ອິນໂດເນເຊຍເລັ່ງຮັບມືໄຟໄໝ້ປ່າຢູ່ເກາະສຸມາດຕາ

             ທາງການອິນໂດເນເຊຍກໍາລັງເລັ່ງຄວາມພະຍາຍາມໃນການແກ້ໄຂບັນຫາໄຟໄໝ້ປ່າ ໂດຍສະເພາະແຂວງຣີເຍົາ ແລະ ພາກພື້ນອື່ນໆທົ່ວເກາະສຸມາດຕາທີ່ຢູ່ທາງຕາເວັນຕົກຂອງປະເທດ.

               ກະຊວງປະສານງານດ້ານການເມືອງ ແລະ ຄວາມໝັ້ນຄົງເປີດເຜີຍວ່າ: ພົບຈຸດຄວາມຮ້ອນເພີ່ມສູງຂຶ້ນຢູ່ແຂວງຣີເຍົາ ລະຫວ່າງວັນທີ 19-20 ກໍລະກົດ ເຊິ່ງອາດເຮັດໃຫ້ຄວັນລອຍໄປເຖິງປະເທດໃກ້ຄຽງໄດ້.

                ທ່ານ ບູດີ ກູນາວັນ ລັດຖະມົນຕີກະຊວງປະສານງານດ້ານການເມືອງ ແລະ ຄວາມໝັ້ນຄົງຂອງອິນໂດເນເຊຍ ກ່າວໃນວັນທີ 23 ກໍລະກົດວ່າ: “ຄວັນຈາກໄຟໄໝ້ປ່າເລີ່ມສົ່ງຜົນກະທົບຕໍ່ປະເທດໃກ້ຄຽງ ຄືມາເລເຊຍ ແລະ ສິງກະໂປແລ້ວ ໂດຍທັງສອງປະເທດໄດ້ສະແດງຄວາມກັງວົນຜ່ານຊ່ອງທາງການທູດ”.

              ທ່ານ ບູດີ ກ່າວອີກວ່າ: ຍັງມີລາຍງານໄຟໄໝ້ປ່າຂະໜາດໃຫຍ່ອີກຫລາຍຈຸດໃນສຸມາດຕາ ລວມທັງແຂວງຈໍາບີ ແລະ ສຸມາດຕາໃຕ້ ຕະຫລອດຮອດແຂວງກາລີມັນຕັນຕາເວັນຕົກໃນເກາະບໍນຽວ. ພ້ອມຮຽກຮ້ອງໃຫ້ສົ່ງເຈົ້າໜ້າທີ່ ແລະ ອຸປະກອນທັງໝົດທີ່ມີຢູ່ລົງພື້ນທີ່ທັນທີ ເພື່ອຄວບຄຸມໄຟໃຫ້ໄດ້.

             ສໍານັກຂ່າວຊິນຮົວລາຍງານວ່າ: ອິນໂດເນເຊຍຜະເຊີນບັນຫາໄຟໄໝ້ປ່າເລື້ອຍໆ ເຊິ່ງເປັນສາເຫດຕົ້ນຕໍຂອງໝອກຄວັນໃນພາກພື້ນ ແລະ ການປ່ອຍແກັສເຮືອນແກ້ວ. ຂະນະທີ່ປະເທດກໍາລັງເຂົ້າສູ່ລະດູແລ້ງທີ່ຍາວນານ ແລະ ແຫ້ງແລ້ງຂຶ້ນເລື້ອຍໆ ເຮັດໃຫ້ສ່ຽງເກີດໄພພິບັດເຫລົ່ານີ້ຫລາຍຂຶ້ນ.