ADB ຫລຸດຄາດຄະເນ GDP ຟີລິບປິນປີ 2025-2026 ສາເຫດຍ້ອນການສົ່ງອອກຫລຸດລົງ

ລາຍງານ Asian Development Outlook ທີ່ເຜີຍແຜ່ໃນວັນທີ 23 ກໍລະກົດ ລະບຸວ່າ: ທະນາຄານພັດທະນາອາຊີ (ADB) ໄດ້ຫລຸດຄາດຄະເນການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງຟີລິບປິນໃນປີນີ້ ແລະ ປີໜ້າລົງ ໂດຍອ້າງເຖິງປັດໄຈລົບ ຫລື ອຸປະສັກຈາກພາຍນອກປະເທດ.
ADB ຄາດວ່າ: ເສດຖະກິດຟີລິບປິນຈະເຕີບໃຫຍ່ 5.6% ໃນປີ 2025 ແລະ 5.8% ໃນປີ 2027 ຕໍ່າກວ່າການຄາດຄະເນຄັ້ງກ່ອນເຊິ່ງຢູ່ລະດັບ 6.0% ແລະ 6.1% ຕາມລໍາດັບ.
ການຫລຸດຕົວເລກຄາດຄະເນດັ່ງກ່າວເກີດຂຶ້ນ ຫລັງຈາກການເຕີບໃຫຍ່ທາງເສດຖະກິດອ່ອນແອກວ່າທີ່ຄາດຄະເນໄວ້ໃນໄຕມາດ 1/2025 ເຊິ່ງ GDP ຂະຫຍາຍຕົວ 5.4% ເຖິງວ່າອຸປະສົງພາຍໃນປະເທດເພີ່ມຂຶ້ນ 6.7% ໂດຍໄດ້ຮັບແຮງໜຸນຈາກເງິນເຟີ້ທີ່ຫລຸດລົງ ລວມທັງນະໂຍບາຍການເງິນທີ່ຫລຸດຜ່ອນ, ແຕ່ການສົ່ງອອກສຸດທິພັດຖ່ວງດຶງການເຕີບໃຫຍ່ໂດຍລວມ ເນື່ອງຈາກການນໍາເຂົ້າເຕີບໃຫຍ່ຢ່າງວ່ອງໄວແຊງໜ້າການສົ່ງອອກ.
ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI) ຂະແໜງການຜະລິດປັບເພີ່ມຂຶ້ນເຖິງລະດັບ 50.7 ໃນເດືອນມິຖຸນາ ຈາກລະດັບ 50.1 ໃນເດືອນພຶດສະພາ ສົ່ງສັນຍານການຂະຫຍາຍຕົວເລັກໜ້ອຍໃນຂະແໜງການຜະລິດ.
ເຖິງຢ່າງໃດກໍຕາມ, ລາຍງານລະບຸວ່າ: ຄວາມເຊື່ອໝັ້ນທາງທຸລະກິດອ່ອນແອລົງທ່າມກາງຄວາມບໍ່ແນ່ນອນດ້ານນະໂຍບາຍທົ່ວໂລກທີ່ເພີ່ມສູງຂຶ້ນ.
ເຖິງວ່າມີແຮງກົດດັນຈາກພາຍນອກປະເທດ, ແຕ່ລາຍງານລະບຸວ່າ: ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກມີທ່າອ່ຽງຈະຍັງເປັນບວກໃນໄລຍະສັ້ນ.
ອັດຕາການວ່າງງານຢູ່ 3.9% ໃນເດືອນພຶດສະພາ ແລະ ການຂະຫຍາຍຕົວຂອງເງິນໂອນກັບປະເທດໃນລະດັບ 3% ນັ້ນຍັງຊ່ວຍສະໜັບສະໜູນການໃຊ້ຈ່າຍຂອງຂະແໜງຄົວເຮືອນ.

