ດິນເຈື່ອນທັບເຮືອນປະຊາຊົນຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 16 ຄົນ

ທາງການອິນເດຍລາຍງານວ່າ: ພົບຜູ້ເສຍຊີວິດແລ້ວ 16 ຄົນ ຈາກເຫດດິນເຈື່ອນທັບເຮືອນປະຊາຊົນຢູ່ບ້ານອິຣຊໍວາດີ (Irshalwadi) ໃນລັດມະຫາຣາດຣະ ທາງຕາເວັນຕົກ ໃນຄືນວັນທີ 19 ກໍລະກົດ ສົ່ງຜົນໃຫ້ເຮືອນຫລາຍຫລັງເປ່ເພເສຍຫາຍ ແລະ ຄາດວ່າອາດມີປະຊາຊົນຕົກຄ້າງຢູ່ໃຕ້ຊາກດິນອີກຫລາຍສິບຄົນ.

ໂດຍປະຕິບັດການຄົ້ນຫາ ແລະ ຊ່ວຍເຫລືອເປັນໄປຢ່າງຍາກລຳບາກ ທ່າມກາງສະພາບອາກາດບໍ່ຄ່ອຍດີ ເຊິ່ງໃນວັນທີ 20 ກໍລະກົດ ເກີດຝົນຕົກໜັກເຮັດໃຫ້ເຈົ້າໜ້າທີ່ຕ້ອງໂຈະການຄົ້ນຫາ ແລະ ເລີ່ມຕົ້ນຫາອີກໃນວັນທີ 21 ກໍລະກົດ. ຂະນະທີ່ຈຸດເກີດເຫດນັ້ນຢູ່ເທິງພູ ເຮັດໃຫ້ການນຳເອົາເຄື່ອງຈັກໜັກເຂົ້າໄປຊ່ວຍຄົ້ນຫາເຮັດໄດ້ຍາກ ອີກທັງດິນທີ່ເຈື່ອນລົງມາສ່ວນຫລາຍເປັນຂີ້ຕົມທີ່ຕ້ອງໃຊ້ມືໃນການເກັບກວາດ.

Press Trust of India ລາຍງານຂໍ້ມູນຈາກເຈົ້າໜ້າທີ່ວ່າ: ມີປະຊາຊົນ 119 ຄົນ ທີ່ຍັງບໍ່ພົບຕົວ ເຊິ່ງຫລາຍຄົນອາດບໍ່ໄດ້ຢູ່ໃນເຮືອນໄລຍະທີ່ເກີດດິນເຈື່ອນ.

ທັງນີ້, ຫລາຍລັດໃນອິນເດຍຜະເຊີນຝົນຕົກໜັກໃນໄລຍະ 2 ອາທິດຜ່ານມາ ເຊິ່ງສົ່ງຜົນເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນໃນຫລາຍພື້ນທີ່ ໂດຍກົມອຸຕຸນິຍົມວິທະຍາຂອງອິນເດຍລະບຸວ່າ: ຈະມີຝົນຕົກໜັກຕໍ່ເນື່ອງໃນຫລາຍພື້ນທີ່ຂອງລັດມະຫາຣາດຣະໃນອີກ 2-3 ວັນຕໍ່ໜ້າ.

ທ່ານ ເອກນາກ ຊິນເດ (Eknath Shinde) ເຈົ້າຄອງລັດມະຫາຣາດຣະ ປະກາດຈ່າຍເງິນຊົດເຊີຍແກ່ຄອບຄົວຂອງຜູ້ເສຍຊີວິດ ຄົນລະ 500.000 ຣູປີ.

ອ້າງອີງ:

https://www.bbc.com/news/world-asia-66264958