ທິດສະດີມາກ-ເລນິນ ກ່າວໄວ້ວ່າ “ຄວາມບໍ່ເທົ່າທຽມ ເປັນຮາກເຫງົ້າຂອງຄວາມທຸກຍາກ ແລະ ກົດໜ່ວງຖ່ວງດຶງຕໍ່ການພັດທະນາເສດຖະກິດ-ສັງຄົມ”
ໂດຍ: ມຶກບໍ່ແຫ້ງ ຄວາມບໍ່ເທົ່າທຽມເປັນບັນຫາພື້ນຖານຂອງ ການພັດທະນາເສດຖະກິດ-ສັງຄົມ, ຫຼາຍກໍລະນີກໍມີ ລັກສະນະທີ່ເປັນໂຄງສ້າງ ທີ່ຍາກຍິ່ງຕໍ່ການແກ້ໄຂ ແລະ ປ່ຽນແປງ. ຄວາມບໍ່ເທົ່າທຽມກັນໃນນີ້ ຈະຂໍເວົ້າເຖິງເລື່ອງຂອງຄວາມບໍ່ເທົ່າທຽມກັນທາງດ້ານໂອກາດ ທີ່ໄດ້ມາຈາກໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ. ຕາມທິດສະດີຂອງທ່ານ ມາກ-ເລນິນ ກ່ຽວກັບຮາກເຫງົ້າຂອງຄວາມທຸກຍາກນັ້ນ ຊຸມຊົນ ຫລື ປະເທດໃດໜຶ່ງ ເພິ່ນແບ່ງກຸ່ມຄົນໃນສັງຄົມອອກເປັນສອງປະເພດ, ປະເພດທີ່ໜຶ່ງ…









