ສຳນັກຂ່າວ ຣອຍເຕີລາຍງານຂ່າວວັນທີ 29 ມິຖຸນາ 2022ນີ້ວ່າ: ອາຄານ ທີ່ພັກອາໄສ ສູງ4ຊັ້ນ ເປັນອາຄານເກົ່າ ຕັ້ງຢູ່ ໃນພື້ນທີ່ ຊຸມຊົນ ແອອັດ ທາງພາກກາງ ຂອງເມືອງ ມຸມໄບ ຂອງປະເທດອິນເດຍ ຖະຫລົ່ມ ລົງມາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 19ຄົນ ແລະ ຕິດຢູ່ຊາກ ຫັກພັງ ຂອງອາຄານ ອີກຈຳນວນໜຶ່ງ. ປັດຈຸບັນ ເຈົ້າໜ້າທີ່ ກູ້ໄພ ຂອງເມືອງ ດັ່ງກ່າວ ເລັ່ງເຄື່ອນຍ້າຍ ຊາກອາຄານ ເພື່ອຄົ້ນຫາ ຜູ້ຫລອດ ຊີວິດ ທ່າມກາງ ຝົນຕົກໜັກ ຊຶ່ງເປັນ ອຸປະສັກ ຕໍ່ການຄົ້ນຫາ ໃນຄັ້ງນີ້.