ເມື່ອໃດການແກ້ໄຂເສັ້ນທາງເປີເປື້ອນຈາກລົດບັນທຸກຫີນຊາຍໃນນະຄອນຫລວງຈະເປັນຮູບປະທຳ

ບົດຄວາມ: ລາວພັດທະນາ
ປັດຈຸບັນກໍຄືຜ່ານມາ, ພັກ-ລັດຖະບານໄດ້ສຸມທຶນຮອນອັນມະຫາສານເຂົ້າໃສ່ປັບປຸງ, ກໍ່ສ້າງຖະໜົນຫົນ ທາງໃຫ້ດີຂຶ້ນໂດຍການປູຢາງ ຫລື ເບຕົງທີ່ແໜ້ນໜາທົນທານໄດ້ມາດຖານເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນໄປມາລວມເຖິງການຂົນສົ່ງສິນຄ້າ. ແນວໃດກໍດີເມື່ອເບິ່ງອີກດ້ານໜຶ່ງຄືການຮັກສາຄວາມສະອາດຍັງເຮັດໄດ້ໜ້ອຍ ໂດຍຄວາມເປິເປື້ອນຂອງຖະໜົນຫົນທາງນັ້ນມາຈາກຫລາຍສາເຫດ ແລະ ໜຶ່ງໃນຫລາຍສາເຫດກໍຄືບັນຫາລົດບັນທຸກໜັກຂະໜາດຕ່າງໆນັບແຕ່ 6 ລໍ້, 10 ລໍ້, 12 ລໍ້ຈໍານວໜຶ່ງໄດ້ແຂ່ງກັນບັນທຸກຫີນ-ຊາຍ, ດິນແດງ ແລະ ອື່ນໆແລ່ນເຂົ້າອອກຈາກສະໜາມດິນ, ຫີນ ແລະ ສະໜາມກໍ່ສ້າງຢູ່ຫລາຍບ່ອນຂອງໃຈກາງນະຄອນຫລວງວຽງຈັນ ຊຶ່ງຍັງສັງເກດເຫັນບໍ່ມີຜ້າປົກປິດ ຫລື ຖ້າປົກປິດແດ່ກໍບໍ່ ແໜ້ນບໍ່ແຈບ ເມື່ອຕົກເຮ່ຍ ຫລື ຟົ້ງອອກຈາກລົດຍ່ອມສົ່ງຜົນເຮັດໃຫ້ເສັ້ນທາງເປິເປື້ອນບໍ່ເວັ້ນແຕ່ລະມື້ ທັງໆທີ່ຂະແໜງການກ່ຽວຂ້ອງ ໄດ້ປະກາດຫ້າມຜູ້ປະກອບການຂົນສົ່ງດັ່ງກ່າວມາແລ້ວ, ແຕ່ບໍ່ມີໃຜເອົາຫົວຊາ ແລະ ກາຍເປັນສິ່ງທ້າທາຍຕໍ່ການຮັກສາຄວາມສະອາດ.
ແນວໃດກໍດີຜ່ານມາພາກສ່ວນກ່ຽວຂ້ອງໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ລວມທັງໄດ້ຈັດສັນເສັ້ນທາງແລ່ນລົດບັນທຸກ ແລະ ຈັດລົດໃຫ້ມີຂະໜາດເໝາະສົມເພື່ອບັນທຸກດິນ, ຫີນ-ຊາຍ ເຂົ້າອອກຕົວເມືອງທັງກຳນົດໂມງເວລາແລ່ນລົດເຂົ້າ-ອອກ ເພື່ອຫລີກເວັ້ນບັນຫາລົດແອອັດທັງມາດຕະການໃຫ້ລົດບັນທຸກແຕ່ລະຄັນ ເວລາຂົນດິນ, ຫິນ-ຊາຍ ຕ້ອງມີຜ້າປົກປິດ ເພື່ອຮັບປະກັນບໍ່ໃຫ້ດິນຕົກໃສ່ທາງ ແລະ ສ້າງຄວາມເປິ ເປື້ອນ, ແຕ່ເບິ່ງຕົວຈິງແລ້ວຍັງບໍ່ເຂັ້ມງວດ ຊຶ່ງຍັງປາກົດເຫັນລົດບັນທຸກຕ່າງກໍພາກັນແລ່ນເຂົ້າອອກຈາກໂຄງການກໍ່ສ້າງ ຫລື ສະໜາມດິນ, ຫີນຊາຍດ້ວຍຄວາມໄວ ນອກຈາກສົ່ງຜົນໃຫ້ເສັ້ນທາງເປີເປື້ອນແລ້ວ ຍັງສ່ຽງຕໍ່ການເກີດອຸບັດເຫດ ແລະ ບັນຫາອື່ນໆໃນພາຍຫລັງ.
ຖ້າພາກສ່ວນກ່ຽວຂ້ອງລວມເຖິງຜູ້ປະກອບການລົດຂົນສົ່ງຫີນ-ຊາຍ ປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ ບັນຫາເຫລົ່ານີ້ຄົງທຸເລົາເບົາບາງລົງ. ຂະນະທີ່ຜູ້ປະກອບການຂົນສົ່ງຕ້ອງມີສ່ວນຮ່ວມບົວລະບັດຮັກສາຄວາມສະອາດໃນຕົວເມືອງ ເມື່ອເສັ້ນທາງເປິເປື້ອນຍ້ອນການຂົນດິນ, ຫີນ-ຊາຍ ຕ້ອງຮັບຜິດຊອບລ້າງທາງໃຫ້ສະອາດ ແລະ ອື່ນໆ.

