ຄວາມສວຍຄວາມງາມຂອງຄົນຍຸກໃໝ່ ກັບຄວາມສ່ຽງທີ່ຄາດເດົາໄດ້ຍາກ ຫາກຂາດມາດຕະຖານ ແລະ ລະບຽບການ

ໂດຍ: ທິດກໍ່າ
ໃນຍຸກວິທະຍາສາດ ແລະ ເຕັກໂນໂລຊີທີ່ກ້າວໜ້າພັດທະນາໄປຢ່າງວ່ອງໄວ, ທຸກຢ່າງອາໄສເຕັກໂນໂລຊີ ແລະ ຄວາມຊ່ຽວຊານໃນຄວາມຮູ້ຄວາມສາມາດຂອງຄົນເຮົາ. ການປ່ຽນແປງຮູບໂສມປະໂນມພັນໄດ້ຕາມຄວາມມັກ ແລະ ຄວາມຕ້ອງການ. ຕົວຢ່າງຄົນຂີ້ຮ້າຍກໍແຕ່ງແປງໃຫ້ເປັນຄົນງາມໄດ້, ຈາກຄົນດໍາກໍໃຫ້ກາຍເປັນຄົນຂາວ, ດັງແໝບກໍສັນຍາກໍາເຮັດໃຫ້ເປັນດັງໂມ, ຄິ້ວບໍ່ກົງກໍເຮັດໃຫ້ມັນກົ່ງ, ແຂ້ວບໍ່ງາມກໍໄປດັດໄປເຕີມເສີມແຕ່ງໃຫ້ມັນງາມ ສາລະພັດຢ່າງທີ່ຄົນເຮົາຕ້ອງການ ເຊິ່ງທັງໝົດນັ້ນເອົາເອີ້ນວ່າ “ສັນຍະກຳ”.
ການສັນຍາກໍາປ່ຽນຮູບໂສມ ແລະ ເສີມຮູບຮ່າງຕ່າງໆນັ້ນຍັງຖືວ່າເປັນອັນໃໝ່ສຳລັບປະເທດເຮົາ ໂດຍມີທັງຖືກລະບຽບການ, ຜ່ານ ອຢ, ໄດ້ມາດຕະຖານ ແລະ ບໍ່ໄດ້ມາດຕະຖານ. ຖ້າຫາກໃຊ້ບໍລິການຈຸດທີ່ຜ່ານມາດຕະຖານ, ມີປະສົບການ ແລະ ຖືກລະບຽບການຄືດັ່ງວ່າມາກໍຖືວ່າໂຊກດີໄປ ແຕ່ເມື່ອໃດກໍຕາມຫາກຫລົງເຊື່ອຄຳໂຄສະນາ ມັກໃນລາຄາຖືກ ແຕ່ຢາກໄດ້ຂອງດີໄປສັນຍະກໍາ ສຸດທ້າຍກໍມີຜົນຂ້າງຄຽງຕາມມາເຊັ່ນ: ເກີດການອັກເສບຕິດເຊື້ອຊໍ້າເຮື້ອ, ບໍ່ສາມາດປິ່ນປົວໃຫ້ຫາຍດີ ຫລື ຖ້າປິ່ນປົວດີ ສະພາບຂອງມັນກໍບໍ່ເໝືອນດັ່ງເດີມ ກັບໄປຫາບ່ອນທີ່ໃຊ້ບໍລິການກໍບໍ່ມີຄວາມຮັບປະກັນ ຫລື ຮັບຜິດຊອບໃດໆ ອັນເນື່ອງຈາກ ວ່າບາງບ່ອນບໍ່ທັນຄົບເຄື່ອງ ຜູ້ເຮັດອາດອາໄສແຕ່ຄວາມຊິນເຄີຍເຮັດມາໄດ້ຫລາຍປີ ແຕ່ພັດບໍ່ໄດ້ຮຽນຈົບຈາກວິຊາສະເພາະດ້ານນີ້, ມີບາງກໍລະນີຜູ້ຮຽນຈົບວິຊາສະເພາະດ້ານນີ້ມີໃບປະກາດ, ມີທະບຽນທີ່ຖືກຕ້ອງຕາມກົດໝາຍຄັກແນ່, ແຕ່ພັດໃຫ້ຜູ້ອື່ນເຮັດ ໂດຍເອົາຊື່ ແລະ ທະບຽນນັ້ນອອກໜ້າ. ສຸດທ້າຍແລ້ວຜູ້ທີ່ພົບບັນຫາກໍໄດ້ແຕ່ຈົ່ມເສຍດາຍຄວາມເປັນທໍາມະຊາດທີ່ຖືມາແຕ່ກໍາເນີດ, ນີ້ແມ່ນເວົ້າສະເພາະຜູ້ທີ່ຖືກມາແລ້ວເປັນມາແລ້ວ ນີ້ຄືຄວາມເປັນຈິງໃນສັງຄົມບ້ານເຮົາ ແລະ ປະເທດເພື່ອນບ້ານ.
ສະນັ້ນ ຜູ້ທີ່ຈະໃຫ້ບໍລິການຄວນຄໍານຶງເຖິງຄວາມຖືກຕ້ອງ, ບໍ່ເຫັນປະໂຫຍດສ່ວນຕົນ, ບໍ່ເອົາຄວາມຮັກມັກຂອງຄົນອື່ນມາເປັນການຫາຜົນປະໂຫຍດເຂົ້າຕົວ ແລະ ຜູ້ທີ່ຈະເຂົ້າໃຊ້ບໍລິການຕ້ອງຄຳນຶງເຖິງ ຄວາມເປັນມາດຕະຖານຂອງຫ້າງຮ້ານ ນັບທັງຊ່ຽວຊານທີ່ຈະບໍລິການໃຫ້ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນຄລີນິກທີ່ຕົນມີສັດທາໄປໃຊ້ບໍລິການນັ້ນໝັ້ນໃຈ, ມີມາດຕະຖານ.
ອີກຢ່າງໜຶ່ງ ຮຽກຮ້ອງເຖິງພາກສ່ວນກ່ຽວຂ້ອງ ເຂັ້ມງວດກວດກາມາດຕະຖານຂອງສູນຄວາມງາມຕ່າງໆ ທັງນີ້ກໍເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ໃຫ້ບໍລິການ- ຜູ້ໃຊ້ບໍລິການ ແລະ ເພື່ອຄວາມຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ.

