ພັນລະຍາທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ຖືກສານຕັດສິນຕິດຄຸກ 10 ປີ ຂໍ້ຫາຮັບສິນບົນ

ສານສູງ ມາເລເຊຍ ຕັດສິນໃຫ້ນາງ ຣອສມາ ມານຊໍ ອາຍຸ 70 ປີ ພັນລະຍາ ຂອງ ອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ຕິດຄຸກເປັນເວລາ 10 ປີ ຂໍ້ຫາຮັບສິນບົນເພື່ອແລກປ່ຽນກັບການໃຫ້ບໍລິສັດໜຶ່ງໄດ້ເຮັດສັນຍາໃນໂຄງການຂອງລັດຖະບານ.

ຄຳຕັດສິນຕິດຄຸກອະດີດໃນວັນທີ 1 ກັນຍາ 2022 ຜ່ານມາ, 1 ອາທິດກ່ອນໜ້ານີ້ຜົວຂອງນາງຖືກສານສູງສຸດສັ່ງຕິດຄຸກເປັນເວລາ 12 ປີ ໃນຄວາມຜິດຂໍ້ຫາທຸຈະລິດມູນຄ່າຫລາຍພັນລ້ານໂດລາ ທີ່ກ່ຽວກັບການສໍ້ໂກງເງິນກອງທຶນເພື່ອການພັດທະນາຂອງລັດ 1 Malaysia Development Berhad ຫລື 1MDB. ທ່ານ ນາຈິບ ຖືກສົ່ງເຂົ້າຄຸກທັນທີ ເນື່ອງຈາກບໍ່ຊະນະໃນການອຸທອນຄັ້ງສຸດທ້າຍ.

ທ່ານ ນາງ ຣອສມາ ຖືກປັບໄໝສູງເຖິງ 970 ລ້ານຣິງກິດ ເຊິ່ງເປັນໂທດປັບໄໝສູງສຸດໃນປະຫວັດສາດຂອງມາເລເຊຍ ດ້ວຍຂໍ້ຫາຮັບສິນບົນຫລາຍກວ່າ 3 ຂໍ້ຫາ. ນອກນັ້ນ ຍັງຖືກຕັ້ງຂໍ້ຫາຟອກເງິນ ແລະ ໜີພາສີອີກ 17 ຂໍ້ຫາໃນອີກຄະດີໜຶ່ງ. ແຕ່ນາງໄດ້ປະຕິເສດຂໍ້ກ່າວຫາຮຽກຮັບສິນບົນ 3 ຂໍ້ຫາ ລະຫວ່າງປີ 2016-2017 ເພື່ອຊ່ວຍບໍລິສັດແຫ່ງໜຶ່ງໃຫ້ເປັນຜູ້ຊະນະໂຄງການໂຮງໄຟຟ້າພະລັງງານແສງຕາເວັນມູນຄ່າ 279 ລ້ານໂດລາຂອງລັດຖະບານມາເລເຊຍ ພາຍໃຕ້ການນຳຂອງຜົວນາງ.

ໄອຍະການກ່າວວ່າ: ນາງ ຣອສມາ ເອີ້ນສິນບົນ 187,5 ລ້ານຣິງກິດ ແລະ ໄດ້ຮັບ 6,5 ລ້ານຣິງກິດ ຈາກເຈົ້າໜ້າທີ່ຂອງບໍລິສັດທີ່ຊະນະໂຄງການ, ແຕ່ນາງ ຣອສມາ ຂັດແຍ່ງວ່າ: ນາງຖືກອະດີດຜູ້ຊ່ວຍ ລວມທັງເຈົ້າໜ້າທີ່ຫລາຍຄົນຂອງລັດຖະບານ ແລະ ບໍລິສັດທີ່ກ່ຽວຂ້ອງກັບໂຄງການນີ້ໃສ່ຄວມ.

ອ້າງອີງ:

https://www.reuters.com/world/asia-pacific/malaysian-court-deliver-verdict-corruption-trial-former-first-lady-rosmah-2022-08-31/?utm_medium=Social&utm_source=twitter