ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ

ສ.ເກົາຫລີ ຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ ຄົນທຳອິດຂອງປະເທດ ພ້ອມຍົກລະດັບເຝົ້າລະວັງ ແລະ ກວດສອບຜູ້ຕິດເຊື້ອ

ວັນທີ 22 ມິຖຸນາ 2022, ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດຂອງ ສ.ເກົາຫລີ (Korea Disease Control and Prevention Agency: KDCA) ຢືນຢັນການກວດພົບກໍລະນີຜູ້ຕິດເຊື້ອໝາກສຸກລີງຄົນທຳອິດຂອງປະເທດ ເປັນພົນລະເຮືອນຊາວ ສ.ເກົາຫລີ ທີ່ເດີນທາງກັບຈາກເຢຍລະມັນໃນວັນທີ 21…

ທ່ານ ໄບເດນ ເລັ່ງຢຸດເກັບພາສີນ້ຳມັນ ຊົ່ວຄາວເປັນເວລາ 3 ເດືອນ ເພື່ອຫລຸດພາລະຂອງປະຊາຊົນ

ທ່ານ ໄບເດນ ເລັ່ງຢຸດເກັບພາສີນ້ຳມັນ ຊົ່ວຄາວເປັນເວລາ 3 ເດືອນ ເພື່ອຫລຸດພາລະຂອງປະຊາຊົນ

ຜູ້ນຳອາເມລິກາຊຸກຍູ້ນະໂຍບາຍຢຸດເກັບພາສີນ້ຳມັນຈົນຮອດເດືອນກັນຍາ ກ່ອນການເລືອກຕັ້ງກາງສະໄໝຈະມາເຖິງ. ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ປະກາດວ່າຈະສະເໜີໃຫ້ສະພາຄອງເກຣດໃນການຜ່ານກົດໝາຍເພື່ອຢຸດເວັ້ນການເກັບພາສີນ້ຳມັນຂອງລັດຖະບານກາງເປັນເວລາ 3 ເດືອນ ເພື່ອຫລຸດພາລະຄ່າຄອງຊີບຂອງປະຊາຊົນ ແລະ ຈະຂໍໃຫ້ແຕ່ລະລັດຢຸດເກັບພາສີເຊັ່ນກັນ. ລາຍງານຂອງສຳນັກຂ່າວເອພີລະບຸວ່າ: ຖ້າຕັດພາສີ 18,4 ເຊັນຕໍ່ຟຸ້ຍຂອງນ້ຳມັນແອັດຊັງ ແລະ 24,4 ເຊັນຕໍ່ຟຸ້ຍຂອງນ້ຳມັນກາຊວນແລ້ວ ຈະເປັນການຫລຸດລາຄາຂາຍຍ່ອຍຂອງນ້ຳມັນໄດ້ປະມານ…

ນາຍົກລັດຖະມົນຕີສີລັງກາຍອມຮັບ ລະບົບເສດຖະກິດຂອງປະເທດ ລົ້ມສະຫລາຍໂດຍສົມບູນແລ້ວ

ນາຍົກລັດຖະມົນຕີສີລັງກາຍອມຮັບ ລະບົບເສດຖະກິດຂອງປະເທດ ລົ້ມສະຫລາຍໂດຍສົມບູນແລ້ວ

ວັນທີ 22 ມິຖຸນາ 2022, ທ່ານ ຣານິລ ວິກຳສິງເຫ ນາຍົກລັດຖະມົນຕີສີລັງກາ ທີ່ຫາກໍເຂົ້າຮັບຕຳແໜ່ງໄດ້ພຽງເດືອນດຽວ ຍອມຮັບວ່າປັດຈຸບັນສີລັງກາກຳລັງຜະເຊີນວິກິດຢ່າງໜັກ ແລະ ລະບົບເສດຖະກິດຂອງປະເທດລົ້ມສະຫລາຍໂດຍສົມບູນແລ້ວ. ຖືເປັນວິກິດຮຸນແຮງທີ່ສຸດໃນຮອບ 70 ປີ ຫລັງປະກາດເອກະລາດຈາກອັງກິດໃນປີ 1948. ສີລັງກາກຳລັງແບກຮັບພາລະໜີ້ຈຳນວນຫລາຍ, ສູນເສຍລາຍໄດ້ຈາກການທ່ອງທ່ຽວ ແລະ…

ປະເທດທຳອິດໃນອາຊຽນ ! ປະທານາທິບໍດີອິນໂດເນເຊຍ ກຽມເດີນທາງຢ້ຽມຢາມຢູເຄຣນ-ຣັດເຊຍ ອາທິດໜ້າ

ປະເທດທຳອິດໃນອາຊຽນ ! ປະທານາທິບໍດີອິນໂດເນເຊຍ ກຽມເດີນທາງຢ້ຽມຢາມຢູເຄຣນ-ຣັດເຊຍ ອາທິດໜ້າ

ວັນທີ 22 ມິຖຸນາ 2022, ທ່ານ ເຣດໂນ ມາຊູດີ ລັດຖະມົນຕີຕ່າງປະເທດອິນໂດເນເຊຍເຜີຍ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກຽມເດີນທາງຢ້ຽມຢາມຢູເຄຣນ ແລະ ຣັດເຊຍໃນອາທິດໜ້າ ເພື່ອເຈລະຈາ ແລະ ຫາທາງອອກຮ່ວມກັນກັບຜູ້ນຳທັງສອງປະເທດ. ຖືເປັນຜູ້ນຳຄົນທຳອິດໃນອາຊຽນທີ່ຕັດສິນໃຈເດີນທາງຢ້ຽມຢາມຢູເຄຣນ ແລະ…

ແຜ່ນດິນໄຫວຮຸນແຮງຢູ່ອັບການິດສະຖານ ມີຜູ້ເສຍຊີວິດແລ້ວ 280 ກວ່າຄົນ ຄາດຍອດຜູ້ເສຍຊີວິດອາດເພີ່ມຂຶ້ນອີກ

ແຜ່ນດິນໄຫວຮຸນແຮງຢູ່ອັບການິດສະຖານ ມີຜູ້ເສຍຊີວິດແລ້ວ 280 ກວ່າຄົນ ຄາດຍອດຜູ້ເສຍຊີວິດອາດເພີ່ມຂຶ້ນອີກ

ເກີດເຫດແຜ່ນດິນໄຫວລະດັບ 6,1 ທາງຕາເວັນອອກຂອງອັບການິດສະຖານໃນເຊົ້າວັນທີ 22 ມິຖຸນານີ້ ຕາມເວລາທ້ອງຖິ່ນ ສູນກາງເລິກຈາກພື້ນດິນ 53 ກິໂລແມັດ ໂດຍແຮງສັ່ນສະເທືອນຮູ້ສຶກໄດ້ເຖິງບາງສ່ວນຂອງປາກິດສະຖານ ແລະ ອິນເດຍ. ທາງການທ້ອງຖິ່ນຂອງອັບການິດສະຖານລາຍງານຄວາມເສຍຫາຍຫລ້າສຸດ ໂດຍເປີດເຜີຍຕໍ່ເວັບໄຊບີບີຊີວ່າ: ໃນຕອນນີ້ພົບຜູ້ເສຍຊີວິດຈາກເຫດການນີ້ແລ້ວຢ່າງໜ້ອຍ 280 ຄົນ, ມີຜູ້ບາດເຈັບອີກ 150 ຄົນ…

ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ

ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ

ສາທາລະນະສຸກສິງກະໂປກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງເປັນຄົນທຳອິດ ເດີນທາງເຂົ້າ-ອອກປະເທດນັບແຕ່ກາງເດືອນມິຖຸນາ ມີຜູ້ສຳຜັດໃກ້ຊິດ 13 ຄົນ. ກະຊວງສາທາລະນະສຸກສິງກະໂປອອກຖະແຫລງການໃນຄືນວັນທີ 21 ມິຖຸນາ 2022 ວ່າ: ມີການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ 1 ຄົນ ຖືເປັນຄົນທຳອິດຂອງປະເທດ ແລະ ຄົນທຳອິດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ມີການກວດພົບຜູ້ຕິດເຊື້ອທີ່ເດີນທາງມາຈາກນອກທະວີບອາຟຣິກາ. ຜູ້ຕິດເຊື້ອຄົນນີ້ເປັນຊາຍຊາວອັງກິດ ອາຍຸ 42…

ລາຄາອາຫານໃນອາຊີ 6 ເດືອນທ້າຍປີ ກຽມເພີ່ມຂຶ້ນແຮງກວ່າເກົ່າ ສິງກະໂປກະທົບໜັກສຸດ

ລາຄາອາຫານໃນອາຊີ 6 ເດືອນທ້າຍປີ ກຽມເພີ່ມຂຶ້ນແຮງກວ່າເກົ່າ ສິງກະໂປກະທົບໜັກສຸດ

ວັນທີ 20 ມິຖຸນາ 2022, Nomura Holdings ເປີດເຜີຍລາຍງານລະບຸວ່າ: ລາຄາອາຫານໃນອາຊີມີທ່າອ່ຽງເພີ່ມຂຶ້ນອີກ ໂດຍສິງກະໂປ, ສ.ເກົາຫລີ ແລະ ຟີລິບປິນ ຈະເປັນປະເທດທີ່ລາຄາອາຫານປັບຂຶ້ນຮຸນແຮງສຸດ. Nomura ຄາດການວ່າ: ລາຄາອາຫານຈະປັບຂຶ້ນອີກໃນໄລຍະເຄິ່ງຫລັງຂອງປີນີ້ ເຊິ່ງເປັນຜົນມາຈາກບັນຫາຕ່າງໆ ທີ່ເກີດຂຶ້ນໃນອາຊີເຊັ່ນ: ການທີ່ຈີນລັອກດາວສະກັດໂຄວິດ, ການແພ່ລະບາດຂອງໄຂ້ຫວັດໝູໃນໄທ…

ນັກວິທະຍາສາດເຜີຍພົບປານ້ຳຈືດ ໂຕໃຫຍ່ທີ່ສຸດເທົ່າທີ່ເຄີຍບັນທຶກມາ ໜັກ 300 ກິໂລ ໃນແມ່ນ້ຳຂອງ

ນັກວິທະຍາສາດເຜີຍພົບປານ້ຳຈືດ ໂຕໃຫຍ່ທີ່ສຸດເທົ່າທີ່ເຄີຍບັນທຶກມາ ໜັກ 300 ກິໂລ ໃນແມ່ນ້ຳຂອງ

ຊາວປະມົງກຳປູເຈຍຈັບປາຝາໃຫຍ່ໄດ້ໃນແມ່ນ້ຳຂອງ ກ່ອນຈະໄດ້ຮັບການຢືນຢັນວ່າເປັນປານ້ຳຈືດໂຕໃຫຍ່ທີ່ສຸດໃນໂລກເທົ່າທີ່ເຄີຍມີການບັນທຶກມາ. Wonders of the Mekong ມູນນິທິດ້ານການສຶກສາຊີວະວິທະຍາໃນແມ່ນ້ຳຂອງ ເປີດເຜີຍໃນວັນທີ 20 ມິຖຸນາວ່າ: ໄດ້ຮັບການຕິດຕໍ່ຈາກຊາວປະມົງທ້ອງຖິ່ນໃນກຳປູເຈຍເມື່ອວັນທີ 13 ມິຖຸນາ ເຖິງການຈັບປາຝາໃຫຍ່ໂຕໜຶ່ງໄດ້. ຈາກນັ້ນເມື່ອທີມງານເດີນທາງໄປຮອດ ມີການວັດແທກ ແລະ ຊັ່ງນ້ຳໜັກແລ້ວ ພົບວ່າມີຄວາມຍາວ 3,98…

ສສຊ ສໍາເລັດການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ສສຊ ສໍາເລັດການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ສື່ມວນຊົນໃນວັນທີ 21 ມິຖຸນາວ່າ: ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມລັດຖະບານດ້ວຍຄວາມຮັບຜິດຊອບສູງ…

ຣັດເຊຍ ໃຫ້ຄຳໝັ້ນສັນຍາ ຂົນສົ່ງນ້ຳມັນເຊື້ອໄຟໃຫ້ແກ່ ຮົງກາຣີ ເພີ່ມ 1 ຕື້ແມັດກ້ອນ

ຣັດເຊຍ ໃຫ້ຄຳໝັ້ນສັນຍາ ຂົນສົ່ງນ້ຳມັນເຊື້ອໄຟໃຫ້ແກ່ ຮົງກາຣີ ເພີ່ມ 1 ຕື້ແມັດກ້ອນ

ຕາມ​ຂ່າວ​ຈາກ VOVWORLD,ວັນ​ທີ20​ ມິຖຸນາ 2022 ​ນີ້, ທ່ານ Peter Szijjarto, ລັດຖະມົນຕີ ການຕ່າງປະເທດ ຮົງກາຣີ ເນັ້ນໜັກວ່າ: ຣັດເຊຍໃຫ້ຄຳໝັ້ນສັນຍາສືບຕໍ່ຂົນສົ່ງນ້ຳມັນເຊື້ອໄຟໄປຍັງ ຮົງກາຣີ ແລະ ກຸ່ມບໍລິສັດພະລັງງານ Gazprom ຈະປະຕິບັດພັນທະນີ້ຕາມສັນຍາ ທີ່ໄດ້ລົງນາມກັບປະເທດເອີຣົບກາງຫລັງ​ຈາກທ່ານ Alexey…