ປາກິດສະຖານຊຸມນຸມ ປະທ້ວງຕໍ່ຕ້ານອາເມລິກາ
ຊາວປາກິດສະຖານໃນເມືອງໃຫຍ່ຫລາຍແຫ່ງຊຸມນຸມປະທ້ວງຕໍ່ຕ້ານອາເມລິກາ, ຂະນະທີ່ລັດຖະບານຍົກເລີກກຳນົດການພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານວໍຊິງຕັນ ພາຍຫລັງປະທານາທິບໍດີ ໂດນັນ ທຣຳ ກ່າວວ່າປາກິດສະຖານ “ສະໜັບສະໜູນກຸ່ມກໍ່ການຮ້າຍ”.
+ ທ່ານ ທຣຳ ສັ່ງເດີນໜ້າແຜນ ສົງຄາມຢູ່ອັບການິດສະຖານ
+ ຕາລີບັນຊີ້ຍຸດທະສາດອັບການິດສະຖານ ຂອງທ່ານ ທຣຳ ບໍ່ມີຫຍັງໃໝ່
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງກາຣາຈີ ປະເທດປາກິດສະຖານ ໃນວັນທີ 28 ສິງຫາວ່າ: ກະຊວງການຕ່າງປະເທດປາກິດສະຖານອອກຖະແຫລງການໃນວັນທີ 27 ສິງຫາວ່າ: ກຳນົດການພົບປະຫາລືລະຫວ່າງທ່ານນາງ ອາລິດ ເວລ ທູດພິເສດດ້ານກິດຈະການປາກິດສະຖານ ແລະ ອັບການິດສະຖານຂອງອາເມລິກາ ກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານອິດສະລາມາບັດ ທີ່ກຳນົດໄວ້ໃນອາທິດນີ້ ຈຳເປັນຕ້ອງເລື່ອນອອກໄປກ່ອນ “ແບບບໍ່ມີກຳນົດ” ໂດຍບໍ່ມີການລະບຸເຫດຜົນວ່າເປັນຍ້ອນຫຍັງ, ສ່ວນກະຊວງການຕ່າງປະເທດອາເມລິກາຍັງບໍ່ສະແດງທ່າທີຕໍ່ເລື່ອງທີ່ເກີດຂຶ້ນ. ຂະນະທີ່ໃນວັນດຽວກັນ, ຕຳຫລວດໃນເມືອງກາຣາຈີ ເຊິ່ງເປັນເມືອງທ່າທາງຕອນໃຕ້ຂອງປາກິດສະຖານ ຕ້ອງຍິງແກັສນ້ຳຕາເພື່ອສະຫລາຍການຊຸມນຸມປະທ້ວງຂອງປະຊາຊົນຈຳນວນຫລາຍ ທີ່ອອກມາເດີນຂະບວນຕໍ່ຕ້ານອາເມລິກາ. ນອກຈາກນີ້ ຍັງມີການເດີນຂະບວນຢູ່ນະຄອນຫລວງອິດສະລາມາບັດ ແລະ ໃນເມືອງລາຮໍນຳອີກ.
ເຖິງຢ່າງໃດກໍຕາມ, ການເຄື່ອນໄຫວດັ່ງກ່າວຂອງປາກິດສະຖານມີຂຶ້ນພາຍຫລັງປະທານາທິບໍດີ ໂດນັນ ທຣຳ ກ່າວຄຳຖະແຫລງໃນອາທິດກ່ອນ ກ່ຽວກັບແຜນຍຸດທະສາດທາງທະຫານຂອງອາເມລິກາຢູ່ອັບການິດສະຖານ ທີ່ອາດມີການເພີ່ມຈຳນວນທະຫານອາເມລິກາ “ອີກປະມານ 4.000 ຄົນ” ຈາກທີ່ມີຢູ່ປະມານ 8.500 ຄົນ ແລະ ການປະຈຳການຢູ່ອັບການິດສະຖານ “ແບບບໍ່ມີກຳນົດ”, ແຕ່ໃນເວລາດຽວກັນ, ທ່ານ ທຣຳ ກ່າວເຖິງປາກິດສະຖານອີກວ່າເປັນລັດທີ່ “ສະໜັບສະໜູນກຸ່ມກໍ່ການຮ້າຍ” ຄືກຸ່ມຕາລີບັນ ແລະ ກຸ່ມຮັກການີ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ລັດຖະບານ ແລະ ຝ່າຍຄ້ານຂອງປາກິດສະຖານ ທີ່ປະສານສຽງປະນາມຄຳກ່າວຂອງທ່ານ ທຣຳ.
ໃນເວລາດຽວກັນ, ມືລະເບີດຂ້າຕົວຕາຍຂອງກຸ່ມຕາລີບັນກໍ່ເຫດໂຈມຕີຂະບວນລົດຂອງທະຫານອັບການິດສະຖານ ຢູ່ແຂວງເຮວມັນ ທີ່ຢູ່ທາງຕອນໃຕ້ຂອງປະເທດ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ມີທັງທະຫານ ແລະ ພົນລະເຮືອນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 19 ຄົນ. ທັງນີ້ ລາຍງານຂອງສະຫະປະຊາຊາດ (UN) ລະບຸມີພົນລະເຮືອນອັບການິດສະຖານຢ່າງໜ້ອຍ 1.662 ຄົນເສຍຊີວິດຈາກເຫດຮຸນແຮງໃນຮອບ 6 ເດືອນທຳອິດ ຖືເປັນສະຖິຕິສູງທີ່ສຸດນັບແຕ່ປີ 2009 ແລະ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອັບການິດສະຖານຫລາຍກວ່າ 2.500 ຄົນເສຍຊີວິດໃນໄລຍະເວລາດຽວກັນ.

