ກໍາປູເຈຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງເພີ່ມອີກ 3 ຄົນ

ໃນວັນທີ 11 ກຸມພາ, ກະຊວງສາທາລະນະສຸກຂອງກໍາປູເຈຍ ລາຍງານການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ເພີ່ມຂຶ້ນ 3 ຄົນ ເຮັດໃຫ້ຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວພາຍໃນປະເທດມີທັງໝົດ 9 ຄົນ ນັບແຕ່ເດືອນທັນວາຜ່ານມາ ໂດຍຜູ້ຕິດເຊື້ອໃໝ່ທັງສາມຄົນອາໄສຢູ່ໃນສາມເຂດຂອງນະຄອນຫລວງພະນົມເປັນ ແລະ ຢູ່ລະຫວ່າງປິ່ນປົວຢູ່ໂຮງໝໍໃນປັດຈຸບັນ.
ກະຊວງສາທາລະນະສຸກຂອງກໍາປູເຈຍ ຢໍ້າເຕືອນປະຊາຊົນເພີ່ມຄວາມລະມັດລະວັງເປັນພິເສດ ຊີ້ວ່າເຊື້ອໄວຣັສໝາກສຸກລີງສາມາດແພ່ກະຈາຍຈາກຄົນສູ່ຄົນຜ່ານການຕິດຕໍ່ທາງເພດສໍາພັນທຸກຮູບແບບ ລວມທັງຜ່ານການສໍາຜັດໂດຍກົງຈາກບາກແພ, ສານຄັດຫລັ່ງຂອງຮ່າງກາຍ, ນໍ້າລາຍ ແລະ ອຸປະກອນທີ່ປົນເປື້ອນເຊື້ອໄວຣັສນີ້ ຕະຫລອດຈົນແພ່ເຊື້ອຈາກແມ່ສູ່ລູກຜ່ານສາຍສະດືໃນລະຫວ່າງ ຫລື ຫລັງເກີດ.
ທັງນີ້, ກະຊວງສາທາລະນະສຸກຂອງກໍາປູເຈຍ ລະບຸວ່າ: ບຸກຄົນທີ່ມີອາການຕ່າງໆເຊັ່ນ: ຜືນຄັນ ແລະ ຕຸ່ມຕາມໃບໜ້າ, ຝ່າມື, ຕີນ, ຮ່າງກາຍ, ຕາ, ປາກ ຫລື ອະໄວຍະວະເພດ, ເປັນໄຂ້, ຕ່ອມນໍ້າເຫລືອງບວມ, ເຈັບຫົວ, ປວດກ້າມຊີ້ນ, ປວດຫລັງ ແລະ ອ່ອນເພຍ ຄວນຂໍຄໍາປຶກສາ ຫລື ທົດສອບການຕິດເຊື້ອໄວຣັສໝາກສຸກລີງຢູ່ສຸກສາລາ ຫລື ໂຮງໝໍ.

