ມຽນມາ ບຸກມ້າງແກ້ງຄໍເຊັນເຕີ ຄົ້ນຫາຜູ້ຕົກເປັນເຫຍື່ອຕ່າງປະເທດສົ່ງໃຫ້ທາງການໄທ

ສຳນັກຂ່າວໄທລາຍງານ ວັນທີ14 ກຸມພາ2025 ກອງກຳລັງຮັກສາຊາຍແດນມຽນມາ ໄດ້ບຸກເຂົ້າກວດກາຕາມອາຄານຕ່າງໆໃນບ້ານ ສະເວກົກໂກ ເມືອງ ມຽວວະດີ ແຂວງມຽວວະດີ ເພື່ອເກັບກຳຂໍ້ມູນບຸກຄົນທີ່ເປັນຊາວຕ່າງປະເທດ ທີ່ຖືກຫລອກລວງໄປເຮັດວຽກໃນພື້ນທີ່ດັ່ງກ່າວ ເພື່ອສົ່ງຕົວໃຫ້ຝ່າຍຄວາມໝັ້ນຄົງຂອງໄທ.

ຂະບວນການເຄື່ອນໄຫວໃນເຂດເສດຖະກິດພິເສດໃນເມືອງມຽວວະດີ ປະເທດມຽນມາ ເກີດຂຶ້ນຫລັງຈາກຖືກກົດດັນຈາກລັດຖະບານໄທ ໂດຍການຕັດໄຟ, ອິນເຕີເນັດ ແລະ ຫຍຸດການສົ່ງຂາຍນໍ້າມັນເຊື້ອໄຟໃຫ້ແກ່ເຂດດັ່ງກ່າວ ເຊິ່ງສົ່ງຜົນກະທົບຕໍ່ແຂວງມຽວວະດີ ແລະ ເມືອງໃກ້ຄຽງ, ເຮັດໃຫ້ມຽນມາຕ້ອງໄດ້ອອກປະກາດປາບປາມແກ້ງຄໍເຊັນເຕີ ແລະ ຂະບວນການຄ້າມະນຸດ ແລະ ຕັ້ງຄະນະເຮັດວຽກພິເສດ ແລະ ຊຸດປາບປາມ 3 ຊຸດ ເພື່ອກວດຄົ້ນຕາມອາຄານທີ່ມີກຸ່ມຄົນຈີນໃນເມືອງມຽວວະດີ.

ເຈົ້າໜ້າທີ່ລາຍງານເບື້ອງຕົ້ນ ສາມາດຄວບຄຸມບຸກຄົນຕ່າງຊາດໄດ້ແລ້ວປະມານ 2,000 ຄົນ ສ່ວນໃຫຍ່ເປັນຄົນສັນຊາດຈີນ ໂດຍຈະຖືກຄວບຄຸມເບິ່ງແຍງໄວ້ທີ່ຄ້າຍທະຫານ ເພື່ອກຽມສົ່ງກັບປະເທດຕົ້ນທາງ.