ເມືອງວັງວຽງ ກຽມຄວາມພ້ອມທຸກດ້ານຕ້ອນຮັບປີທ່ອງທ່ຽວລາວ 2024 ເພື່ອດຶງດູດນັກທ່ອງທ່ຽວ

ຕາມການໃຫ້ສຳພາດຂອງ ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ ໃນວັນທີ 22 ທັນວາ 2023 ວ່າ: ເພື່ອເປັນການຕ້ອນຮັບການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ເມືອງວັງວຽງ ແຂວງວຽງຈັນ ກຽມຄວາມພ້ອມຫລາຍດ້ານຕ້ອນຮັບປີທ່ອງທ່ຽວລາວ 2024 ເປັນຕົ້ນການປັບປຸງ ແລະ ຟື້ນຟູສະຖານທີ່ທ່ອງທ່ຽວ, ການບໍລິການອາຫານ, ເຮືອນພັກ-ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງມາທ່ອງທ່ຽວພາຍໃນເມືອງວັງວຽງ.

ນອກນັ້ນ ບັນດາຂະເເໜງການກ່ຽວຂ້ອງ ພາກລັດ, ພາກທຸລະກິດ ຫ້ອງການ ຖວທ ເມືອງວັງວຽງ ຈັດສັນຄວາມເປັນລະບຽບຮຽບຮ້ອຍຄວາມສະອາດຈົບງາມພາຍໃນເມືອງ, ຈັດສັນທາງຂຶ້ນທາງລ່ອງເພື່ອເຮັດໃຫ້ການສັນຈອນ ແລະ ການເຂົ້າອອກຂອງລົດນັກທ່ອງທ່ຽວໃຫ້ມີຄວາມສະດວກສະບາຍ, ຫລຸດຜ່ອນຄວາມແອອັດພາຍໃນຕົວເມືອງ ໂດຍຈັດສັນລົດນໍາສົ່ງນັກທ່ອງທ່ຽວຢູ່ຕາມສະຖານນີລົດໄຟ ເພື່ອບໍລິການຮັບສົ່ງນັກທ່ອງທ່ຽວໄປສູ່ຈຸດໝາຍປາຍທາງຂອງການທ່ອງທ່ຽວ, ເຊິ່ງປັດຈຸບັນມີບໍລິສັດທ່ອງທ່ຽວ 24 ບໍລິສັດ ແລະ 3 ສາຂາບໍລິສັດ, ມີລົດບັດ, ລົດຕູ້, ລົດກະບະຕິດຫລັງຄາ ນໍາທ່ຽວຈຳນວນ 200 ກວ່າຄັນ. ນອກນີ້, ຍັງມີປະເພດລົດບັກກີ່, ລົດຈັກ, ລົດຖີບ, ເຮືອນໍາທ່ຽວ, ເຮືອແພ, ເຮືອກາຍັກ, ເຮືອຈັກຫ່າງຍາວ, ກົງເບັງ, ມີພາລາມໍເຕີ ແລະ ບອນລູນ ໄວ້ບໍລິການນັກທ່ອງທ່ຽວຢ່າງພຽງພໍ.

อาจเป็นรูปภาพของ 1 คน

ປັດຈຸບັນທົ່ວເມືອງມີໂຮງແຮມ 43 ແຫ່ງ, ເຮືອນພັກ 117 ແຫ່ງ, ຣີສອດ 18 ແຫ່ງ, ວິນລາ 6 ແຫ່ງ, ບັງກາໂລ 12 ແຫ່ງ, ລວມສະຖານທີ່ພັກແຮມ 196 ແຫ່ງ, ມີຕຽງນອນທັງໝົດ 6.672 ຕຽງ, ສາມາດບໍລິການຕ້ອນຮັບນັກທ່ອງທ່ຽວທີ່ມາພັກເຊົາໄດ້ເຖິງ 13.344 ຄົນຕໍ່ວັນ,ມີຮ້ານອາຫານ, ຮ້ານກິນດື່ມ 160 ຫົວໜ່ວຍ ແລະ ມີສະຖານທີ່ທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວທັງໝົດ 37 ແຫ່ງ ໃນນີ້ເປັນຖ້ຳ 24 ແຫ່ງ, ຈຸດຊົມວິວ 6 ແຫ່ງ, ນ້ຳຕົກຕາດ 6 ແຫ່ງ ແລະ ອ່າງນ້ຳທຳມະຊາດ 1 ແຫ່ງ.

ຂ່າວ: ແຂວງວຽງຈັນ