ອິນໂດເນເຊຍທຸ້ມງົບ 8 ພັນລ້ານໂດລາ ຈັບມືບໍລິສັດອາເມລິກາ ສ້າງໂຮງກັ່ນນໍ້າມັນ 17 ແຫ່ງ

ແຫລ່ງຂ່າວ ແລະ ກະຊວງເສດຖະກິດຂອງອິນໂດເນເຊຍ ເປີດເຜີຍວ່າ: ກອງທຶນຄວາມໝັ້ນຄົງແຫ່ງຊາດຂອງອິນໂດເນເຊຍ ຫລື ດານັນຕາຣາ (Danantara) ກຽມລົງນາມໃນສັນຍາດ້ານວິສະວະກໍາ, ການຈັດຫາ ແລະ ການກໍ່ສ້າງ ມູນຄ່າ 8 ພັນລ້ານໂດລາ ກັບເຄບີອາ ອິງ (KBR Inc) ບໍລິສັດວິສະວະກໍາສັນຊາດອາເມລິກາ ເພື່ອສ້າງໂຮງກັ່ນນໍ້າມັນແບບໂມດູລາ 17 ແຫ່ງ.
ສັນຍາສະບັບນີ້ເປັນສ່ວນໜຶ່ງຂອງຂໍ້ຕົກລົງການຄ້າລະຫວ່າງອິນໂດເນເຊຍ ແລະ ອາເມລິກາ ທີ່ເກີດຂຶ້ນໃນອາທິດຜ່ານມາ ເຊິ່ງສົ່ງຜົນເຮັດໃຫ້ອາເມລິກາຕັດສິນໃຈຫລຸດອັດຕາພາສີນໍາເຂົ້າສິນຄ້າອິນໂດເນເຊຍລົງເຫລືອຕໍ່າສຸດໃນອາຊຽນ.
ທ່ານ ແອລັງກາ ຮາຕາໂຕ ລັດຖະມົນຕີກະຊວງເສດຖະກິດຂອງອິນໂດເນເຊຍ ແລະ ຫົວໜ້າທີມເຈລະຈາຂໍ້ຕົກລົງດັ່ງກ່າວ ໄດ້ເປີດເຜີຍເລື່ອງແຜນການກໍ່ສ້າງໂຮງກັ່ນນໍ້າມັນແບບໂມດູລານີ້ ລະຫວ່າງການບັນຍາຍແບບປິດຕໍ່ຜູ້ນໍາຂະແໜງທຸລະກິດຂອງອິນໂດເນເຊຍໃນຄໍ່າວັນທີ 21 ກໍລະກົດ.
ເຖິງຢ່າງໃດກໍຕາມ, ທ່ານ ດານັນຕາຣາ ແລະ ເຄບີອາ ອິງ ເຊິ່ງເຄີຍໃສ່ຊື່ວ່າ: ເຄວລ໊ອກ ບຣາວ ແອນ ຣູ (Kellogg Brown & Root) ຍັງບໍ່ອອກມາໃຫ້ຄວາມເຫັນໃດໆຕໍ່ລາຍງານຂ່າວດັ່ງກ່າວ.
ທັງນີ້, ອິນໂດເນເຊຍຍັງຢູ່ລະຫວ່າງເຈລະຈາລາຍລະອຽດຂໍ້ຕົກລົງການຄ້າກັບອາເມລິກາ ເຖິງວ່າທັງສອງປະເທດບັນລຸຂໍ້ຕົກລົງເບື້ອງຕົ້ນໃນການຫລຸດອັດຕາພາສີນໍາເຂົ້າສິນຄ້າຈາກອິນໂດເນເຊຍລົງເຫລືອ 19% ຈາກ 32% ໂດຍອິນໂດເນເຊຍກໍາລັງຂໍຂໍ້ຍົກເວັ້ນພາສີສິນຄ້າສົ່ງອອກບາງປະເພດເຊັ່ນ: ນໍ້າມັນປາມ ແລະ ນິກເກິລ. ຂະນະທີ່ສິນຄ້າຈາກອາເມລິກາທີ່ນໍາເຂົ້າອິນໂດເນເຊຍຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າເກືອບທັງໝົດ ຍົກເວັ້ນເຄື່ອງດື່ມແອນກໍຮໍ ແລະ ຊີ້ນໝູ ລວມທັງມີການຫລຸດຜ່ອນຂໍ້ກໍານົດດ້ານໂກຕ້ານໍາເຂົ້າສໍາລັບສິນຄ້າບາງປະເພດ.

