ເມືອງທົ່ງມີໄຊ ທົດລອງເປີດສະຖານທີ່ທ່ອງທ່ຽວຕິດພັນກັບຊ້າງ ເພື່ອດຶງດູດນັກທ່ອງທ່ຽວ

ວັນທີ 22 ທັນວາ 2023, ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ທົດລອງເປີດກິດຈະກໍາການທ່ອງທ່ຽວສະມາຄົມຄົນລ້ຽງຊ້າງ, ເຊິ່ງກິດຈະກໍາເບື້ອງຕົ້ນແມ່ນມີຊ້າງເຂົ້າຮ່ວມເກືອບ 20 ເຊືອກ,ໃນຈໍານວນຊ້າງທີ່ມີຢູ່ໃນເມືອງທົ່ງມີໄຊ 60 ກວ່າເຊືອກ, ການສ້າງສະຖານທີ່ທ່ອງທ່ຽວດັ່ງກ່າວເຫັນວ່າມີຄວາມ ເໝາະສົມທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ນອກຈາກຊ້າງບ້ານແລ້ວ ຍັງມີຊ້າງປ່າອາໄສຢູ່ຫລາຍກວ່າ 100 ໂຕ ສ່ວນປະຊາຊົນຊາວເມືອງທົ່ງມີໄຊ ກໍ່ມີມູນເຊື້ອໃນການລ້ຽງຊ້າງມາແຕ່ບູຮານນະການ ແລະ ຈະເປັນໂອກາດດີທີ່ຈະດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມເມືອງທົ່ງມີໄຊໃຫ້ນັບຫລາຍຂຶ້ນ, ໃນກິດຈະກຳທ່ອງທ່ຽວດັ່ງກ່າວປະກອບມີ ທັດສະນະສຶກສາກ່ຽວກັບວິຖີຊີວິດຂອງຄົນກັບຊ້າງ, ການລ້ຽງຊ້າງ, ຊົມກິດຈະກໍາຕ່າງໆກ່ຽວກັບຊ້າງ, ໂດຍມີເຮືອນພັກແຮມ, ຮ້ານອາຫານໄວ້ບໍລິການແຂກຄົນ.
ນີ້ແມ່ນການປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງໆໄຊຍະບູລີ ສະບັບເລກທີ 1053, ລົງວັນທີ 28 ກໍລະກົດ 2023 ເພື່ອດໍາເນີນກິດຈະກໍາທ່ອງທ່ຽວໃນຮູບແບບປະຊາຊົນມີສ່ວນຮ່ວມ ເປັນສູນພັດທະນາຄວາມຮູ້ກ່ຽວກັບຊ້າງ ແລະ ສູນອະນຸລັກຊ້າງແບບທົດລອງເປັນເວລາ 1 ປີ, ພາຍຫລັງປະເມີນຜົນໄດ້ຮັບ 3 ປະໂຫຍດ: ຜູ້ລົງທຶນ, ລັດ ແລະ ເຈົ້າຂອງຊ້າງ ຖ້າມີຄວາມເປັນໄປໄດ້ຈຶ່ງອະນຸຍາດດໍາເນີນຢ່າງເຕັມຮູບແບບ.

