ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຫລາຍກວ່າ 80ຄົນ ຈາກເຫດພາຍຸໄຊໂຄນໂມຄາ ຖະຫລົ່ມມຽນມາ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 17 ພຶດສະພາ 2023 ຜ່ານມາ, ຈຳນວນຜູ້ເສຍຊີວິດຈາກອິດທິພົນຂອງພາຍຸໄຊໂຄນໂມຄາ ໃນປະເທດມຽນມາ ເພີ່ມຂຶ້ນຢ່າງໜ້ອຍ 81 ຄົນ, ສ່ວນໃຫ່ຍຢູ່ໃນລັດຍະໄຂ່ ໃນຂະນະທີ່ປະຊາຊົາກຳລັງສ້ອມແປງເຮືອນທີ່ພັງເສຍຫາຍ ແລະ ລໍຖ້າຄວາມຊ່ວຍເຫລືອຈາກລັດຖະບານ.