ຈໍາປາສັກ ກຽມສົ່ງລາຍຊື່ສິນຄ້າເກືອດຫ້າມນຳເຂົ້າ ໃຫ້ຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ເພື່ອສົ່ງເສີມສິນຄ້າພາຍໃນ

ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງການນຳເຂົ້າສິນຄ້າ ໂດຍສ້າງບັນຊີລາຍການສິນຄ້າທີ່ພາຍໃນສາມາດຜະລິດໄດ້ ເພື່ອເປັນການກະຕຸກຊຸກຍູ້ ຫລື ສົ່ງເສີມການຜະລິດສິນຄ້າພາຍໃນແຂວງຈໍາປາສັກ ໃຫ້ມີຄວາມເຂັ້ມແຂງ, ໄດ້ດຳເນີນໄປວັນທີ 20 ທັນວາ 2023, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ.

ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີຄຳເຫັນວ່າ: ໃນກອງປະຊຸມໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນເຫັນດີສະເໜີຂະແໜງການກ່ຽວຂ້ອງກະກຽມສົ່ງລາຍການສິນຄ້າທີ່ຕ້ອງມາດຕະການເກືອດຫ້າມນຳເຂົ້າ ແລະ ລາຍການຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ, ສະເພາະສິນຄ້າກະສິກຳ ປະເພດພືດຜັກແມ່ນໃຫ້ກຳນົດເວລາທີ່ຜະລິດໄດ້ ແລະ ບໍ່ສາມາດຕອບສະໜອງກຸ້ມກິນພາຍໃນ; ສະເໜີໃຫ້ພາກສ່ວນກ່ຽວຂ້ອງເບິ່ງຂອບຂອງອາຊຽນ, FTA ໃນການຜະລິດນໍາເຂົ້າ-ສົ່ງອອກ, ພືດຜັກ, ສັດ ແລະ ຜະລິດຕະພັນສັດ ໂດຍແຕ່ລະປະເທດໃຊ້ມາດຕາການທີ່ເໝາະສົມ ໃນການຈຳກັດການນໍາເຂົ້າ, ໃຫ້ເບິ່ງເປີເຊັນສິນຄ້າກະສິກຳສົ່ງອອກ ແລະ ນຳເຂົ້າ ເພື່ອຫລີກເວັ້ນຜົນກະທົບຕາມມາ.

ສຳລັບສິນຄ້າອຸດສາຫະກຳ ໃຫ້ເບິ່ງທ່າແຮງທີ່ແຂວງສາມາດຜະລິດກຸ້ມຕົນເອງ ເປັນຕົ້ນ ນໍ້າດື່ມ, ນ້ຳສີ, ເຫລັກ, ຊີມັງ, ທໍ່ PE ແລະ ກະເຟສຳເລັດຮູບ. ໃຫ້ຂະແໜງການກ່ຽວຂ້ອງຕິດຕາມກວດກາສິນຄ້ານອກລະບົບ ໃນການນຳເຂົ້າ-ສົ່ງອອກ, ການຊຳລະທີ່ບໍ່ຜ່ານລະບົບທະນາຄານ. ພ້ອມນີ້ ກຳນົດໃຫ້ແຕ່ລະພະແນກການສົ່ງລາຍການສິນຄ້າຢູ່ໃນການຄຸ້ມຄອງຂອງຕົນ ໃຫ້ຂະແໜງການຄ້າພາຍໃນ ເປັນຜູ້ສັງລວມລາຍງານຂັ້ນເທິງ ເພື່ອເປັນຂໍ້ມູນເອກະພາບໃນການຈັດຕັ້ງປະຕິບັດ.

ຂ່າວ: ແຂວງຈຳປາສັກ

อาจเป็นรูปภาพของ 8 คน และ ข้อความ