ການປະຕິບັດວາລະແຫ່ງຊາດເປັນພາລະກິດອັນສຳຄັນເລັ່ງດ່ວນ

ໂດຍ: ທິດກໍ່າ
ໃນກອງປະຊຸມສະໄໝສາມັນຂອງລັດຖະບານທີ່ໄດ້ຈັດຂຶ້ນໃນວັນທີ 20-21 ມັງກອນ 2022 ຈະສຸມໃສ່ 5 ເປົ້າໝາຍທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນເດືອນກຸມພາ 2022 ເຊິ່ງໜຶ່ງໃນພາລະກິດນັ້ນກໍຄືການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳຫລາຍຂຶ້ນເພາະໃນ 2 ວາລະແຫ່ງຊາດນີ້ເປັນພາລະກິດອັນສຳຄັນ, ຈຳເປັນ, ເລັ່ງດ່ວນ ເປັນຕົ້ນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະບັນ ຫາຢາເສບຕິດໃຫ້ເຂົ້າສູ່ລວງເລິກ ແລະ ກ້າວໄປສູ່ການບຸກທະລຸຢ່າງແທ້ຈິງ.
ດັ່ງຮູ້ກັນດີແລ້ວວ່າ, ພາລະກິດການປະຕິບັດວາລະແຫ່ງຊາດມີກຳນົດ ແລະ ເປົ້າໝາຍຢ່າງຈະແຈ້ງເຊັ່ນ: ຕ້ອງສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ທີ່ຍັງກົດໜ່ວງຂົງເຂດເສດຖະກິດ-ການເງິນໃຫ້ທະລຸລ່ວງມີຜົນສຳ ເລັດເປັນຮູບປະທຳ. ສ່ວນແຜນກຳນົດການຈັດຕັ້ງປະຕິບັດກໍພຽງແຕ່ປີເຄິ່ງ ຄືຈາກປີ 2022 ຫາກາງປີ 2023 ກໍຈະສະຫລຸບປະເມີນຜົນຖອດຖອນບົດຮຽນ ຫາກເຫັນວ່າການຈັດຕັ້ງປະຕິບັດເປັນໄປຕາມເປົ້າ ກໍຖືວ່າພວກເຮົາໄດ້ຮັບໄຊຊະນະຕາມຍຸດທະສາດທີ່ໄດ້ວາງໄວ້.
ແນວໃດກໍຕາມ, ຢູ່ໃນພາລະກິດການຈັດຕັ້ງປະຕິບັດ 2 ວາລະນີ້ມີການພົວພັນກວມລວມໃນຫລາຍຂົງເຂດທີ່ຕ້ອງໄດ້ປັບປຸງແກ້ໄຂຢ່າງຈິງຈັງ ແລະ ເປັນຮູບປະທຳ. ຕົວຢ່າງໃນວາລະແຫ່ງຊາດດ້ານເສດ ຖະກິດ-ການເງິນຕ້ອງໄດ້ເວົ້າເຖິງການເກັບລາຍຮັບແຫ່ງຊາດ, ການສົ່ງເສີມການຜະລິດ, ການລົງທຶນ, ການຂຸດຄົ້ນທ່າແຮງທີ່ບົ່ມຊ້ອນພາຍໃນປະເທດເຊັ່ນ: ທ່າແຮງຈາກທຳມະຊາດ, ຊັບພະຍາກອນມະນຸດ, ການປະຢັດ, ການຕ້ານການສໍ້ລາດບັງຫລວງ, ການຄ້າ, ການຄົມມະນາຄົມຂົນສົ່ງ, ການຈໍລະຈອນແຈກຢາຍສິນຄ້າ, ການນຳເຂົ້າ-ສົ່ງອອກບັນດາສິນຄ້າຢ່າງມີປະສິດທິຜົນ ແລະ ອື່ນໆ. ສ່ວນການປະຕິບັດວາ ລະແຫ່ງຊາດກ່ຽວກັບການແກ້ໄຂຢາເສບຕິດນັ້ນ ກໍຍິ່ງເປັນພາລະກິດອັນສຳຄັນ, ໜັກໜ່ວງເພາະມັນພົວ ພັນເຖິງຄວາມສະຫງົບປອດໄພຂອງຜູ້ເຮັດໜ້າທີ່ໂດຍກົງ, ບາງກໍລະນີຕ້ອງໄດ້ນຳໃຊ້ອາວຸດປະຈັນບານຕໍ່ສູ້ກັບເປົ້າໝາຍກະທຳຜິດ.
ເຖິງຢ່າງໃດກໍດີ, ນັບແຕ່ມື້ສະພາແຫ່ງຊາດໄດ້ຮັບຮອງເອົາ 2 ວາລະແຫ່ງຊາດມານີ້ ເຫັນວ່າເລີ່ມມີປັດໄຈໃໝ່ເກີດຂຶ້ນຢ່າງຈະແຈ້ງ ໂດຍສະເພາະມີຫລາຍແຂວງ, ຫລາຍຂະແໜງການທີ່ກ່ຽວຂ້ອງໃນທົ່ວປະ ເທດໄດ້ເປີດກອງປະຊຸມເພື່ອຄົ້ນຄວ້າເຊື່ອມຊຶມກ້າວໄປເຖິງການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ສະແດງອອກຄືສາມາດປາບປາມຂະບວນຄ້າຢາເສບຕິດໄດ້ຫລາຍຮ້ອຍຄະດີ, ຢຶດຢາເສບຕິດໄດ້ຫລາຍພັນກິໂລກຣາມ ຄາດວ່ານັບຈາກນີ້ໄປຮອດມື້ສະຫລຸບປະເມີນຜົນ 2 ວາລະນີ້ ພວກເຮົາກໍຈະເຫັນຜົນສຳເລັດ ເຊິ່ງເປັນໄຊຊະນະຢ່າງໃຫຍ່ຫລວງກັບບັ້ນຮົບທີ່ເປັນວາລະແຫ່ງຊາດນີ້ຢ່າງແນ່ນອນ.

