ຄວາມຜິດພາດທີ່ບໍ່ໜ້າເຊື່ອ

ອາທິດຜ່ານມາ, ໄດ້ມີສຽງວິພາກວິຈານກັນຫລາຍໃນສື່ສັງຄົມອອນລາຍ ແລະ ສຽງຈົ່ມວ່າຈາກຜູ້ມັກສ່ຽງດວງຢູ່ໃນສັງຄົມຍຸກໂຄວິດ ຫວັງຫາຄວາມລໍ້າລວຍທີ່ຈະເປັນຈິງໄດ້ຍາກ ດັ່ງຜົນການອອກຫວຍຂອງຫວຍພັດທະນາໂຊກໄຊຄັ້ງວັນທີ14/01/ 2022 ຊຶ່ງຫລາຍຄົນກໍນຶກວ່າ: ຕົນຈະລວຍແລ້ວເພາະເລກລາງວັນທີ່ອອກມາຜ່ານໜ້າຈໍໂທລະພາບລະບົບເຮັສດີ ( HD) ຢ່າງຈະແຈ້ງທີ່ຕົນຕິດຕາມຢູ່ແມ່ນເລກ 331496 ຕົງກັບໂຕທີ່ໄດ້ສ່ຽງດວງເອົາແລ້ວຕ່າງຄົນກໍຫວັງວ່າເຊົ້າມາຈະໄດ້ຮັບເງິນຜົນຫວຍອັນຫລວງຫລາຍດັ່ງກ່າວ, ແຕ່ແລ້ວເມື່ອຍື່ນໃບຫວຍທີ່ຕົນຖືກໃນຄືນນັ້ນໄປພັດໄດ້ຮັບຄຳຕອບຈາກຝ່າຍຫວຍວ່າ: “ໃບຫວຍນີ້ບໍ່ຖືກ, ໃບທີ່ຖືກແມ່ນເລກ 337496” ເວລານັ້ນທຸກມູມມອງຂອງຜູ້ຖືກຫວຍມືດໄປທັງ 4 ດ້ານຢ່າງບໍ່ໜ້າເຊື່ອ. ຄວາມຜິດພາດດັ່ງກ່າວຂອງຜູ້ອອກຫວຍມີຈິງ ຊຶ່ງເຈຕະນາ ຫລື ບໍ່ນັ້ນ! ຊຶ່ງໃຜໆກໍອະທິບາຍໄດ້ຍາກ.

ຈາກນັ້ນສອງສາມມື້ຕໍ່ມາອາດຈະແມ່ນຄວາມກົດດັນຂອງສັງຄົມ, ຜູ້ເປັນເຈົ້າຂອງຫວຍຈິ່ງອອກມາຍອມຮັບຜ່ານເຟສບຸກຂອງຕົນແບບງ່າຍໆວ່າ: ” ຂໍໂທດທຸກໆທ່ານ ຍ້ອນເກີດຄວາມຜິດຜາດຂອງການປະກາດຜົນຫວຍຄັ້ງວັນທີ 14/01/2022″. ມັນບໍ່ເປັນຕາເຊື່ອອີຫລີເລື່ອງໃຫຍ່ໆ ທີ່ມີທັງການຖ່າຍທອດສົດຜ່ານທາງໂທລະພາບໃນຍຸກຮາຍເທັກແບບນີ້, ແຕ່ເປັນຫຍັງຈິ່ງເກີດມີຄວາມຜິດພາດຮ້າຍແຮງດັ່ງກ່າວ ກໍຂໍຝາກໃຫ້ຫວຍພັດທະນາລາວ ຊຶ່ງເປັນຫວຍນໍ້າເບີໜຶ່ງຂອງລັດຖະບານເບິ່ງຄືນພະນັກງານຂອງຕົນ ຫລື ລະບົບການບໍລິຫານທີ່ເປັນມືອາຊີບເພື່ອຈະໄດ້ຮັບຄວາມເຊື່ອຖືຈາກສັງຄົມຜູ້ມັກສ່ຽງດວງເພື່ອປະກອບສ່ວນເຂົ້າພັດທະນາປະເທດຊາດບ້ານເມືອງໄດ້ຫລາຍ ແລະ ມີຄວາມຍຸຕິທຳຫລາຍຂຶ້ນ ຢ່າເຮັດແບບງົມມືດໃນພື້ນທະເລເລິກມັນບໍ່ດີແລ.
ສິ່ງນີ້ອາດເປັນບົດຮຽນອັນເລິກເຊິ່ງໃຫ້ແກ່ຜູ້ປະກອບການແບບເລກແບບເບີນັ້ນໄດ້ຄິດຄຳນຶງເຖິງການເປັນມືອາຊີບ ແລະ ຈັນຍາບັນຂອງນັກທຸລະກິດທີ່ເວົ້າໜຶ່ງເປັນໜຶ່ງໄດ້ຮັບຄວາມເຊື່ອຖື ແລະ ຍືນຍົງ.

