ມາຮ່ວມກັນເຮັດແຕ່ຫົວທີ ຍັງດີກວ່າໃຫ້ເກີດຂຶ້ນແລ້ວຈຶ່ງແກ້ໄຂ

ເມື່ອຮອດລະດູຝົນມາເທື່ອໃດ ເຮົາຈະເຫັນໄດ້ວ່າມັກເກີດມີນ້ຳຖ້ວມຂັງຕາມຖະໜົນຫົນທາງໃນນະຄອນຫລວງວຽງຈັນຫລາຍໆບ່ອນທີ່ນ້ຳຖ້ວມນັ້ນລ້ວນແລ້ວແຕ່ເກີດມາຈາກຝົນຕົກແຮງນ້ຳໄຫລບໍ່ທັນ ຫລືບໍ່ກໍບໍ່ມີບ່ອນຈະໄຫລໄປຊ້ຳ ຖ້ວມເທື່ອໃດກໍສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາຖ້າເປັນລົດໃຫຍ່ກະໄຄແດ່ພໍໄປໄດ້ ຖ້າເເມ່ນລົດຈັກລົດຖີບຕ້ອງໄດ້ລໍຖ້າຫລາຍຊົ່ວໂມງ ນ້ຳບົກແຫ້ງລົງຈຶ່ງໄປໄດ້.

ການທີ່ນ້ຳຖ້ວມຂັງໃນຕົວເມືອງມັນເນື່ອງມາຈາກການພັດທະນາພື້ນຖານໂຄງລ່າງເສດຖະກິດ, ການປູກສ້າງສຳນັກງງານ, ໂຮງງານ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ຕະຫລອດຮອດການປຸກສ້າງທີ່ຢູ່ອາໄສຂອງປະຊາຊົນທີ່ນັບມື້ເພີ່ມຂຶ້ນຊຶ່ງຈຳເປັນຕ້ອງໄດ້ຖົມບວກຖົມໜອງທົ່ງໄຮ່ທົ່ງນາ ທີ່ເປັນບ່ອນຮອງຮັບນ້ຳໃນເມື່ອກ່ອນ ອີກດ້ານໜຶ່ງແມ່ນເກີດຈາກການສ້າງຖະໜົນຫົນທາງແຕ່ຮ່ອງລະບາຍນ້ຳບໍ່ຮັບປະກັນ (ທາງຮ່ອມທາງຊອຍ) ແລະ ມາດຕະຖານມີແລ້ວຊ້ຳພັດຖືກອັດຕັນ ແຕ່ສຳຄັນອີກຢ່າງໜຶ່ງແມ່ນເກີດຈາກການກະທຳຂອງປະຊາຊົນຈຳນວນບໍ່ໜ້ອຍທີ່ເຫັນແກ່ໂຕດ້ວຍການຕໍ່ເຕີມເສີມສ້າງສິ່ງປູກສ້າງກວມຮ່ອງລະບາຍນ້ຳ ຂີ້ຄ້ານມັກງ່າຍຖີ້ມຂີ້ເຫຍື້ອຊະຊາຍ, ຖອກເສດອາຫານລົງຮ່ອງລະບາຍນ້ຳຈົນກາຍເປັນນິໄສກໍມີໃຫ້ເຫັນຫລາຍຄົນ ໃນທີ່ສຸດເຮັດໃຫ້ຮ່ອງລະບາຍນ້ຳອັດຕັນ ນ້ຳບໍ່ສາມາດໄຫລ ຫລື ໄຫລກໍໄຫລບໍ່ທັນ ແລະ ໃນທີ່ສຸດເຮັດໃຫ້ນ້ຳຖ້ວມຂັງ.

ນີ້ກໍເຫັນວ່າກ້າວເຂົ້າສູ່ລະດູຝົນແລ້ວພວກເຮົາທຸກຄົນໃນສັງຄົມລອງມາຕັ້ງບັນຫານຳກັນເບິ່ງວ່າ ຈະເຮັດແນວໃດນ້ຳຈຶ່ງຈະບໍ່ຖ້ວມຂັງອີກຕໍ່ໄປ ຫລື ຫາກຖວ້ມ ກໍໃຫ້ມີໜ້ອຍທີ່ສຸດ ກ່ອນອື່ນໝົດຄິດວ່າພວກໄທເຮົາເຈົ້າຂ້ອຍຄວນຢຸດແລ້ວປ່ຽນແປງແນວຄິດ ແລະ ພຶດຕິກຳຂອງຕົນເອງຈາກຄົນຂີ້ຄ້ານມັກງ່າຍຫັນມາສ້າງແນວຄິດ ແລະ ການກະທຳດ້ວຍຄວາມຮັບຜິດຊອບຕໍ່ສັງຄົມໃຫ້ສູງຂຶ້ນ ດ້ວຍການແຍກ ແລະ ເກັບມ້ຽນຂີ້ເຫຍື້ອໃຫ້ຖືກທິດຖືກທາງແຕ່ດຽວນີ້ໂລດ ເພື່ອຮັກສາສະພາບແວດລ້ອມ ແລະ ຄວາມສະອາດງາມຕາ, ພະນັກງານຜູ້ເກັບມ້ຽນຂີ້ເຫຍື້ອແຕ່ກະບ່ອນແຕ່ລະບ້ານກໍຄວນເພີ່ມຄວາມຮັບຜິດຊອບໃນການເກັບມ້ຽນ ແລະ ບາງບ່ອນເກັບມ້ຽນບໍ່ໝົດຈົນເຮັດໃຫ້ຂີ້ເຫຍື້ອຫລາຍຂຶ້ນ ບໍ່ແມ່ນຈະເຮັດຂີ້ຄວາຍລາມຫາງເອົາສ່ວນໃຫຍ່ໄປພັດປະສ່ວນໜ້ອຍມ້ຽນໃຫ້, ອີກດ້ານໜຶ່ງເຈົ້າໜ້າທີ່ກ່ຽວຂ້ອງບໍ່ວ່າຈະເປັນພາກລັດ ຫລື ເອກະຊົນທຸກພາກສ່ວນຜູ້ທີ່ມີຄວາມຮັບຜິດຊອບໃນການສ້ອມແປງບູລະນະທາງຫລວງ ກໍຄືຕະຄອງຮ່ອງນ້ຳຄວນຄິດແຕ່ຫົວທີໂລດໄລຍະທີ່ຝົນຍັງບໍ່ມາຫລາຍຄືແນວນີ້ຄວນມີແຜນອອກລວງຮ່ອງລະບາຍນ້ຳໃນບ່ອນທີມັກເກີດນ້ຳຖ້ວມຂັງໃນແຕ່ລະປີສາກ່ອນເພື່ອບໍ່ໃຫ້ອັດຕັນ ເມື່ອຝົນມາໃຫ້ນ້ຳໄຫລໄດ້ສະດວກ ແລ້ວຈຶ່ງຂະຫຍາຍໄປຫາເສັ້ນທາງສາຍອື່ນ ຄິດວ່າງົບປະມານໃນການຈັດຕັ້ງປະຕິບັດຕົວຈິງຄົງພໍມີ.

ຖ້າຫາກວ່າຫລາຍພາກສ່ວນຮ່ວມແຮງຮ່ວມໃຈກັນປະຕິບັດ ໃຫ້ສົມກັບວ່າສີວິໄລແລ້ວເຊື່ອວ່າວຽກງານນີ້ບໍ່ເກີນຄວາມສາມາດຂອງພວກເຮົາດອກ ນອກຈາກບໍ່ເຮັດໃຫ້ນ້ຳຖວ້ມຂັງແລ້ວຍັງຊ່ວຍຮັກສາສະພາບແວດລ້ອມໃນຕົວເມືອງໃຫ້ສະອາດງາມຕາ ບໍ່ມີມົນລະພິດ ແລະ ຍັງກາຍເປັນການຜັນຂະຫຍາຍຄຳຂວັນ 6 ສ. ໂດຍສະເພາະ ແມ່ນ ສ. ສະອາດ ໃຫ້ປາກົດຜົນເປັນຈິງ ຍິ່ງດຽວນີ້ນັກທ່ອງທ່ຽວຕ່າງປະເທດພວມຫລັ່ງໄຫລເຂົ້າມາທ່ຽວຊົມຄວາມງາມຂອງທຳມະຊາດ ປະຫວັດສາດ ແລະ ວັດທະນະທຳອັນດີງາມຊອງຊາດເຮົາ ເຂົາຈະໄດ້ປະທັບໃຈກັບຄວາມງາມ ແລະ ມົນສະເໜ່ຂອງລາວຕະຫລອດໄປ.