ເລັ່ງສົ່ງເສີມການນຳໃຊ້ເຕົາສະອາດ ຢູ່ໃນຄົວເຮືອນ ປ່ຽນແທນເຕົາດັ່ງເດີມ

ວັນທີ 25 ທັນວາ 2023, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ໂຄງການສົ່ງເສີມການນຳໃຊ້ເຕົາສະອາດ ໃນລາວ ເພື່ອຫັນເຂົ້າສູ່ນຳໃຊ້ເຕັກໂນໂລຊີ ຕິດພັນກັບກັບການນໍາໃຊ້ພະລັງງານຢ່າງມີປະສິດທິພາບ, ປ່ຽນແທນເຕົາດັ່ງເດີມ, ນຳໃຊ້ເມັດເຊື້ອໄຟຊີວະພາບ, ສົ່ງເສີມທຸລະກິດພາຍໃນ, ສ້າງລາຍຮັບຈາກການຊື້-ຂາຍສິນເຊື່ອກາກບອນ, ສົ່ງເສີມ SDG ຫລຸດການປ່ອຍທາດອາຍເຮືອນແກ້ວ, ປົກປັກຮັກສາສຸຂະພາບ, ຍົກສູງຄຸນນະພາບຊີວິດໃຫ້ປະຊາຊົນ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.

ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ໃຫ້ຮູ້ວ່າ: ໂຄງການສົ່ງເສີມເຕົາປະຢັດ ແມ່ນເປັນໂຄງການຮ່ວມມືລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ກັບທະນາຄານໂລກ ຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດ, ນຳໃຊ້ເຕົາສະອາດມີປະສິດທິພາບ ໃນ ສປປ ລາວ, ເຊິ່ງໂຄງການເລີ່ມຈັດຕັ້ງປະຕິບັດແຕ່ປີ 2012 ເປັນຕົ້ນມາ ໂດຍການນຳໃຊ້ເຕົາສະອາດທີ່ມີປະສິດທິ ພາບສູງ (ລະດັບ 4 ຂຶ້ນໄປ) ຈຳນວນ 50.000 ໜ່ວຍ ນຳໃຊ້ຊີວະມວນເມັດອັດແໜ້ນເປັນເຊື້ອໄຟ ຢູ່ໃນ 3 ແຂວງເປົ້າໝາຍຄື: ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ກຳລັງຂະຫຍາຍໄປບັນດາແຂວງໃນທົ່ວປະເທດ.

ໃນຕໍ່ໜ້າ ໂຄງການ ຈະສືບຕໍ່ສົ່ງເສີມເຕົາສະອາດ ທີ່ນຳໃຊ້ຟື້ນເປັນເຊື້ອໄຟ ທົດແທນເຕົາດັງໄຟແບບກ້ອນເສົ້າ ຫລື ຄຽງ ທີ່ບໍ່ມີປະສິດທິພາບ, ສິ້ນເປືອງເຊື້ອໄຟ, ສູນເສຍພະລັງງານຄວາມຮ້ອນ ເຊິ່ງພົບເຫັນນຳໃຊ້ຫລາຍໃນເຂດຊົນນະບົດ, ສົ່ງເສີມເຕົາສະອາດທີ່ນຳໃຊ້ຖ່ານ ຫລຸດຜ່ອນການນຳໃຊ້ຟືນເປັນເຊື້ອໄຟ ທີ່ຍັງເຫັນວ່າມີການນຳໃຊ້ຫລາຍທັງໃນຕົວເມືອງ ແລະ ເຂດອ້ອມຂ້າງເມືອ.

ໄລຍະແຕ່ປີ 2012-2015 ໂຄງການເລີ່ມເກັບກຳຂໍ້ມູນການຊົມໃຊ້ຖ່ານ, ໄມ້ຟືນ ແລະ ເຕົາ ໃນສາມແຂວງພາກເໜືອຄື: ຫລວງພະບາງ, ຊຽງຂວາງ ແລະ ອຸດົມໄຊ; ປີ 2015-2016 ສຶກສາຜົນກະທົບຕໍ່ສຸຂະພາບ ໃນການນໍາໃຊ້ເຕົາແບບເກົ່າ ແລະ ແບບໃໝ່ ໃນບ້ານເປົ້າໝາຍ ຂອງແຂວງ ສະຫວັນນະເຂດ; ປີ 2012-2018 ໄດ້ເລີ່ມການຈັດຕັ້ງປະຕິບັດໂຄງການສົ່ງເສີມການນຳໃຊ້ເຕົາສະອາດ ໃນ ສປປ ລາວ

ไม่มีคำอธิบายรูปภาพ