ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ
ກຸ່ມຮາມັດເປີດເຜີຍວ່າ: ທາງກຸ່ມຍັງມີການເຈລະຈາກັບຕົວແທນຈາກປະເທດເປັນກາງໃນວັນທີ 20 ມີນາ ເພື່ອຢຸດການໂຈມຕີຂອງອິດສະລາແອນຢູ່ເຂດກາຊາ ແລະ ເພື່ອເຮັດໃຫ້ອິດສະລາແອນປະຕິບັດຕາມຂໍ້ຕົກລົງຢຸດຍິງ. ນອກຈາກນີ້, ຮາມັດເນັ້ນວ່າ: ທາງກຸ່ມຍັງຍຶດໝັ້ນຕໍ່ຂໍ້ຕົກລົງຢຸດຍິງທີ່ມີການລົງນາມໃນເດືອນມັງກອນ. ສ່ວນກອງພົນນ້ອຍອັລ-ກັສຊໍາຂອງກຸ່ມຮາມັດ ອອກຖະແຫລງການລະບຸວ່າ: ທາງກຸ່ມໄດ້ຍິງຈະຫລວດ M90 ໂຈມຕີນະຄອນຫລວງເທລອາວີບໃນວັນທີ 21 ມີນານີ້…










