ກໍາປູເຈຍປະກາດຫລຸດລະດັບການພົວພັນທາງການທູດກັບໄທ ຕອບໂຕ້ໄທຫລຸດການພົວພັນກ່ອນໜ້ານີ້ຈາກບັນຫາເຄັ່ງຕຶງຢູ່ຊາຍແດນ

ສື່ກໍາປູເຈຍລາຍງານວ່າ: ລັດຖະບານກໍາປູເຈຍໄດ້ຕັດສິນໃຈຫລຸດລະດັບການພົວພັນທາງການທູດກັບປະເທດໄທລົງສູ່ລະດັບຕໍ່າສຸດ ເພື່ອຕອບໂຕ້ຫລັງຈາກລັດຖະບານໄທ ໂດຍທ່ານ ພູມທໍາ ເວດຍະໄຊ ຮັກສາການນາຍົກລັດຖະມົນຕີ ໄດ້ປະກາດການຕັດສິນໃຈທີ່ຈະຫລຸດລະດັບການພົວພັນທາງການທູດນໍາກໍາປະເຈຍວັນທີ 23 ກໍລະກົດ.
ການພົວພັນລະຫວ່າງໄທ ແລະ ກໍາປູເຈຍ ເຄັ່ງຕຶງ ແລະ ຕົກຕໍ່າລົງ ຈາກເຫດການທີ່ມີກໍາລັງພົນຂອງກອງທັບບົກໄທຢຽບທຸ່ນລະເບີດລະຫວ່າງປະຕິບັດໜ້າທີ່ລາດຕະເວນຕາມຊາຍແດນ ຢູ່ບໍລິເວນຊ່ອງອານມ້າ ອໍາເພີນໍ້າຢືນ ຈັງຫວັດອຸບົນລາດຊະທານີ ສົ່ງຜົນເຮັດໃຫ້ມີທະຫານບາດເຈັບ 5 ຄົນ ໂດຍ 1 ໃນນັ້ນຂາຂາດ ເຊິ່ງເຫດການນີ້ເຮັດໃຫ້ກອງທັບບົກໄດ້ອອກຖະແຫລງການປະນາມກໍາປູເຈຍ. ຂະນະທີ່ແມ່ທັບພາກ 2 ກ່າວວ່າ: ໄດ້ມີຄໍາສັ່ງໃຫ້ປິດຈຸດຜ່ານແດນ 4 ດ່ານ ປະກອບດ້ວຍ ຊ່ອງອານມ້າ, ຊ່ອງສະງໍາ, ຊ່ອງຈອມ, ຊ່ອງສາຍຕະກູ ພ້ອມປິດຜາສາດຕາເມືອນທໍາ ແລະ ຜາສາດຕາຄວາຍ ນັບແຕ່ວັນທີ 24 ກໍລະກົດ.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຫລັງຈາກກະຊວງການຕ່າງປະເທດໄດ້ເຊີນທູດຕ່າງປະເທດ ແລະ ຜູ້ຊ່ວຍທູດທະຫານເຂົ້າຮັບຟັງການຊີ້ແຈງຈາກໄທກ່ຽວກັບເຫດການເຄັ່ງຕຶງຢູ່ບໍລິເວນຊາຍແດນກັບກໍາປູເຈຍໃນວັນທີ 23 ກໍລະກົດ ເຊິ່ງໄທເນັ້ນວ່າ: ກໍາປູເຈຍເປັນຝ່າຍລະເມີດອະນຸສັນຍາອອດຕາວາ ທີ່ຫ້າມໃຊ້ ແລະ ສະສົມທຸ່ນລະເບີດ. ພ້ອມຢືນຢັນວ່າ: ທຸ່ນລະເບີດທີ່ເຮັດໃຫ້ທະຫານໄທບາດເຈັບໃນບໍລິເວນຊ່ອງບົກເປັນທຸ່ນລະເບີດທີ່ຫາກໍວາງໃໝ່ ແລະ ບໍ່ແມ່ນລະເບີດທີ່ມີໃນສາງອາວຸດໄທ.
ສໍາລັບການຕອບໂຕ້ຂອງກໍາປູເຈຍນັ້ນ, ກໍາປູເຈຍລະບຸວ່າ: ການຫລຸດລະດັບການພົວພັນທາງການທູດລົງສູ່ລະດັບ “ອຸປະທູດຊັ້ນສອງ” ນັ້ນ ມີຂຶ້ນຫລັງຈາກທີ່ມີລາຍງານວ່າ: ໄທໄດ້ຂັບໄລ່ທູດກໍາປູເຈຍອອກຈາກນະຄອນຫລວງບາງກອກ ແລະ ມີການເອີ້ນທູດຂອງຕົນຈາກນະຄອນຫລວງພະນົມເປັນກັບປະເທດເຊັ່ນກັນ.
ສື່ກໍາປູເຈຍລາຍງານອີກວ່າ: ເຈົ້າໜ້າທີ່ການທູດກໍາປູເຈຍທຸກຄົນທີ່ປະຈໍາການຢູ່ສະຖານເອກອັກຄະລັດຖະທູດກໍາປູເຈຍໃນນະຄອນຫລວງບາງກອກ ໄດ້ຮັບຄໍາສັ່ງໃຫ້ເດີນທາງກັບປະເທດ ແລະ ຝ່າຍໄທກໍໄດ້ຮັບຄໍາສັ່ງໃຫ້ຈັດການເດີນທາງອອກນອກປະເທດຂອງບຸກຄະລາກອນທາງການທູດຂອງຕົນຈາກກໍາປູເຈຍເຊັ່ນກັນ.
ອ້າງອີງ:

