ສານມຽນມາຕັດສິນໃຫ້ນາງ ອອງຊານ ຊູຈີ ຕິດຄຸກເພີ່ມອີກ 3 ປີ ໃນຂໍ້ຫາສໍ້ໂກງການເລືອກຕັ້ງ

ວັນທີ 2 ກັນຍາ 2022, ສານມຽນມາພິພາກສາໃຫ້ນາງ ອອງຊານ ຊູຈີ ອະດີດຜູ້ນຳມຽນມາ ຕິດຄຸກເພີ່ມອີກ 3 ປີ ພ້ອມໃຫ້ຮັບໂທດໃຊ້ແຮງງານໜັກ ຈາກຂໍ້ຫາທຸຈະລິດການເລືອກຕັ້ງເມື່ອ 2 ປີກ່ອນ.

ສານມຽນມາຕັດສິນວ່າ: ນາງ ອອງຊານ ຊູຈີ ກະທຳຄວາມຜິດຂໍ້ຫາທຸຈະລິດການເລືອກຕັ້ງທົ່ວໄປໃນເດືອນພະຈິກ 2020 ເຊິ່ງເວລານັ້ນ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ໄດ້ຮັບໄຊຊະນະຢ່າງຫລວງຫລາຍ. ສ່ວນແຫລ່ງຂ່າວທີ່ບໍ່ເຄີຍເປີດເຜີຍຊື່ໃຫ້ສຳພາດຕໍ່ສຳນັກຂ່າວ Reuters ວ່າ: ປັດຈຸບັນຍັງບໍ່ແນ່ນອນວ່າໂທດໃຊ້ແຮງງານໜັກທີ່ລວມຢູ່ນຳຈະອອກມາໃນຮູບແບບໃດ. ຂະນະທີ່ທ່ານ ອູ ວິນ ມິນ ອະດີດປະທານາທິບໍດີມຽນມາ ກໍໄດ້ຮັບໂທດດັ່ງກ່າວເຊັ່ນດຽວກັນ.

ສ່ວນພັກ NLD ໄດ້ອອກມາປະຕິເສດຄຳຕັດສິນຂອງສານ ໂດຍຢືນຢັນວ່າທາງພັກຊະນະການເລືອກຕັ້ງດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ.

ກ່ອນໜ້ານີ້, ນາງ ອອງຊານ ຊູຈີ ເຄີຍໄດ້ຮັບການຕັດສິນໂທດຕິດຄຸກ 17 ປີຈາກຂໍ້ຫາຕ່າງໆ ບໍ່ວ່າຈະເປັນການປຸກປັ່ນປະຊາຊົນໃຫ້ຕໍ່ຕ້ານກອງທັບມຽນມາ, ລະເມີດມາດຕະການໄລຍະຮັບມືສະຖານະການໂຄວິດ, ເຮັດຜິດກົດໝາຍດ້ານການສື່ສານຂອງມຽນມາ ລວມທັງຂໍ້ຫາທີ່ກ່ຽວຂ້ອງກັບການທຸຈະລິດສໍ້ລາດບັງຫລວງ ໂດຍນາງຖືກຄວບຄຸມຕົວຢູ່ພາຍໃນເຮືອນພັກນັບແຕ່ກອງທັບມຽນມາຕັດສິນໃຈກໍ່ລັດຖະປະຫານ ກ່ອນຈະຖືກຍ້າຍໄປຄວບຄຸມຕົວຢູ່ຄຸກໃນນະຄອນຫລວງເນປີດໍ ໃນເດືອນມິຖຸນາຜ່ານມາ.

ອ້າງອີງ: