WHO ເຕືອນການບໍລິໂພກສານໃຫ້ຄວາມຫວານແທນນ້ຳຕານ ສ່ຽງອາດເຖິງຂັ້ນເສຍຊີວິດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ພຶດສະພາ ຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານໂດຍກ່າວເຕືອນວ່າ ສານໃຫ້ຄວາມຫວານແທນນ້ຳຕານ ຫຼື ເອັນເອສເອສ (non-sugar sweeteners: NSS) ບໍ່ໄດ້ເຮັດໃຫ້ເກີດຜົນປະໂຫຍດໄລຍະຍາວຕໍ່ຮ່າງກາຍ ດ້ານການຄວບຄຸມ ຫຼື ລົດນ້ຳໜັກ ບໍ່ວ່າໃນຜູ້ໃຫຍ່ ຫຼື ເດັກນ້ອຍ.
ຍິ່ງໄປກວ່ານັ້ນ, ຜົນການສຶກສາວິເຄາະຊີ້ໃຫ້ເຫັນວ່າ ການບໍລິໂພກສານໃຫ້ຄວາມຫວານແທນນ້ຳຕານຢ່າງຕໍ່ເນື່ອງເປັນໄລຍະເວລາດົນອາດຈະກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີຕໍ່ຮ່າງກາຍໃນໄລຍະຍາວ ບໍ່ວ່າຈະເປັນການເພີ່ມຄວາມສ່ຽງຂອງເບົາຫວານ, ພະຍາດຫົວໃຈ ແລະ ຫຼອດເລືອດ ແລະ ອັດຕາການເສຍຊີວິດໃນກຸ່ມຜູ້ໃຫຍ່. ທັງນີ້, WHO ໄດ້ແນະນໍາການປັບປ່ຽນພຶດຕິກຳການບໍລິໂພກ ແລະ ການເລືອກຮັບປະທານອາຫານເຊັ່ນ ການຮັບຄວາມຫວານຈາກໝາກໄມ້ແທນ ແຕ່ຕ້ອງແມ່ນໃນປະລິມານທີ່ເໝາະສົມ ແລະ ຫຼີກລ່ຽງການບໍລິໂພກອາຫານ ຫຼື ເຄື່ອງດື່ມ ຊຶ່ງມີສານປຸງແຕ່ງອື່ນໆທຸກປະເພດ.
WHO ກ່າວເນັ້ນວ່າ ສານໃຫ້ຄວາມຫວານແທນນໍ້າຕານ ບໍ່ມີຄວາມຈຳເປັນຕໍ່ຮ່າງກາຍ ແລະ ບໍ່ມີຄຸນຄ່າທາງອາຫານ ເຖິງຢ່າງໃດກໍຕາມ, ຄຳແນະນຳດັ່ງກ່າວຂອງ WHO ຍົກເວັ້ນບຸກຄົນທີ່ມີເບົາຫວານເປັນພະຍາດປະຈຳຕົວ.

