ມີສຽງປືນໃກ້ຊາຍແດນ ບັງກະລາເທດ-ມຽນມາ

ລັດຖະບານມຽນມາກ່າວວ່າ: ເຈົ້າໜ້າທີ່ອົບພະຍົບປະຊາຊົນທີ່ບໍ່ແມ່ນມຸດສະລິມຈຳນວນ 4.000 ຄົນທາງຕາເວັນຕົກສຽງເໜືອຂອງລັດຍະໄຂ່, ຂະນະທີ່ມີສຽງປືນດັງຕໍ່ເນື່ອງຈາກກອງທັບຕອບໂຕ້ກອງກຳລັງຕິດອາວຸດຊາວໂຣຮິງຢາ ທ່າມກາງຊາວໂຣຮິງຢາອີກຫລາຍພັນຄົນຫລົບໜີອອກນອກຊາຍແດນໄປບັງກະລາເທດໃນວັນທີ 27 ສິງຫາ.
ລັດຖະບານມຽນມາຖະແຫລງວ່າ: ຈຳນວນຜູ້ເສຍຊີວິດຈາກເຫດຄວາມຮຸນແຮງຈາກກຸ່ມຕິດອາວຸດຊາວໂຣຮິງຢາໂຈມຕີສະຖານີຕຳຫລວດຫລາຍແຫ່ງມີຈຳນວນເພີ່ມເປັນ 98 ຄົນ ເປັນສະມາຊິກກຸ່ມຕິດອາວຸດ 80 ຄົນ ແລະ ກອງກຳລັງຮັກສາຄວາມໝັ້ນຄົງ 12 ຄົນ. ຂະນະດຽວກັນມີຊາວໂຣຮິງຢາອີກຫລາຍພັນຄົນສ່ວນຫລາຍເປັນຜູ້ຍິງ ແລະ ເດັກນ້ອຍທີ່ພະຍາຍາມອົບພະຍົບໜີຂ້າມແມ່ນ້ຳນາບທີ່ແບ່ງເຂດແດນລະຫວ່າງມຽນມາກັບບັງກະລາເທດ ແລະ ເຂດແດນທາງບົກ. ນັກຂ່າວຣອຍເຕີລາຍງານວ່າ: ໄດ້ຍິນສຽງປືນຈາກທາງຝັ່ງມຽນມາໃນວັນທີ 27 ສິງຫາ ຍິ່ງເຮັດໃຫ້ຊາວໂຣຮິງຢາອົບພະຍົບໄປໃນພື້ນທີ່ທີ່ເປັນເຂດທັບຊ້ອນຂອງທັງສອງປະເທດ.

