ອິດສະລາແອນໃຊ້ AIທາງທະຫານໃນສົງຄາມເຂດກາຊາເປັນຄັ້ງທໍາອິດ

ກອງທັບຂອງອິດສະລາແອນໃຊ້ເຕັກໂນໂລຊີທາງທະຫານທີ່ມີປັນຍາປະດິດ (AI) ໃນການສ້ຮົບຢູ່ເຂດກາຊາເປັນຄັ້ງທໍາອິດ ສົ່ງຜົນເຮັດໃຫ້ເກີດຄວາມກັງວົນເພີ່ມຂຶ້ນກ່ຽວກັບການໃຊ້ອາວຸດອັດຕະໂນມັດໃນສົງຄາມສະໄໝໃໝ່.
ວັນທີ 12 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່າມກາງການປະຕິບັດພາລະກິດຂອງກອງກໍາລັງອິດສະລາແອນ ທັງພາກພື້ນດິນ ແລະ ໃຕ້ດິນພ້ອມກັນ ເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດຄົນໜຶ່ງກ່າວວ່າ: ເຕັກໂນໂລຊີດັ່ງກ່າວກໍາລັງທໍາລາຍໂດຣນຂອງສັດຕູ ແລະ ເຮັດແຜນທີ່ເຄືອຂ່າຍອຸໂມງຂະໜາດໃຫຍ່ຂອງກຸ່ມຮາມັດ ຢູ່ເຂດກາຊາ.
ເຕັກໂນໂລຊີການປ້ອງກັນຮູບແບບໃໝ່ ບໍ່ວ່າຈະເປັນ ສູນຍິງປືນທີ່ຂັບເຄື່ອນດ້ວຍ AI ແລະ ໂດຣນຫຸ່ນຍົນ ກາຍເປັນແສງສະຫວ່າງໃນໄລຍະເວລາທີ່ຮ້າຍແຮງສໍາລັບອຸດສາຫະກໍາເຕັກໂນໂລຊີຂອງອິດສະລາແອນ.
ເຖິງຢ່າງໃດກໍຕາມ, ນາງ ແມຣີ ແວແຮມ ຜູ້ຊ່ຽວຊານດ້ານອາວຸດຈາກອົງກອນສິດທິມະນຸດຮິວແມນ ໄຣ ວອດ (HRW) ກ່າວວ່າ: ຈໍານວນຜູ້ເສຍຊີວິດທີ່ເປັນພົນລະເຮືອນເພີ່ມຂຶ້ນສະແດງໃຫ້ເຫັນວ່າ ມັນຈໍາເປັນຕ້ອງມີການເບິ່ງແຍງເພີ່ມຂຶ້ນ ກ່ຽວກັບການໃຊ້ເຕັກໂນໂລຊີການປ້ອງກັນຮູບແບບໃໝ່.

