ທ່ານ ທຣໍາ ລົງນາມຄໍາສັ່ງຕັດງົບອົງການສື່ ກະທົບໜັກ VOA ພັກວຽກພະນັກງານ 1,300 ຄົນ

ທ່ານ ທຣໍາ ລົງນາມຄໍາສັ່ງຕັດງົບອົງການສື່ ກະທົບໜັກ VOA ພັກວຽກພະນັກງານ 1,300 ຄົນ

       ທ່ານ ໂດນັລ ທຣໍາ ປະທານາທິບໍດີຂອງອາເມລິກາ ລົງນາມຄໍາສັ່ງພິເສດຝ່າຍບໍລິຫານ ໃຫ້ຫລຸດການເຮັດວຽກຂອງຫລາຍໜ່ວຍງານລົງໃຫ້ເຫລືອພຽງຂັ້ນຕໍ່າຕາມກົດໝາຍກໍານົດ ເຊິ່ງລວມທັງອົງກອນສື່ຄື: USAGM (U.S. Agency for Global Media), ອົງກອນແມ່ຂອງສໍານັກຂ່າວ Voice of America (VOA), Radio…

ສະແດງສິລະປະ-ວັນນະຄະດີ ແລະ ສາຍຮູບເງົາ ສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີຄັ້ງທີ 2

ສະແດງສິລະປະ-ວັນນະຄະດີ ແລະ ສາຍຮູບເງົາ ສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີຄັ້ງທີ 2

ອະນຸກຳມະການຂະບວນການແຂ່ງຂັນ ແລະ ຍ້ອງຍໍເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດປີ 2025 ໄດ້ຈັດພິທີຜ່ານການສະແດງສິລະປະ-ວັນນະຄະດີ ແລະ ສາຍຮູບເງົາສະເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ຄັ້ງທີ 2 ຂຶ້ນໃນວັນທີ 14 ມີນານີ້ ທີ່ຫໍວັດທະນະທຳແຫ່ງຊາດ…

ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit

ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit

ສຳນັກຂ່າວ ມະຕິຊົນ ອອນລາຍ ຂອງໄທ ລາຍງານໃນວັນທີ 12 ມີນາ 2025 ນີ້ຜ່ານມານີ້ວ່າ: ທ່ານ ຄາລົມ ພົນພອນກາງ ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງປະເທດໄທ ລາຍງານກ່ຽວ ລັດຖະບານສະໜັບສະໜູນຄວາມສຳພັນດ້ານແຮງງານລະຫວ່າງໄທ ກັບປະເທດໃກ້ຄຽງ ເພື່ອຊ່ວຍຫລຸດຄ່າໃຊ້ຈ່າຍໃຫ້ແຮງງານຕ່າງຊາດ ທີ່ຈະກັບບ້ານໄລຍະບຸນປີໃໝ່ໃນປີນີ້ ໂດຍໄດ້ຜ່ອນຜັນໃຫ້ແຮງງານ…

ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ

ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ

        ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຖະແຫລງຂ່າວຢູ່ນະຄອນຫລວງມົດສະກູໃນວັນທີ 13 ມີນາ ໂດຍສະແດງທ່າທີຕໍ່ຂໍ້ສະເໜີຢຸດຍິງ 30 ວັນ ທີ່ອູແກຣນຕອບຮັບເມື່ອຕົ້ນອາທິດຜ່ານມາ ພາຍຫລັງການເຈລະຈາກັບອາເມລິກາ.        ໂດຍທ່ານ ປູຕິນ ກ່າວວ່າ: ທ່ານສະໜັບສະໜູນແນວຄິດນີ້, ແຕ່ຍັງມີຄໍາຖາມທີ່ຈໍາເປັນຕ້ອງຫາລື.       …

ທະຫານປາກິດສະຖານບຸກຊ່ວຍຕົວປະກັນໃນລົດໄຟ ວິສາມັນກຸ່ມແບ່ງແຍກດິນແດນ 33 ສົບ

ທະຫານປາກິດສະຖານບຸກຊ່ວຍຕົວປະກັນໃນລົດໄຟ ວິສາມັນກຸ່ມແບ່ງແຍກດິນແດນ 33 ສົບ

     ກອງກໍາລັງຄວາມໝັ້ນຄົງປາກິດສະຖານລະດົມກໍາລັງບຸກຊ່ວຍຕົວປະກັນໃນຂະບວນລົດໄຟທີ່ຖືກກຸ່ມແບ່ງແຍກດິນແດນຢຶດ ສາມາດວິສາມັນຄາດຕະກໍາຜູ້ກໍ່ການຮ້າຍໄດ້ທັງໝົດ 33 ຄົນໃນວັນທີ 12 ມີນາ ຫລັງຈາກເຫດການຈັບຕົວປະກັນຍືດເຍື້ອມາກວ່າ 1 ວັນ.       ສໍານັກຂ່າວຣອຍເຕີລາຍງານວ່າ: ເຫດການນີ້ເລີ່ມຂຶ້ນໃນວັນທີ 11 ມີນາ ໂດຍກຸ່ມແບ່ງແຍກດິນແດນໄດ້ວາງລະເບີດລາງລົດໄຟ ແລະ ຍິງປືນໃສ່ຂະບວນລົດໄຟຈາບຟາ ເອັກເພຣສ (Jaffar…

ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ

ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ

        ສະຖານະການສົງຄາມການຄ້າມີທ່າອ່ຽງເຄັ່ງຕຶງຂຶ້ນອີກ ພາຍຫລັງປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດວ່າ: ຈະກໍານົດມາດຕະການເກັບພາສີສິນຄ້ານໍາເຂົ້າເພີ່ມອີກ ພາຍຫລັງມາດຕະການຫລ້າສຸດໃນການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມທັງໝົດໃນລະດັບ 25% ເຊິ່ງມີຜົນບັງຄັບໃຊ້ໄປໃນວັນທີ 12 ມີນາ ສົ່ງຜົນເຮັດໃຫ້ການາດາ ແລະ ເອີຣົບທີ່ໄດ້ຮັບຜົນກະທົບ ປະກາດທ່າທີຕອບໂຕ້ຢ່າງວ່ອງໄວພາຍໃນເວລາຕໍ່ມາ.        …

ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%

ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%

       ລັດຖະບານອິນໂດເນເຊຍປະກາດເປົ້າໝາຍການເຕີບໃຫຍ່ທາງເສດຖະກິດຢູ່ລະດັບ 6.3% ໃນປີ 2026.        ແຜນປະຕິບັດງານຂອງລັດຖະບານອິນໂດເນເຊຍປີ 2026 ຍັງກໍານົດເປົ້າໝາຍການພັດທະນາທີ່ສໍາຄັນອັນອື່ນນໍາ ໄດ້ແກ່ການເພີ່ມລາຍໄດ້ຂອງປະຊາຊົນຕໍ່ຫົວເປັນ 5,870 ໂດລາສະຫະລັດ, ຫລຸດຄວາມເຂັ້ມຂຸ້ນຂອງການປ່ອຍແກັສເຮືອນແກ້ວລົງ 37.14%.        ການປັບປຸງດັດຊະນີຄຸນນະພາບສິ່ງແວດລ້ອມໃຫ້ເຖິງ 76.67, ຫລຸດອັດຕາຄວາມທຸກຍາກລົງເຫລືອລະຫວ່າງ 6.5-7.5%, ຮັກສາອັດຕາຄວາມບໍ່ເທົ່າທຽມກັນຂອງລາຍໄດ້ໃນຮູບຂອງອັດຕາສ່ວນ…

ຍິງຊາວລາວ ຖືກຍິງເສຍຊີວິດຄາທີ່ ຄາດມາຈາກການຫຶງຫວງ ຍ້ອນຄົບຊ້ອນ

ຍິງຊາວລາວ ຖືກຍິງເສຍຊີວິດຄາທີ່ ຄາດມາຈາກການຫຶງຫວງ ຍ້ອນຄົບຊ້ອນ

ສໍານັກຂ່າວ Nation TV ຂອງໄທ ລາຍງານວ່າ: ວັນທີ 11 ມີນາ 2025 ເກີດເຫດຍິງກັນ ພາຍໃນຮ້ານ ຄາຣາໂອເກະ 444 ທີ່ຖະໜົນເພັດກະເສມ ຕໍາບົນເຂົາໄຊສົນ ອໍາເພີ ເຂົາໄຊສົນ ຈັງຫວັດພັດທະລຸງ-ຫາດໃຫຍ່ ມີຜູ້ເສຍຊີວິດ 1…

EU ຂຶ້ນພາສີສິນຄ້າອາເມລິກາ 25% ຕອບໂຕ້ຖືກຂຶ້ນພາສີເຫລັກ-ອາລູມີນຽມ

EU ຂຶ້ນພາສີສິນຄ້າອາເມລິກາ 25% ຕອບໂຕ້ຖືກຂຶ້ນພາສີເຫລັກ-ອາລູມີນຽມ

       ສະຫະພາບເອີຣົບຕອບໂຕ້ການຖືກອາເມລິກາເກັບພາສີເຫລັກ ແລະ ອາລູມີນຽມອີກ 25% ດ້ວຍການຂຶ້ນພາສີສິນຄ້າຂອງອີຝ່າຍໃນອັດຕາທີ່ເທົ່າກັນ.        ຄະນະກໍາມາທິການເອີຣົບ (EC) ເຊິ່ງເປັນອົງກອນຝ່າຍບໍລິຫານຂອງສະຫະພາບເອີຣົບ (EU) ອອກຖະແຫລງການວ່າ: “ເສຍໃຈຢ່າງຍິ່ງ” ຕໍ່ກໍລະນີອາເມລິກາເດີນໜ້າມາດຕະການກໍາແພງພາສີອີກ 25% ຕໍ່ຜະລິດຕະພັນເຫລັກ ແລະ ອາລູມີນຽມຂອງ EU ເຊິ່ງຖືເປັນການກີດກັນການຄ້າ…

ຮູຕິປະກາດກັບມາໂຈມຕີເຮືອອິດສະລາແອນ ພາຍຫລັງສະກັດການຊ່ວຍເຫລືອເຂົ້າສູ່ກາຊາ

ຮູຕິປະກາດກັບມາໂຈມຕີເຮືອອິດສະລາແອນ ພາຍຫລັງສະກັດການຊ່ວຍເຫລືອເຂົ້າສູ່ກາຊາ

       ກຸ່ມຕິດອາວຸດຮູຕິຢູ່ເຢເມນປະກາດວ່າຈະກັບມາໂຈມຕີເຮືອອິດສະລາແອນອີກເປັນຄັ້ງທໍາອິດໃນຮອບປະມານ 2 ເດືອນ ເພື່ອຕອບໂຕ້ທີ່ອິດສະລາແອນຕັດສິນໃຈປິດກັ້ນການຊ່ວຍເຫລືອບໍ່ໃຫ້ເຂົ້າສູ່ເຂດກາຊາ.         “ເຮືອອິດສະລາແອນທຸກລໍາທີ່ພະຍາຍາມລະເມີດຄໍາສັ່ງຫ້າມໃນພື້ນທີ່ປະຕິບັດການທີ່ເຮົາກໍານົດໄວ້ຈະຖືກໂຈມຕີທັນທີ” ທ່ານ ຢາຢາ ຊາຣີ ໂຄສົກຂອງກຸ່ມຮູຕິກ່າວ. “ຄໍາສັ່ງຫ້າມນີ້ຈະມີຜົນຈົນກວ່າດ່ານຂ້າມແດນເຂົ້າສູ່ເຂດກາຊາຈະເປີດອີກ” ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ ລວມທັງອາຫານ ແລະ ຢາຈະໄດ້ຮັບອະນຸຍາດໃຫ້ສົ່ງເຂົ້າໄປໄດ້.        ຄໍາສັ່ງຫ້າມດັ່ງກ່າວຄວບຄຸມເຮືອທີ່ແລ່ນຜ່ານທະເລແດງ, ທະເລອາຣັບ,…