ສະພາອີຣານຜ່ານຍັດຕິໃຫ້ເລັ່ງ ເພີ່ມທຶນໂຄງການຕອບໂຕ້ອາເມລິກາ

ສື່ອີຣານລາຍງານວ່າ: ສະມາຊິກສະພາອີຣານລົງມະຕິດ້ວຍຄະແນນສຽງຢ່າງຫລວງຫລາຍຜ່ານຍັດຕິເລັ່ງເພີ່ມງົບປະມານໃຫ້ໂຄງການລູກສອນໄຟ ແລະ ກອງກຳລັງຮັກສາການປະຕິວັດ ເພື່ອຕອບໂຕ້ອາເມລິກາ.
ສະມາຊິກລັດຖະສະພາສະເໜີຍັດຕິນີ້ແຕ່ເດືອນມິຖຸນາ ເມື່ອວຸດທິສະພາອາເມລິກາຜ່ານມາດຕະການຂວ້ຳບາດອີຣານເທື່ອໃໝ່ ແລະ ສົ່ງຕໍ່ໄປສະພາຜູ້ແທນລາຊະດອນ. ທ່ານ ອາລີ ລາຣິຈານີ ປະທານສະພາອີຣານ ກ່າວວ່າ: ຍັດຕິນີ້ເປັນການສົ່ງສານຈະແຈ້ງໄປເຖິງຄົນອາເມລິກາວ່າລັດຖະສະພາອີຣານຈະຕໍ່ຕ້ານອາເມລິກາຢ່າງສຸດກຳລັງ, ເປັນຍັດຕິໃຫ້ເລັ່ງຜ່ານຮ່າງກົດໝາຍໃຫ້ອຳນາດລັດຖະບານຈັດສັນງົບປະມານເພີ່ມອີກ 260 ລ້ານໂດລາສະຫະລັດ ໃຫ້ກອງທັບພັດທະນາໂຄງການລູກສອນໄຟ ແລະ ງົບປະມານຈຳນວນດຽວກັນໃຫ້ໜ່ວຍປະຕິບັດການຕ່າງປະເທດຂອງກອງກຳລັງຮັກສາການປະຕິວັດ.
ລັດຖະບານປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ສະແດງທ່າທີແຂງແກ່ນກັບອີຣານມາໂດຍຕະຫລອດ ໂດຍການຮັບປາກວ່າຈະຂວ້ຳບາດອີຣານເທື່ອໃໝ່ທີ່ບໍ່ແມ່ນເລື່ອງນິວເຄຼຍ ແລະ ຈະເຂັ້ມງວດຂໍ້ຕົກລົງນິວເຄຼຍທີ່ອີຣານບັນລຸກັບມະຫາອຳນາດໃນ 2 ປີກ່ອນ. ເຖິງຢ່າງໃດກໍດີ, ທຳນຽບຂາວຖະແຫລງໃນວັນທີ 18 ກໍລະກົດວ່າ: ຈະຍຶດຕາມຂໍ້ຕົກລົງນິວເຄຼຍຕໍ່ໄປ ບໍ່ຍົກເລີກຕາມທີ່ທ່ານ ທຳ ເຄີຍຂູ່ໄວ້.

