ທ່ານ ກິມຈອງອຸນ ກວດສອບໂຄງການພັດທະນາດາວທຽມສອດແນມທາງທະຫານ ໜ່ວຍທໍາອິດຂອງ ສປປ ເກົາຫລີ

ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ເຂົ້າກວດສອບໂຄງການພັດທະນາດາວທຽມສອດແນມທາງທະຫານໜ່ວຍທໍາອິດຂອງປະເທດ ໂດຍຖືເປັນໂຄງການທີ່ສື່ທາງການ ສປປ ເກົາຫລີ ໃຫ້ຄໍານິຍາມວ່າເປັນ “ແຜນປະຕິບັດການແຫ່ງອະນາຄົດ”.
ສໍານັກຂ່າວກາງເກົາຫລີ (KCNA) ລາຍງານວ່າ: ທ່ານ ກິມຈອງອຸນ ໄດ້ພົບກັບຄະນະກໍາມາທິການຜູ້ນໍາໃນການພັດທະນາດາວທຽມສອດແນມດັ່ງກ່າວວັນທີ 16 ພຶດສະພາ ກ່ອນຈະເຂົ້າຊົມດາວທຽມ ເຊິ່ງມີການປະກາດວ່າສ້າງສໍາເລັດນັບແຕ່ເດືອນເມສາຜ່ານມາ ແລະ ໄດ້ຮັບອະນຸຍາດຈາກທ່ານ ກິມຈອງອຸນ ໃຫ້ສົ່ງຂຶ້ນສູ່ອະວະກາດໄດ້.
ຂະນະທີ່ KCNA ລະບຸຄໍາກ່າວຂອງທ່ານ ກິມຈອງອຸນ ວ່າ: ຜົນສໍາເລັດໃນການສົ່ງດາວທຽມສອດແນມທາງທະຫານສູ່ອະວະກາດນັ້ນເປັນ “ຄວາມຕ້ອງການຮີບດ່ວນຂອງສະພາບແວດລ້ອມດ້ານຄວາມໝັ້ນຄົງຂອງປະເທດ”.
ໂດຍດາວທຽມສອດແນມທາງທະຫານເປັນໜຶ່ງໃນໂຄງການດ້ານການປ້ອງກັນປະເທດທີ່ສໍາຄັນ ເຊິ່ງທ່ານ ກິມຈອງອຸນ ກໍານົດໄວ້ໃນແຜນພັດທະນາຂີດຄວາມສາມາດທາງທະຫານຂອງປະເທດໃຫ້ທັນສະໄໝ ແລະ ກ້າວໜ້າໃນປີ 2021.
ອ້າງອີງ:

