຍິ່ງໃຫຍ່ຂອງຄົນຫວຽດນາມຕໍ່ພາລະກິດຕ້ານກັບຄວາມທຸກຈົນມາໄດ້ຫລາຍສະຕະວັດ. ມາຮອດຍຸກນີ້ ປະເທດຫວຽດນາມ, ຄົນຫວຽດນາມເລີ່ມມີຄວາມມັ່ງຄັ່ງຮັ່ງມີ, ປະເທດຊາດມີຄວາມເຂັ້ມແຂງຈະເລີນພັດທະນາທາງດ້ານເສດຖະກິດຢ່າງກ້າວໄກ ຍ້ອນທຸກຄົນໃສ່ໃຈປະຕິບັດຄໍາຂວັນການປະຢັດມາໄດ້ຫລາຍທົດສະວັດເປັນຕົວຕັ້ງ.

ສໍາລັບ ສປປ ລາວຂອງພວກເຮົາ ຕະຫລອດໄລຍະ 40 ກວ່າປີມານີ້, ພັກ ແລະ ລັດຖະບານ ນັບທັງຂະແໜງການກ່ຽວຂ້ອງ ບໍ່ວ່າໃນຍຸກກ່ອນ ແລະ ຍຸກນີ້ໄດ້ພາກັນວາງຫລາຍຄໍາຂວັນເດັດໆ ທັງມີມາດຕະການຫລາຍຢ່າງກ່ຽວກັບການປະຢັດ ແຕ່ຜົນທີ່ໄດ້ຮັບນັ້ນຍັງບໍ່ທັນເຕັມຮ້ອຍ ເພາະຍັງຄານໍາຜູ້ປະຕິບັດເປັນສ່ວນໃຫຍ່. ທິດກໍ່າຂໍຍົກເອົາຕົວຢ່າງໜຶ່ງມາໃຫ້ເຫັນຄື: ຢູ່ເວທີກອງປະຊຸມໃຫຍ່ໆ ເບິ່ງການປະດັບປະດາຕົບແຕ່ງປານຢູ່ສວນຍຸກທິຍານານປ່າຫິມະພານ ເພາະຜູ້ມອບເໝົາເວທີປະຊຸມເຂົາກໍເຮັດທຸລະກິດຫາເງິນ. ອັນນີ້ຍັງບໍ່ທັນເວົ້າເຖິງເລື່ອງກິນເລື່ອງຫຍໍ້າ, ເລື່ອງມ່ວນຊື່ນເຮຮາ, ເລື່ອງການນໍາໃຊ້ພາຫະນະຂອງລັດ, ທີ່ພັກພາອາໄສ, ວັດຖຸອຸປະກອນ, ດິນດອນຕອນຫຍ້າ, ເລື່ອງເຮັດບຸນສິນກິນທານ ແລະ ງານປະເພນີຕ່າງໆ ບາງທ້ອງຖິ່ນ, ບາງກໍລະນີກໍໂລດໂຜນເກີນເຫດ. ສະຫລຸບແລ້ວ ຄົນລາວເຮົາເບິ່ງຢ່າງໜຶ່ງຄືມັກໂຊມັກອວດອ້າງ ປະເທດຊາດຍັງທຸກຍາກແຕ່ບໍ່ຍອມຈົນ.

ເລື່ອງການປະຢັດມັດທະຍັດມັນກໍຍ່ອມສະແດງອອກຫລາຍດ້ານ ນາໆປັດໄຈ ແຕ່ອັນເນື້ອແທ້ຊິ້ນໃຫຍ່ໆກໍແມ່ນການຫລຸດຜ່ອນຕົ້ນທຶນ, ຫລຸດຜ່ອນການຊິ້ນເປືອງຕ່າງໆທີ່ບໍ່ຈໍາເປັນ. ຕົວຢ່າງເວົ້າເລື່ອງການຄ້າກັບຕ່າງປະເທດກໍຕ້ອງເກີນດູນ, ການສົ່ງອອກຕ້ອງຫລາຍກວ່າການນໍາເຂົ້າ ທັງມີຜົນກໍາໄລສູງສຸດ. ການຜະລິດຕ້ອງສົມດູນກັບຄວາມຕ້ອງການ ແລະ ການຊົມໃຊ້, ຄຸນນະພາບຕ້ອງເປັນເລີດ, ພິເສດມີຄໍາສັ່ງອອກມາແລ້ວຕ້ອງເຮັດໃຫ້ໄດ້, ເວົ້າແລ້ວຕ້ອງເຮັດ, ເຮັດຫລາຍກວ່າເວົ້າ ປະຢັດແຮງງານ, ປະຢັດວັດຖຸ, ປະຢັດເວລາ, ໃນຫລັກເກນປັດຊະຍາລະຫວ່າງຄູ່ມາດຕະເກນຕ້ອງໄດ້ຄວບຄູ່ກັນເຊັ່ນ: ປະລິມານກັບຄຸນນະພາບ, ທາດແທ້ກັບປາກົດການຕ້ອງເຂົ້າແກ໊ບເຂົ້າເກຍ ນັ້ນລະເຂົາເອີ້ນວ່າປະຢັດ ຫາກບໍ່ສະເພາະແຕ່ເລື່ອງມ່ວນ, ເລື່ອງກິນ, ເລື່ອງຫຍໍ້າກັບເລື່ອງໃຊ້ສອຍຕ່າງໆເທົ່ານັ້ນ.

ໃນອະນາຄົດ, ອາດຈະເຫັນຄົນລາວມີສະຕິຮັກຊາດດ້ວຍການປະຢັດຊັດທ່ຽງ ແລະ ຜະລິດສິນຄ້າຫລາກຫລາຍຂຶ້ນ, ທຸລະກິດຂຸດຄົ້ນແຮ່ເຫລັກ, ແຮ່ຄໍາ, ແຮ່ທາດ ຍາກຈະເຮັດໃຫ້ ສປປ ລາວ ມີຄວາມຮັ່ງມີກ້າວກະໂດດຂັ້ນ ດ້ວຍຫລັກການປະຢັດ, ປະເທດຊາດຈະໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ.