ເປີດການນຳໃຊ້ໂຮງໝໍຊຸມຊົນເມືອງໜອງແຮດ ແຂວງຊຽງຂວາງ ມູນຄ່າການກໍ່ສ້າງ 16 ຕື້ກວ່າກີບ

ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຮງໝໍຊຸມຊົນເມືອງໜອງແຮດແຂວງຊຽງຂວາງ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ກໍລະກົດ 2023 ຢູ່ທີ່ໂຮງໝໍຊຸມຊົນເມືອງໜອງແຮດ, ເຂົ້າຮ່ວມໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ. ເພື່ອແນໃສ່ຍົກສູງວຽກງານສາທາລະນະສຸກຢູ່ ສປປ ລາວ ກໍຄືເມືອງໜອງແຮດ ແຂວງຊຽງຂວາງ ໃນການບໍລິການປິ່ນປົວຜູ້ທີມາບໍລິການໃຫ້ມີຄຸນນະພາບດີຂຶ້ນ.
ໂຄງການກໍ່ສ້າງໂຮງໝໍຊຸມຊົນເມືອງໜອງແຮດປະກອບມີ 12 ໜ້າວຽກ ຄື: ທັບມ້າງອາຄານເກົ່າ, ກໍ່ສ້າງອາຄານບໍລິການປິ່ນປົວ, ກໍ່ສ້າງອາຄານບໍລິການປິ່ນປົວ, ສຽກກໍ່ສ້າງອາຈານເຕັກນິກ ແລະ ຈັກໄຟຟ້າ, ກໍ່ສ້າງອາຄານຫໍພັກພະນັກງານ, ສຽກກໍ່ສ້າງອາຈານຊັກເຄື່ອງ ແລະ ອະເຊື້ອ, ກໍ່ສ້າງອາຄານຄົວກິນພີ່ນ້ອງຄົນເຈັບ, ກໍ່ສ້າງອາຄານເຮືອນເຢັນ, ສຽກກໍ່ສ້າງອາຈານຫ້ອງນ້ຳສາທາລະນະ, ອ່າງເກັບນ້ຳ, ກໍ່ສ້າງອາຄານອົບຂີ້ເຫຍື້ອ ແລະ ຕົບແຕ່ງສວນ,ກຳແພງ, ເທເປຕົ່ງເດີ່ນ ແລະ ທາງລົດພາຍໃນໂຮງໝໍ. ລວມມູນຄ່າການກໍ່ສ້າງທັງໝົດ 16 ຕື້ກວ່າກີບ, ເຊິ່ງລົງມືກໍ່ສ້າງມາແຕ່ ວັນທີ 17 ເມສາ 2020 ເປັນຕົ້ນມາ ແລະ ສຳເລັດລົງໃນວັນທີ 25 ພຶດສະພາ 2023.
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຮັບໂຄງການກໍ່ສ້າງໂຮງໝໍດັ່ງກ່າວ ມອບຕໍ່ໃຫ້ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ມອບໃຫ້ ທ່ານ ຕູ້ຢ່າ ຢົງວ່າ ເຈົ້າເມືອງໜອງແຮດ.

