ທ່ານ ທຣໍາ ປະກາດບັນລຸຂໍ້ຕົກລົງການຄ້າກັບຍີ່ປຸ່ນແລ້ວ ໃນອັດຕາ 15%

          ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ປະກາດວ່າ: ອາເມລິກາໄດ້ບັນລຸຂໍ້ຕົກລົງການຄ້າກັບຍີ່ປຸ່ນແລ້ວ ໂດຍຈະເກັບພາສີສິນຄ້ານໍາເຂົ້າຈາກຍີ່ປຸ່ນໃນອັດຕາ 15% ຫລຸດລົງຈາກກ່ອນໜ້ານີ້ທີ່ຂູ່ວ່າຈະເກັບໃນອັດຕາ 25%.

              ປະທານາທິບໍດີ ທຣໍາ ໂພສຂໍ້ຄວາມໃນທຣູ ໂຊຊຽວ (Truth Social) ໃນວັນທີ 22 ກໍລະກົດວ່າ: ທ່ານໄດ້ເຮັດ “ຂໍ້ຕົກລົງທີ່ຍິ່ງໃຫຍ່ເທົ່າທີ່ເຄີຍມີມາ” ກັບຍີ່ປຸ່ນ ໂດຍຮຽກເກັບພາສີອາກອນຕອບໂຕ້ (reciprocal tariffs) ໃນອັດຕາ 15% ສໍາລັບສິນຄ້າຍີ່ປຸ່ນທີ່ສົ່ງເຂົ້າໄປອາເມລິກາ.

             ປະທານາທິບໍດີ ທຣໍາ ຍັງລະບຸອີກວ່າ: ຍີ່ປຸ່ນຈະລົງທຶນມູນຄ່າ 5.50 ແສນລ້ານໂດລາ ໃນອາເມລິກາ ແລະ ອາເມລິກາຈະໄດ້ຮັບຜົນກໍາໄລ 90%. ນອກຈາກນີ້ ປະທານາທິບໍດີ ທຣໍາ ຍັງກ່າວວ່າ: ຍີ່ປຸ່ນຈະເປີດປະເທດເພື່ອເຮັດການຄ້າກັບອາເມລິກາ ເຊິ່ງລວມທັງຍານພາຫະນະ, ລົດບັນທຸກ, ເຂົ້າ ແລະ ຜະລິດຕະພັນກະສິກໍາບາງຊະນິດ ຕະຫລອດຮອດສິນຄ້າຊະນິດອື່ນໆ ໂດຍຂໍ້ຕົກລົງນີ້ຈະສ້າງວຽກຫລາຍແສນຕໍາແໜ່ງ.

              ຢ້ອນກັບໄປໃນວັນທີ 7 ກໍລະກົດຜ່ານມາ, ປະທານາທິບໍດີ ທຣໍາ ໄດ້ລະບຸໃນຈົດໝາຍທີ່ສົ່ງເຖິງຍີ່ປຸ່ນວ່າ: ອາເມລິກາຈະເກັບພາສີສິນຄ້ານໍາເຂົ້າຈາກຍີ່ປຸ່ນໃນອັດຕາ 25% ນັບແຕ່ວັນທີ 1 ສິງຫາ ເຊິ່ງສູງກວ່າອັດຕາ 24% ທີ່ປະກາດໃນວັນທີ 2 ເມສາ.

               ນອກຈາກນີ້, ປະທານາທິບໍດີ ທຣໍາ ກ່າວພາຍຫລັງການປະກາດດັ່ງກ່າວວ່າ: ຍີ່ປຸ່ນ ແລະ ອາເມລິກາ ກໍາລັງຈະສະຫລຸບຂໍ້ຕົກລົງເພີ່ມອີກກ່ຽວກັບແກັສທໍາມະຊາດເຫລວ.

               ຫລັງຈາກປະທານາທິບໍດີ ທຣໍາ ປະກາດຂໍ້ຕົກລົງດັ່ງກ່າວ, ທ່ານ ຣຽວເຊ ອາກາຊາວະ ຫົວໜ້າຄະນະຜູ້ເຈລະຈາຂອງຍີ່ປຸ່ນ ໄດ້ໂພສກ່ຽວກັບຂໍ້ຕົກລົງດັ່ງກ່າວໃນ X ໂດຍລະບຸວ່າ: “ຂໍຂອບໃຈທຸກທ່ານທີ່ກ່ຽວຂ້ອງຈາກໃຈ” ແລະ “ພາລະກິດສໍາເລັດແລ້ວ”.

               ການປະກາດຂໍ້ຕົກລົງການຄ້າລະຫວ່າງອາເມລິກາ ແລະ ຍີ່ປຸ່ນ ມີຂຶ້ນພຽງບໍ່ເທົ່າໃດວັນຫລັງຈາກພັກຮ່ວມລັດຖະບານຂອງນາຍົກລັດຖະມົນຕີ ຊິເງຣຸ ອິຊິບະ ສູນເສຍສຽງສ່ວນຫລາຍໃນການເລືອກຕັ້ງວຸດທິສະພາຍີ່ປຸ່ນ ເຊິ່ງເຮັດໃຫ້ຫລາຍຝ່າຍກັງວົນວ່າຈະສົ່ງຜົນກະທົບຕໍ່ສະຖານະການເຈລະຈາການຄ້າຂອງຍີ່ປຸ່ນ.