“ແລບລີ້ນ ປີ້ນຕາ ໂພສທ່າລົງສື່ອອນລາຍ ມ່າຍສາວ ຫ້າວໃສ່ຍາດໂຍມ” ກິລິຍາບໍ່ເໝາະສົມກັບເພດບັນພະຊິດ

ນັກບວດ ໃນພຸດທະສາສະໜາ ມີຫລາຍຄຳທີ່ສາມາດເອີ້ນ ແທນໄດ້ເຊັ່ນ ເພດບັນພະຊິດ, ສະມະນະ, ພະສົງ, ພິກຂຸ ເວົ້າແບບລາວເຮົາ ກໍຄື “ຄູບາ, ຈົວ ຫລື ພະ ແລະ ສາມະເນນ” ເຊິ່ງລ້ວນແຕ່ເປັນຜູ້ສະຫລະຕົນຈາກເພດຄະລືຫັດ ຫລື ຜູ້ຄອງເຮືອນ ຫລື…

ເງິນກີບລາວຍິ່ງຈະດ້ອຍຄ່າ ຫລື ຈະຫວນກັບມາແຂງຄ່າຢູ່ກັບຊາດລາວຄົນລາວ

ເງິນກີບລາວຍິ່ງຈະດ້ອຍຄ່າ ຫລື ຈະຫວນກັບມາແຂງຄ່າຢູ່ກັບຊາດລາວຄົນລາວ

ໂດຍ: ທິດກໍ່າ ສະພາບການອ່ອນຄ່າຂອງເງິນກີບລາວໃນປັດຈຸບັນໄດ້ເຮັດໃຫ້ຫລາຍສິ່ງຫລາຍຢ່າງມີການປ່ຽນແປງ. ອັນທີ່ໂດດເດັ່ນເຫັນປະຈັກຕາ ທັງມີຜົນກະທົບຢ່າງໜັກໜ່ວງພໍສົມຄວນກໍແມ່ນລາຄາສິນຄ້ານັບມື້ີຖີບຕົວສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຕົ້ນເຫດທີ່ເຮັດໃຫ້ເງິນກີບລາວອ່ອນຄ່ານັ້ນ ມັນກໍບໍ່ອື່ນໄກ ອັນເນື່ອງມາຈາກສາມປັດໄຈໃຫຍ່ຫລັກໆຄື: ອັນທີໜຶ່ງ ແມ່ນມາຈາກບັນດາມາດຕະການໃນການຄຸ້ມຄອງເສດຖະກິດ-ການເງິນ-ເງິນຕາບໍ່ໄປຕາມລະບົບ ທັງບໍ່ເຂັ້ມງວດເດັດຂາດ. ເວົ້າແຈ້ງມີກົດໝາຍ ແຕ່ກົດໝາຍບໍ່ສັກສິດຍ້ອນຄົນສ່ວນໃຫຍ່ບໍ່ພາກັນປະຕິບັດ. ອັນສອງມາປັດໄຈໃນການຜະລິດສິນຄ້າຢູ່ບ້ານເຮົາບໍ່ທັນເຂັ້ມແຂງ, ຫລາກຫລາຍ, ບໍ່ທັນສາມາດຢຶດບົດບາດຄໍ້າຈູນ ເສດຖະກິດມະຫາພາກຂອງປະເທດໃຫ້ກຸ້ມຕົນເອງ, ເພິ່ງຕົນເອງໄດ້ຢ່າງພຽງພໍ ດັ່ງໃນສະພາບປັດຈຸບັນຍັງອາໄສການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນສ່ວນຫລາຍ, ຈາກສາເຫດດັ່ງກ່າວຈຶ່ງເຮັດໃຫ້ການສົ່ງອອກໜ້ອຍກວ່າການນໍາເຂົ້າເຮັດໃຫ້ມີການຂາດດູນຕະຫລອດມາ….

ຊື້ຢໍ່ໝູ ມີແຕ່ໃບຕອງເປັນສ່ວນຫລາຍເປັນການເອົາປຽບຜູ້ບໍລິໂພກເກີນໄປ

ຊື້ຢໍ່ໝູ ມີແຕ່ໃບຕອງເປັນສ່ວນຫລາຍເປັນການເອົາປຽບຜູ້ບໍລິໂພກເກີນໄປ

ອາຫານສຳເລັດຮູບປະເພດຢໍ່ໝູ ທີ່ຂາຍຕາມຕະຫລາດແມ່ນຫຸ້ມຫໍ່ດ້ວຍໃບຕອງ ເພາະມັນຈະຮັກສາກິ່ນ ແລະ ຄຸນນະພາບໄດ້ດົນກວ່າ, ແຕ່ສິ່ງທີ່ເປັນຄວາມສ່ຽງກໍຄືບໍ່ຮູ້ໄດ້ວ່າທາງໃນຈະມີຢໍ່ໝູໜ້ອຍຫລາຍພຽງໃດ ? ມັນຈະສົມກັບລາຄາທີ່ວາງຂາຍນັ້ນບໍ? ຈາກປະສົບການລົງໄປທ່ຽວແຂວງພາກໃຕ້ ຍ້ອນຄວາມຫິວ ຈຶ່ງໄດ້ແວະຊື້ຢໍ່ໝູຫໍ່ໜຶ່ງໃຫຍ່ເຕີບ ໃນລາຄາ 20.000 ກີບ ແລະ ກໍຄິດໃນໃຈວ່າທາງໃນອາດຈະມີຢໍ່ສົມນໍ້າສົມຕ່ອນ ແລະ ອາດຈະແຊບສົມລາຄາແນ່ນອນ, ແຕ່ໜ້າເສຍດາຍມັນບໍ່ຄືດັ່ງທີ່ຄາດຄິດ ແລະ…

ຢ່າໃຫ້ນໍ້າເມົາມາເປັນພິດໄພຕໍ່ສັງຄົມ

ຢ່າໃຫ້ນໍ້າເມົາມາເປັນພິດໄພຕໍ່ສັງຄົມ

ໄລຍະມໍ່ມານີ້ປາກົດມີຂ່າວໃນສື່ສັງຄົມອອນລາຍໃຫ້ເຫັນເປັນປະຈຳ ບໍ່ວ່າຈະເປັນການໃຊ້ອາວຸດເສິກ ຫລື ໃຊ້ກຳລັງແຮງ ຫລື ໃຊ້ວັດຖຸທີ່ເປັນອັນຕະລາຍຕໍ່ຮ່າງກາຍທຳລາຍກັນ ຊຶ່ງເຫດການລັກສະນະນີ້ທີ່ຜ່ານມາ ພວກເຮົາເຄີຍເຫັນແຕ່ຂ່າວທີ່ເກີດຂຶ້ນຈາກສັງຄົມອື່ນໂດຍສະເພາະປະເທດຕາເວັນຕົກທີ່ຈະເລີນຮັ່ງມີທາງວັດຖຸ, ແຕ່ວັດທະນະທໍາທີ່ດີງາມດັ້ງເດີມຂອງບັນພະບຸລຸດເສື່ອມສູນແລ້ວ. ຫລາຍທ່ານຄົງບໍ່ລືມຄຳສອນອັນໜຶ່ງຄື ໂມໂຫໂທໂສ ພາໂຕຕົກຕໍ່າ ໂດຍຄຳສອນນີ້, ພໍ່ແມ່ຜູ້ປົກຄອງທັງຫລາຍລ້ວນແຕ່ເຄີຍໃຊ້ບອກລູກສອນຫລານ ແລະ ດຽວນີ້ຄຳສອນດັ່ງກ່າວຍັງໃຫ້ຄວາມໝາຍໃນແງ່ຄົ້ນຄິດເປັນຢ່າງດີ ຊຶ່ງປັດຈຸບັນປາກົດວ່ານໍ້າເມົາໄດ້ກັບມາອາລະວາດໃນສັງຄົມເຮົານັບມື້ຫລາຍຂຶ້ນໂດຍສະເພາະຖັນແຖວໄວໜຸ່ມ, ປາກົດການນີ້ນັບມື້ມີຫລາຍເປັນຕົ້ນຢູ່ຕົວເມືອງໃຫຍ່ຕ່າງໆໄປທາງໃດກໍເຫັນຕັ້ງວົງດື່ມເຫລົ້າດື່ມເບຍຈົນນັບບໍ່ຖ້ວນ, ຮ້ານອາຫານ, ຮ້ານບັນເທີງປົ່ງອອກປານດອກເຫັດ,…

ການເຮັດໜັງສືຜ່ານແດນຊັກຊ້າ ອາດເປັນຍ້ອນມີນາຍໜ້າຮັບຈ້າງລັດຄິວ

ການເຮັດໜັງສືຜ່ານແດນຊັກຊ້າ ອາດເປັນຍ້ອນມີນາຍໜ້າຮັບຈ້າງລັດຄິວ

ຕາມຄຳແນະນຳຂອງກົມກົງສຸນ ກະຊວງການຕ່າງປະເທດ ທີ່ເຮັດປ້າຍຕິດໄວ້ຈຸດໜ້າຫ້ອງສຳພາດ ລະບຸຂັ້ນຕອນການເຮັດໜັງສືຜ່ານແດນ (ພາສປອດ) ມີດັ່ງນີ້: ສຳລັບ ຜູ້ເຮັດໜັງສືຜ່ານແດນຫົວໃໝ່ ຈະຕ້ອງໄດ້ປະກອບເອກະສານລວມມີ: ສຳເນົາປຶ້ມສຳມະໂນຄົວ 1 ຊຸດ, ຕ້ອງຖື ບັດປະຕຳຕົວ ແລະ ສຳມະໂນຄົວຕົ້ນສະບັບມາພ້ອມ (ໃນປຶ້ມດັ່ງກ່າວຕ້ອງມີຮູບຜູ້ກ່ຽວ ປະທັບກາ ປກສ ເມືອງ),…

ການນຳໃຊ້ລົດ 3 ລໍ້ມໍເຕີໄຟຟ້າ ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ສະເໝີພາບຕໍ່ລະບຽບຫລັກການ

ການນຳໃຊ້ລົດ 3 ລໍ້ມໍເຕີໄຟຟ້າ ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ສະເໝີພາບຕໍ່ລະບຽບຫລັກການ

ປັດຈຸບັນ ປາກົດມີລົດ 3 ລໍ້ຕິດມໍເຕີ ໄຟຟ້າທີ່ນຳໃຊ້ບັນທຸກຂົນເຄື່ອງຂອງຕ່າງໆເຄື່ອນຍ້າຍໄປ-ມາ ນັບມື້ເພີ່ມຂຶ້ນ, ໂດຍສະເພາະຢູ່ເມືອງຈັນທະບູລີ ແລະ ສີໂຄດຕະບອງ ເຂດບ້ານໜອງດ້ວງ, ເຕ້ 2, ທົ່ງຂັນຄຳ ແລະ ທົ່ງຕູມ ເຊິ່ງມີຊາວຄ້າຂາຍຕ່າງປະເທດອາໄສຢູ່ເປັນຈຳນວນຫລາຍ. ລົດ 3 ລໍ້ ຕິດມໍເຕີ…

ຢາກໃຫ້ເງິນກີບແຂງຄ່າ ໜຶ່ງໃນການແກ້ໄຂບັນຫາຄືຕ້ອງປະຢັດ

ຢາກໃຫ້ເງິນກີບແຂງຄ່າ ໜຶ່ງໃນການແກ້ໄຂບັນຫາຄືຕ້ອງປະຢັດ

ໂດຍ: ທິດກໍ່າ ກ່ອນໜ້ານີ້ເກືອບ 40 ປີ ສະໄໝທິດກໍ່າໄປສຶກສາຮໍ່າຮຽນຢູ່ປະເທດຫວຽດນາມ ໄດ້ເຫັນຄົນຫວຽດນາມ ທັງພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນທຸກໝູ່ເຫລົ່າໃນປະເທດຫວຽດນາມພາກັນຕັ້ງໜ້າປະຕິບັດຄໍາຂວັນທີ່ປະທານ ໂຮ່ຈີມິງ ໄດ້ວາງອອກໃຫ້ທຸກຄົນພາກັນປະຕິບັດຢ່າງເປັນຂະບວນ ແລະ ເຂັ້ມງວດທີ່ສຸດ. ໃນຍຸກນັ້ນ ປະເທດຫວຽດນາມຍັງມີຄວາມທຸກຍາກ, ຫຍຸ້ງຍາກທາງດ້ານເສດຖະກິດ. ສ່ວນເນື້ອໃນຄໍາຂວັນກໍມີຢູ່ວ່າ:…

ທິດສະດີມາກ-ເລນິນ ກ່າວໄວ້ວ່າ “ຄວາມບໍ່​ເທົ່າ​ທຽ​ມ​ ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ທຸກ​ຍາກ ແລະ ກົດໜ່ວງຖ່ວງດຶງຕໍ່ການພັດທະນາເສດຖະກິດ-ສັງຄົມ”

ໂດຍ: ມຶກບໍ່ແຫ້ງ ຄວາມບໍ່ເທົ່າທຽມເປັນບັນຫາພື້ນຖານຂອງ ການພັດທະນາເສດຖະກິດ-ສັງຄົມ, ຫຼາຍກໍລະນີກໍມີ ລັກສະນະທີ່ເປັນໂຄງສ້າງ ທີ່ຍາກຍິ່ງຕໍ່ການແກ້ໄຂ ແລະ ປ່ຽນແປງ. ຄວາມບໍ່​ເທົ່າ​ທຽມ​ກັນ​ໃນ​ນີ້ ຈະ​ຂໍ​ເວົ້າ​ເຖິງ​ເລື່ອງ​ຂອງ​ຄວາມບໍ່​ເທົ່າ​ທຽມ​ກັນທາງ​ດ້ານໂອ​ກາດ ທີ່​ໄດ້​ມາ​ຈາກ​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມ. ຕາ​ມ​ທິດ​ສະ​ດີ​ຂອງ​ທ່ານ ມາກ-ເລ​ນິນ ກ່ຽວ​ກັບ​ຮາກ​ເຫງົ້າ​ຂອງ​ຄວາມ​ທຸກ​ຍາກນັ້ນ ຊຸມ​ຊົນ ຫລື ​ປະ​ເທດ​ໃດ​ໜຶ່ງ  ເພິ່ນແບ່ງກຸ່ມ​ຄົນ​ໃນ​ສັງ​ຄົມອອກເປັນສອງ​ປະ​ເພດ, ປະ​​ເ​ພດ​ທີ່​ໜຶ່ງ…

ການທ່ອງທ່ຽວລາວຈະນັບມື້ສົດໃສຖ້າບໍ່ມີໄພມາຄຸກຄາມ ແລະຄວາມພະຍາຍາມປັບປຸງແກ້ໄຂຂອດບັນຫາ

ການທ່ອງທ່ຽວລາວຈະນັບມື້ສົດໃສຖ້າບໍ່ມີໄພມາຄຸກຄາມ ແລະຄວາມພະຍາຍາມປັບປຸງແກ້ໄຂຂອດບັນຫາ

ໂດຍ: ທິດກໍ່າ ໃນປີ 2022 ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດລາວເຮົາເຖິງ 1 ລ້ານ 6 ແສນຄົນ ອັນສາເຫດກໍຍ້ອນວ່າ: ລັດຖະບານໄດ້ເປີດປະເທດມາແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ. ນີ້ເປັນພຽງແຕ່ໄລຍະ 6 ເດືອນ ຄືເດືອນພຶດສະພາຫາເດືອນທັນວາເທົ່ານັ້ນ, ແຕ່ຖ້າຫາກຮອດໜຶ່ງປີເຕັມ ຈຳນວນນັກທ່ອງທ່ຽວອາດເພີ່ມຂຶ້ນຫລາຍກວ່ານີ້. ບັນດານັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວລາວຫລາຍກວ່າໝູ່ແມ່ນພີ່ນ້ອງຊາວໄທທີ່ເປັນບ້ານໃກ້ເຮືອນຄຽງຂອງລາວເຮົານີ້ເອງ….

ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ

ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ

ທຸລະກິດການຄ້າຂາຍຢູ່ໃນນະຄອນຫລວງວຽງຈັນ ນັບມື້ເຫັນວ່າມີບັນຍາກາດດີຂຶ້ນ, ພາຍຫລັງການລະບາດຂອງພະຍາດໂຄວິດ19 ໄດ້ຜ່ອນຜັນລົງ, ແຕ່ໜ້າເສຍດາຍບັນຍາກາດການຄ້າຂາຍນັ້ນມີບາງອັນພັດບໍ່ຢູ່ໃນລະບຽບຮຽບຮ້ອຍ ແລະກາຍເປັນປາກົດການຫຍໍ້ທໍ້, ໂດຍສະເພາະແມ່ນການຂາຍເຄື່ອງຊະຊາຍກວມເອົາຂອບທາງຍ່າງໃນບ່ອນຊຸມຊົນແອອັດ, ສ້າງຄວາມບໍ່ສະສະດວກໃນການສັນຈອນໄປມາ, ມີຫລາຍຄັ້ງໄດ້ພາໃຫ້ເກີດອຸປະຕິເຫດກໍມີ. ເຖິງວ່າໃນໄລຍະຜ່ານມາພາກລັດໄດ້ສ້າງນິຕິກຳຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍນັ້ນຢ່າງເຂັ້ມງວດ ແລະ ກໍໄດ້ມີການຈັດສັນໂດຍດີຕະຫລອດມາບໍ່ວ່າຈະເປັນບ້ານ ຫລືຊານເມືອງຕ່າງໆ ທັງນີ້ກໍເພື່ອໃຫ້ຢູ່ໃນຄວາມສະອາດງາມຕາຂອງຕົວເມືອງນັບທັງການຈະປຸກສ້າງ, ຕໍ່ເຕີມ ຫລື ວາງສິ່ງຂອງໃດຢູ່ເຂດນີ້ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານກ່ຽວຂ້ອງຕາມລະບຽບການຢ່າງຄັກແນ່, ຖ້າໃຜຝ່າຝືນກໍຈະໄດ້ກ່າວເຕືອນ ຫລືປັບໃໝຕາມລະບຽບທີ່ໄດ້ລະບຸໄວ້ໃນດຳລັດ ເລກທີ…