ສ່ວຍສາອາກອນແຂວງຄຳມ່ວນ ວາງ 12 ມາດຕະການ ຕ້ານການຮົ່ວໄຫລດ້ານງົບປະມານ ເພື່ອແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການເງິນ
ທ່ານ ເກດສະກັນ ແສງປະດິດ ຫົວໜ້າສ່ວຍສາອາກອນ ແຂວງຄຳມ່ວນ ໃຫ້ສຳພາດວັນທີ 12 ກໍລະກົດ 2023 ຜ່ານມາວ່າ: ແຂວງຄຳມ່ວນແມ່ນແຂວງໜຶ່ງທີ່ລັດຖະບານທົດລອງຫັນເປັນແຂວງເກີນດຸນ ແລະ ກຸ້ມຕົນເອງທາງດ້ານງົບປະມານ, ເຊິ່ງໃນປີ2023 ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 947 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດໄລຍະ 6 ເດືອນຕົ້ນປີ…









