ສະໜາມຂີ້ເຫຍື້ອແຄມທາງ ບັນຫາໜ້າຫ່ວງ ແລະ ຄວນແກ້ໄຂຢ່າງຮີບດ່ວນ

ສະໜາມຂີ້ເຫຍື້ອແຄມທາງ ບັນຫາໜ້າຫ່ວງ ແລະ ຄວນແກ້ໄຂຢ່າງຮີບດ່ວນ

ໂດຍ: ມຶກບໍ່ແຫ້ງ ການຖິ້ມຂີ້ເຫຍື້ອແຄມທາງຫຼວງເລກທີ 13 ໃຕ້ ກາຍເປັນບັນຫາທີ່ຄວນເອົາໃຈໃສ່ຢ່າງຮີບດ່ວນ ຖ້າພວກເຮົາບໍ່ຢາກເຫັນແຕ່ຖົງຢາງ ກະຕຸກປລາສຕິກຢັ່ງຢາຍປານກອງຂີ້ເຫຍື້ອຢູ່ຕາມສອງຟາກທາງແຕ່ເໜືອຮອດໃຕ້. ເມື່ອອາທິດຜ່ານມາ ໄດ້ມີໂອກາດລົງໄປເຮັດວຽກຢູ່ພາກໃຕ້ຂອງລາວ ມີພາບທີ່ຕິດຕາບໍ່ລືມກໍຄື ບັນດາກອງຂີ້ເຫຍື້ອ ທີ່ຖິ້ມຊະຊາຍຕາມສອງຟາກທາງນັ້ນ ໄດ້ກາຍເປັນເລື່ອງທີ່ໜ້າອັບອາຍ ເພາະວ່າຕາມເສັ້ນທາງແມ່ນຕົວແທນແຫ່ງພາບພົດຂອງພວກເຮົາ, ຄົນຕ່າງຖິ່ນ ຈະເຫັນສິ່ງລຽບຕາມເສັ້ນທາງກ່ອນໝູ່ ເມື່ອເຂົາເຈົ້າມາຢ້ຽມຢາມ. ເມື່ອເປັນເຊັ່ນນັ້ນ ການສົ່ງເສີມການທ່ອງທ່ຽວຂອງລັດຖະບານທີ່ຖືເປັນບູລິມະສິດນັ້ນ…

ຂີ້ເຫຍື້ອ-ນໍ້າເປື້ອນ ຜົນຈາກການກະທຳຂອງພວກເຮົາ

ຂີ້ເຫຍື້ອ-ນໍ້າເປື້ອນ ຜົນຈາກການກະທຳຂອງພວກເຮົາ

ຍົກປະເດັນນໍ້າເປື້ອນ ທີ່ເປັນນໍ້າເຫລືອໃຊ້ ທັງຈາກເຮືອນຊານບ້ານຊ່ອງ, ໂຮງຈັກໂຮງງານ…ຊຶ່ງໂດຍພາບລວມແລ້ວລ້ວນແຕ່ກະທົບຕໍ່ສະພາບແວດລ້ອມອ້ອມຂ້າງ, ການດໍາລົງຊີວິດຂອງຄົນ ກໍຄືຊີວະນາໆພັນ ແລະ ເປັນສິ່ງແນ່ນອນ ຈຳເປັນຕ້ອງໄດ້ຮຽກຮ້ອງທຸກຄົນປະກອບສ່ວນປັກປັກຮັກສາສະພາບແວດລ້ອມໃຫ້ດີ ຄວບຄູ່ກັບການພັດທະນາ. ຜ່ານມາ, ການຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມໃຫ້ດີນັ້ນໄດ້ຮັບການເອົາໃຈໃສ່ ແລະ ປະ ສົບຜົນສໍາເລັດເປັນຢ່າງດີ. ແນວໃດກໍດີ ຍັງມີສິ່ງທີ່ພວກເຮົາຕ້ອງໄດ້ສືບຕໍ່ ຕາມທິດພັດທະນາສີຂຽວ…

ລາຄານ້ຳມັນຢູ່ລາວຂຶ້ນໆລົງໆບໍ່ຍືນຍົງຈັກເທື່ອ

ລາຄານ້ຳມັນຢູ່ລາວຂຶ້ນໆລົງໆບໍ່ຍືນຍົງຈັກເທື່ອ

ໂດຍ: ທິດກໍ່າ ສະພາບຄວາມຜັນຜວນລາຄານ້ຳມັນຢູ່ປະເທດຂອງພວກເຮົາແມ່ນບໍ່ປົກກະຕິ ແລະ ມີລັກສະນະຂຶ້ນໆລົງໆບໍ່ຍືນຍົງຈັກເທື່ອ. ເວົ້າໄດ້ວ່າໃນບາງເດືອນປັບລາຄານ້ຳມັນຂຶ້ນຮອດສອງເທື່ອ, ແຕ່ກົງກັນຂ້າມ ໃນບາງເດືອນພັດປັບລົງພຽງໜ້ອຍດຽວ ເຊິ່ງເບິ່ງແລ້ວມັນກໍບໍ່ສົມດູນກັບການປັບລາຄາຂຶ້ນ. ຕົວຢ່າງ: ເວລາປັບລາຄາຂຶ້ນ 100 ກີບ, ຖ້າເດືອນໜຶ່ງປັບສອງເທື່ອກໍເປັນ 200 ກີບ, ແຕ່ກົງກັນຂ້າມ ໃນເວລາປັບລົງພັດພຽງແຕ່ 5 ກີບ….

ການປະຕິບັດວາລະແຫ່ງຊາດເປັນພາລະກິດອັນສຳຄັນເລັ່ງດ່ວນ

ການປະຕິບັດວາລະແຫ່ງຊາດເປັນພາລະກິດອັນສຳຄັນເລັ່ງດ່ວນ

ໂດຍ: ທິດກໍ່າ ໃນກອງປະຊຸມສະໄໝສາມັນຂອງລັດຖະບານທີ່ໄດ້ຈັດຂຶ້ນໃນວັນທີ 20-21 ມັງກອນ 2022 ຈະສຸມໃສ່ 5 ເປົ້າໝາຍທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນເດືອນກຸມພາ 2022 ເຊິ່ງໜຶ່ງໃນພາລະກິດນັ້ນກໍຄືການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳຫລາຍຂຶ້ນເພາະໃນ 2 ວາລະແຫ່ງຊາດນີ້ເປັນພາລະກິດອັນສຳຄັນ, ຈຳເປັນ, ເລັ່ງດ່ວນ ເປັນຕົ້ນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະບັນ…

ຍ້ອນຕົ້ນທຶນການຜະລິດເປັນສິນຄ້າ ຫລື ການຂາຍແບບສຸກເອົາເຜົາກິນ?

ຍ້ອນຕົ້ນທຶນການຜະລິດເປັນສິນຄ້າ ຫລື ການຂາຍແບບສຸກເອົາເຜົາກິນ?

ຍົກເລື່ອງນີ້ຂຶ້ນມາ ເພື່ອສະທ້ອນໃຫ້ເຫັນວ່າ: ມັນຍັງເປັນບັນຫາ, ເປັນສິ່ງທ້າທາຍບໍ່ໜ້ອຍຂອງປະເທດເຮົາ ຊຶ່ງນອກຈາກມັນສອດຄ່ອງກັບການຕີລາຄາຂອງຂະແໜງການກ່ຽວຂ້ອງພາກລັດມາແລ້ວຍັງມີຫລາຍຫາງສຽງ ຫລາຍຄຳເຫັນ ທີ່ເປັນປະໂຫຍດ ເປັນການສະແດງຄວາມເປັນຫ່ວງບໍ່ໜ້ອຍຕໍ່ເລື່ອງນີ້ໂດຍສະ ເພາະພາຍຫລັງເປີດບໍລິການເສັ້ນທາງລົດໄຟ ລາວ-ຈີນ ໂດຍຈໍານວນໜຶ່ງເຫັນວ່າຍັງເປັນສິ່ງທ້າທາຍຕໍ່ການຜະລິດເປັນສິນຄ້າພາຍໃນ ທັງເຫັນວ່າຈະຕ້ອງຮ່ວມກັນຫາວິທີຮັບມື ເພື່ອເຮັດແນວໃດໃຫ້ສິນຄ້າໄດ້ລາຄາ ໂດຍໃຊ້ຕົ້ນທຶນບໍ່ຫລາຍ, ລາຄາສາມາດແຂ່ງຂັນໄດ້ເວລາຈໍາໜ່າຍທັງພາຍໃນ ແລະ ສ້າງເງື່ອນ ໄຂເພື່ອການສົ່ງອອກ. ຜ່ານມາ, ພາກລັດ…

ຄວາມຜິດພາດທີ່ບໍ່ໜ້າເຊື່ອ

ຄວາມຜິດພາດທີ່ບໍ່ໜ້າເຊື່ອ

ອາທິດຜ່ານມາ, ໄດ້ມີສຽງວິພາກວິຈານກັນຫລາຍໃນສື່ສັງຄົມອອນລາຍ ແລະ ສຽງຈົ່ມວ່າຈາກຜູ້ມັກສ່ຽງດວງຢູ່ໃນສັງຄົມຍຸກໂຄວິດ ຫວັງຫາຄວາມລໍ້າລວຍທີ່ຈະເປັນຈິງໄດ້ຍາກ ດັ່ງຜົນການອອກຫວຍຂອງຫວຍພັດທະນາໂຊກໄຊຄັ້ງວັນທີ14/01/ 2022 ຊຶ່ງຫລາຍຄົນກໍນຶກວ່າ: ຕົນຈະລວຍແລ້ວເພາະເລກລາງວັນທີ່ອອກມາຜ່ານໜ້າຈໍໂທລະພາບລະບົບເຮັສດີ ( HD) ຢ່າງຈະແຈ້ງທີ່ຕົນຕິດຕາມຢູ່ແມ່ນເລກ 331496 ຕົງກັບໂຕທີ່ໄດ້ສ່ຽງດວງເອົາແລ້ວຕ່າງຄົນກໍຫວັງວ່າເຊົ້າມາຈະໄດ້ຮັບເງິນຜົນຫວຍອັນຫລວງຫລາຍດັ່ງກ່າວ, ແຕ່ແລ້ວເມື່ອຍື່ນໃບຫວຍທີ່ຕົນຖືກໃນຄືນນັ້ນໄປພັດໄດ້ຮັບຄຳຕອບຈາກຝ່າຍຫວຍວ່າ: “ໃບຫວຍນີ້ບໍ່ຖືກ, ໃບທີ່ຖືກແມ່ນເລກ 337496” ເວລານັ້ນທຸກມູມມອງຂອງຜູ້ຖືກຫວຍມືດໄປທັງ 4…

ລົ້ມບານຄືການຂາຍຊາດ ຂາຍໜ້າປະຊາຊົນ

ລົ້ມບານຄືການຂາຍຊາດ ຂາຍໜ້າປະຊາຊົນ

ໂດຍ: ທິດກໍ່າ ຂ່າວຮືຮາໃນວົງການບານເຕະລາວເຮົາພວມເປັນກະແສໂດ່ງດັງໄປທົ່ວໂລກອອນລາຍ ອັນສາເຫດຍ້ອນວ່າວົງການບານເຕະສາກົນ ຫລື ຟີຟາ ໄດ້ລົງໂທດນັກກິລາບານເຕະລາວເຮົາ ເຊິ່ງມີຈຳນວນເຖິງ 45 ຄົນ ໃນໄລຍະຫລາຍປີຜ່ານມາ. ແນວໃດກໍຕາມ, ແຫລ່ງຂ່າວກໍບໍ່ໄດ້ລະບຸຢ່າງລະອຽດວ່າໃນຈຳນວນຜູ້ທີ່ຖືກລົງໂທດນີ້ມີຊື່ແນວໃດ, ຖືກລົງໂທດໃນປີໃດ, ໃນບັ້ນໄປແຂ່ງຂັນຢູ່ໃສ, ລາຍການໃດ ແລະ ຢູ່ປະເທດໃດ ພຽງແຕ່ບອກວ່າໃນຈຳນວນ 45…

ໄພພິບັດຈາກທຳມະຊາດນັບມື້ຮຸນແຮງໃກ້ຕົວຄົນລາວເຮົາ

ໄພພິບັດຈາກທຳມະຊາດນັບມື້ຮຸນແຮງໃກ້ຕົວຄົນລາວເຮົາ

ໂດຍ:​ ທິດກໍ່າ ໃນວັນທີ 24 ທັນວາ 2021 ເວລາ 20:47 ໂມງ ໄດ້ເກີດມີແຜ່ນດິນໄຫວຢູ່ເມືອງຍອດອູ ແຂວງຜົ້ງສາລີ 2 ຄັ້ງ ດ້ວຍຄວາມແຮງສັ່ນສະເທືອນ 5,7 ແລະ 4,6 ຣິກເຕີ ແລະ ກ່ອນໜ້ານັ້ນ…

ຈັບກຸມຄົນລັກສາຍໄຟຟ້າ ຕາມແລວທາງລົດໄຟເຂດບ້ານຊຽງລ້ອມ ນະຄອນ ຫຼວງພະບາງ

ຈັບກຸມຄົນລັກສາຍໄຟຟ້າ ຕາມແລວທາງລົດໄຟເຂດບ້ານຊຽງລ້ອມ ນະຄອນ ຫຼວງພະບາງ

ພັນໂທ ສົມບູນ ທະນາວັນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ຫົວໜ້າຫ້ອງຕໍາຫຼວດ ໄດ້ຖະແຫຼງຂ່າວການຈັບກຸມຜູ້ກະທຳຜິດລັກສາຍໄຟຟ້າຕາມແລວທາງລົດໄຟເຂດບ້ານຊຽງລ້ອມ ນະຄອນ ຫຼວງພະບາງ ໃນວັນທີ 21 ທັນວານີ້ວ່າ: ວັນທີ 11 ທັນວາ 2021, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຄະດີອາຍາຂັ້ນແຂວງ ໄດ້ກັກຕົວຜູ້ກະທຳຜິດທີ່ລັກຊັບ (ສາຍໄຟຟ້າ) ຕາມແລວທາງລົດໄຟ…