ອາເມລິກາ ອະນຸມັດນຳໃຊ້ວັກຊີນປ້ອງກັນໂຄວິດສູດໃໝ່ ຈາກ Pfizer-Moderna ສຳລັບຮັບມືສາຍພັນໂອມິຄຣອນ

ອຢ ອາເມລິກາ ປະກາດອະນຸມັດນຳໃຊ້ວັກຊີນສູດໂອມິຄຣອນ BA.4 ແລະ BA.5 ຂອງ Pfizer ແລະ Moderna.

ອົງການອາຫານ ແລະ ຢາອາເມລິກາ (FDA) ອອກປະກາດໃນວັນທີ 31 ສິງຫາ 2022​ ວ່າ: ໄດ້ມີການອະນຸມັດນຳໃຊ້ວັກຊີນປ້ອງກັນໂຄວິດ-19 ສູດໃໝ່ ສຳລັບໃຊ້ເປັນເຂັມສັກກະຕຸ້ນເພື່ອຮັບມືເຊື້ອສາຍພັນໂອມິຄຣອນແລ້ວ ຄາດວ່າຈະໄດ້ຮັບວັກຊີນຊຸດທຳອິດຈາກຜູ້ພັດທະນາພາຍໃນອາທິດໜ້າ.

ໂດຍວັກຊີນຂອງ 2 ບໍລິສັດທີ່ໄດ້ຮັບການອະນຸມັດໃຫ້ນຳໃຊ້ເປັນກໍລະນີສຸກເສີນ ຄືວັກຊີນ Pfizer-BioNTech COVID-19 Vaccine, Bivalent (Original and Omicron BA.4/BA.5) ຈາກ Pfizer-BioNTech ແລະ ວັກຊີນ mRNA-1273.222 ຈາກ Moderna ເຊິ່ງທັງສອງເປັນວັກຊີນສູດປະສົມແບບເຄິ່ງຕໍ່ເຄິ່ງ ຂອງເຊື້ອສາຍພັນດັ້ງເດີມ ແລະ ເຊື້ອສາຍພັນໂອມິຄຣອນ.

ຜ່ານມາ, ວັກຊີນປ້ອງກັນໂຄວິດ-19 ທີ່ໃຊ້ສັກທົ່ວໂລກເປັນວັກຊີນທີ່ພັດທະນາຂຶ້ນຈາກເຊື້ອດັ້ງເດີມທັງໝົດ ແລະ ພົບວ່າວັກຊີນທີ່ໃຊ້ຢູ່ນັ້ນມີປະສິດທິພາບໃນການຮັບມືເຊື້ອກາຍພັນສາຍພັນໃໝ່ໆຫລຸດລົງ, ທາງຜູ້ພັດທະນາຈຶ່ງຈຳເປັນຕ້ອງມີການວິໄຈວັກຊີນສູດໃໝ່ທີ່ມີການປັບປຸງເພື່ອປ້ອງກັນເຊື້ອກາຍພັນໄດ້ດີຂຶ້ນ.

ສຳລັບວັກຊີນຂອງ Pfizer ນັ້ນຈະໃຊ້ສັກໃຫ້ຜູ້ທີ່ມີອາຍຸ 12 ປີຂຶ້ນໄປ ເຊິ່ງໄດ້ຮັບວັກຊີນຢ່າງໜ້ອຍ 2 ເຂັມມາແລ້ວ 2 ເດືອນຂຶ້ນໄປ, ສ່ວນຂອງ Moderna ໄດ້ຮັບອະນຸມັດໃຫ້ສັກໃນກຸ່ມຜູ້ທີ່ມີອາຍຸ 18 ປີຂຶ້ນໄປ.

ສຳລັບໃນກຸ່ມເດັກອາຍຸ 5-11 ປີ ທາງ Pfizer ມີແຜນຈະຍື່ນຂໍອະນຸມັດຈາກ FDA ອີກໃນຕົ້ນເດືອນຕຸລານີ້.

ອ້າງອີງ:

https://apnews.com/article/covid-vaccine-omicron-booster-shot-227514678d25a99b65b7ee092735fb03

https://www.washingtonpost.com/health/2022/08/31/fall-booster-shots/