ໜ່ວຍເກັບຂໍ້ມູນລະດັບໂມເລກຸນ ເກັບໄຟລໜັງໄດ້ທຸກເລື່ອງ ໃນພື້ນທີ່ພຽງ1 ຕາລາງນິ້ວ

ລອງຈິນຕະນາການເບິ່ງວ່າ ມັນຈະດີປານໃດຖ້າສາມາດເກັບຂໍ້ມູນຂະໜາດ 200 ເທົ່າ ຫຼື ທຽບເທົ່າກັບໄຟລໜັງທຸກເລື່ອງທີ່ຮໍລີວູດເຄີຍສ້າງມາ ລົງໃນໜ່ວຍເກັບຂໍ້ມູນທີ່ມີຂະໜາດນ້ອຍພຽງ 1 ຕາລາງນິ້ວ ແລະ ນີ້ບໍ່ແມ່ນເລື່ອງທີ່ເກີນຄວາມຈິງແຕ່ຢ່າງໃດ ອ້າງອີງຈາກຜົນງານວິໄຈຫລ້າສຸດຈາກ University of Manchester ນັກວິທະຍາສາດສາມາດສະແດງວິທີການຄວບຄຸມສະພາບຄວາມເປັນແມ່ເຫຼັກຂອງໂມເລກຸນໃນບາງລະດັບ ເພື່ອໃຫ້ພວກມັນສາມາດເກັບຂໍ້ມູນຈໍານວນມະຫາສານໄດ້, ແຕ່ເຮົາຕ້ອງເກັບຂໍ້ມູນໄວ້ໃນລະດັບຄວາມເຢັນລົບ 60 ອົງສາ.
ດຣ David Mills ທີ່ເປັນອາຈານສາຂາວິຊາເຄມີສາດ ຢູ່ທີ່ University of Manchester ໄດ້ໃຫ້ສໍາພາດກັບສື່ Digital Trends ວ່າ: ພວກເຮົາໄດ້ສ້າງໂມເລກຸນຮູບແບບໃຫມ່ ທີ່ສາມາດເກັບຂໍ້ມູນໃນສະພາບຂອງຂົ້ວແມ່ເຫຼັກໃນລະດັບຄວາມເຢັນ 60 ອົງສາ ແລະ ເມື່ອຢ້ອນກັບໄປໃນປີ 2011 ເຮົາສາມາດສ້າງລະບົບເກັບຂໍ້ມູນລະດັບໂມເລກຸນ ໃນລະດັບອຸນຫະພູມ 14 ອົງສາ ແຕ່ການພັດທະນາໃຫ້ໜ່ວຍເກັບຂໍ້ມູນນີ້ ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບໃນລະດັບອຸນຫະພູມ 77 ອົງສາ ກໍເປັນເລື່ອງທີ່ຍາກ ເນື່ອງຈາກ 77 ອົງສານັ້ນເປັນລະດັບອຸນຫະພູມຂອງໄນໂຕຣເຈນແຫຼວ ແລະ ຫາກເຮົາສາມາດເກັບຂໍ້ມູນຈໍານວນມະຫາສານໃນລະດັບອຸນຫະພູມ 77 ອົງສາໄດ້ ຈະເຮັດໃຫເຕັກໂນໂລຊີນີ້ມີປະໂຫຍດທາງທຸລະກິດ ເພາະໄນໂຕຮເຈນແຫຼວມີລາຄາຖືກ ແລະ ຫາຊື້ງ່າຍ ແລະ ໃນໄລຍະນີ້ເຮົາກໍາລັງຄົ້ນຄວ້າລາຍລະອຽດຂອງໂມເລກຸນຊະນິດນີ້ ເພື່ອຫາສາເຫດວ່າ ເປັນຫຍັງມັນຈຶ່ງສາມາດເກັບຂໍູ້ນໄດ້ດີກວ່າໂມເລກຸນຊະນິດອື່ນໆ.
ເຊິ່ງຈຸດເດັ່ນຢ່າງຈະແຈ້ງຂອງການເຮັດໃຫ້ໂມເລກຸນ ສາມາດເກັບຂໍ້ມູນດິຈິຕອນໄດ້ຄື ຈະເຮັດໃຫ້ເກີດໜ່ວຍເກັບຂໍ້ມູນທີ່ມີຄວາມໜາແໜ້ນສູງທີ່ສຸດເທົ່າທີ່ເຄີຍມີມາ ເປັນໄປໄດ້ວ່າສູນຂໍ້ມູນ (Data center) ທົ່ວໂລກຈະມີຂະໜາດນ້ອຍລົງ ແລະ ເປັນໄປໄດ້ວ່າໃນປີ 2050 ບໍລິສັດໄອທີຊັ້ນນໍາຕ່າງໆເຊັ່ນ Google ຈະບໍ່ຕ້ອງຂະຫຍາຍພື້ນທີ່ ຫຼື ເພີ່ມໄຊຂອງ Data center ອີກຕໍ່ໄປ ເພາະເຮົາສາມາດເກັບຂໍ້ມູນຈໍານວນມະຫາສານໃນພື້ນທີ່ທີ່ນ້ອຍລົງ.

