ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024
ວັນທີ 26 ທັນວາ 2023, ພັນໂທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫລວດຈະລາຈອນໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ເພື່ອເຮັດໃຫ້ການສະເຫລີມສະຫລອງສົ່ງທ້າຍປີເກົ່າ-2023 ຕ້ອນ ຮັບປີໃໝ່ສາກົນ 2024 ມີຄວາມສະຫງົບ, ຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພໃນການສັນ ຈອນໄປ-ມາ ປາສະຈາກໄດ້ປະກົດການຫຍໍ້ທໍ້ ແລະ ຫລຸດຜ່ອນຜົນເສຍຫາຍຈາກການເກີດອຸບັດເຫດ….










