ລັດຖະບານມຽນມາບໍ່ຮັບ ຂໍ້ສະເໜີຢຸດຍິງຈາກອາຣຊາ
ທ່ານ ຊໍ ເທ ໂຄສົກຂອງນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ຜູ້ນຳລັດຖະບານມຽນມາ ຖະແຫລງທາງທະວິດເຕີເຖິງບັນຫາທີ່ກອງທັບປົດປ່ອຍໂຣຮິງຢາແຫ່ງອາຣະກັນ ຫລື ອາຣຊາ ປະກາດຢຸດຍິງ ແລະ ຮຽກຮ້ອງໃຫ້ກອງທັບລັດຖະບານມຽນມາສະຫງົບເສິກນຳເຊັ່ນກັນວ່າ: ລັດຖະບານບໍ່ມີນະໂຍບາຍເຈລະຈາກັບຜູ້ກໍ່ການຮ້າຍ.
ກອງກຳລັງອາຣຊາໄດ້ປະກາດຢຸດຍິງແຕ່ພຽງຝ່າຍດຽວເປັນເວລາ 1 ເດືອນ ນັບແຕ່ວັນທີ 10 ກັນຍາ ເພື່ອເປີດທາງໃຫ້ອົງການບັນເທົາທຸກເຂົ້າໃຫ້ການຊ່ວຍເຫລືອທາງມະນຸດສະທຳແກ່ຜູ້ພັດຖິ່ນທຸກຝ່າຍ ໂດຍບໍ່ຄຳນຶງເຖິງເຊື້ອຊາດສາສະໜາ ເຊິ່ງຫລ້າສຸດອົງການສະຫະປະຊາຊາດລະບຸວ່າ: ມີຜູ້ອົບພະຍົບຊາວໂຣຮິງຢາໜີໄພການສູ້ຮົບຂ້າມຊາຍແດນເຂົ້າໄປໃນບັງກະລາເທດຫລາຍກວ່າ 294.000 ຄົນແລ້ວໃນໄລຍະ 2 ອາທິດຜ່ານມາ, ສ່ວນທາງການບັງກະລາເທດກຳລັງກຽມການເພື່ອຮອງຮັບຜູ້ອົບພະຍົບທີ່ຄາດວ່າຈະມີຈຳນວນເພີ່ມຂຶ້ນເຖິງ 400.000 ຄົນໃນມໍ່ໆນີ້.
ຍັງບໍ່ແນ່ນອນວ່າປະກາດຢຸດຍິງນີ້ຈະສົ່ງຜົນຕໍ່ສະຖານະການໃນຮູບແບບໃດ ເນື່ອງຈາກຜ່ານມາເບິ່ງຄືວ່າກອງກຳລັງອາຣຊາຈະບໍ່ສາມາດຕ້ານທານການໂຈມຕີຂອງກອງທັບລັດຖະບານມຽນມາໄດ້ ສົ່ງຜົນໃຫ້ມີເຮືອນນັບພັນຫລັງຖືກເຜົາທຳລາຍ ແລະ ຄົນຖືກຂັບໄລ່ໃຫ້ຂ້າມຊາຍແດນໄປບັງກະລາເທດ.
ທ່ານ ຄຣິສ ເລວາ ເຈົ້າໜ້າທີ່ອົງການສັງເກດການອາຣະກັນໂປຣເຈກ ລະບຸວ່າ: ໃນທ້າຍອາທິດຜ່ານມາ ມີບ້ານຂອງຊາວໂຣຮິງຢາກວ່າ 12 ແຫ່ງໃນເຂດຣະເທດອງຂອງລັດຍໄຂ່ຖືກເຜົາທຳລາຍ ແລະ ຄາດວ່າບໍ່ມີຊາວໂຣຮິງຢາເຫລືອຢູ່ໃນພື້ນທີ່ດັ່ງກ່າວອີກ.
ນັບແຕ່ມີການເລີ່ມອົບພະຍົບຂ້າມຊາຍແດນເຂົ້າໄປບັງກະລາເທດ ມີຊາວໂຣຮິງຢາໄດ້ຮັບບາດເຈັບຈາກລະເບີດແລ້ວ 3 ຄົນ ໂດຍກ່ອນໜ້ານີ້ອົງການພິທັກສິດທິມະນຸດ, ແອມເນສຕີ ອິນເຕີເນຊັນແນລ ກ່າວຫາວ່າ: ກອງທັບລັດຖະບານມຽນມາໄດ້ວາງລະເບີດເອົາໄວ້ຕາມຊາຍແດມເບື້ອງທີ່ຕິດກັບບັງກະລາເທດ ເພື່ອປ້ອງກັນບໍ່ໃຫ້ຜູ້ອົບພະຍົບຊາວໂຣຮິງຢາກັບຄືນຖິ່ນຖານຂອງຕົນໄດ້ອີກ ເຊິ່ງຫລ້າສຸດລັດຖະບານມຽນມາປະຕິເສດວ່າອາດເປັນຝີມືຂອງຜູ້ກໍ່ການຮ້າຍ.

