ສານມຽນມາຕັດສິນໃຫ້ນາງ ອອງຊານ ຊູຈີ ຕິດຄຸກເພີ່ມອີກ 3 ປີ ໃນຂໍ້ຫາສໍ້ໂກງການເລືອກຕັ້ງ
ວັນທີ 2 ກັນຍາ 2022, ສານມຽນມາພິພາກສາໃຫ້ນາງ ອອງຊານ ຊູຈີ ອະດີດຜູ້ນຳມຽນມາ ຕິດຄຸກເພີ່ມອີກ 3 ປີ ພ້ອມໃຫ້ຮັບໂທດໃຊ້ແຮງງານໜັກ ຈາກຂໍ້ຫາທຸຈະລິດການເລືອກຕັ້ງເມື່ອ 2 ປີກ່ອນ. ສານມຽນມາຕັດສິນວ່າ: ນາງ ອອງຊານ ຊູຈີ ກະທຳຄວາມຜິດຂໍ້ຫາທຸຈະລິດການເລືອກຕັ້ງທົ່ວໄປໃນເດືອນພະຈິກ…










