ລັດຖະມົນຕີກະຊວງ ຍທຂ ຊີ້ນຳໃຫ້ ຍທຂ ແຂວງສະຫວັນນະເຂດ ເລັ່ງປັບປຸງກໍ່ສ້າງເສັ້ນທາງໃຫ້ເຂົ້າເຖິງປະຊາຊົນ

ວັນທີ 20 ທັນວາ 2023, ທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ ລາຍງານຕໍ່ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ວ່າ: ປັດຈຸບັນພະແນກ ຍທຂ ແຂວງໄດ້ປັບປຸງ ແລະ ກໍ່ສ້າງເສັ້ນທາງແຕ່ເທສະບານແຂວງຫາເມືອງ, ເມືອງ ຫາ ບ້ານ ແລະ ບ້ານຫາບ້ານ ທຽວໄດ້ສອງລະດູກວມເອົາ 90% ຂອງຈຳນວນບ້ານໃນທົ່ວແຂວງ, ຈັດຕັ້ງປະຕິບັດໂຄງການຟື້ນຟູ ແລະ ສ້ອມແປງເສັ້ນທາງ 46 ໂຄງການ, ລວມມູນຄ່າ 342 ຕື້ ກວ່າກີບ.

ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງ ຍທຂ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການນຳພາ-ຊີ້ນຳຂອງຄະນະນຳພະແນກໃນການປະຕິບັດວຽກງານຂອງພະນັກງານວິຊາການ ເພື່ອ ປະກອບສ່ວນພັດທະນາແຂວງສະຫວັນນະເຂດ ໃຫ້ມີໃບໜ້າໃໝ່. ແຕ່ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ຕື່ມຕໍ່ວຽກງານທີ່ຄົງຄ້າງ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລັດຖະບານວາງ ອອກໃນແຕ່ລະໄລຍະ ແລະ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນຢ່າງຕັ້ງໜ້າທັງຮັບປະກັນຄຸນນະພາບຂອງວຽກງານ ເພື່ອພັດທະນາເສັ້ນທາງໃຫ້ເຂົ້າເຖິງປະຊາຊົນເຮັດໃຫ້ການຄົມມະນາຄົມຂົນສົ່ງ, ການໄປມາຄ້າຂາຍມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ເຊິ່ງ ເປັນເງື່ອນໄຂສຳຄັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.