ຜູ້ຍິງຢູ່ອັບການິດສະຖານລວມຕົວກັນປະທ້ວງ ຫລັງຕາລີບັນຫ້າມເປີດຮ້ານເສີມຄວາມງາມ

ວັນທີ 19 ກໍລະກົດຜ່ານມາ, ຜູ້ຍິງຊາວອັບການິດສະຖານຫລາຍຄົນໄດ້ອອກມາລວມຕົວກັນປະທ້ວງຢູ່ນະຄອນຫລວງຄາບູນ ເພື່ອສະແດງຈຸດຢືນຕໍ່ຕ້ານຄຳສັ່ງຫ້າມເປີດຮ້ານເສີມຄວາມງາມຂອງລັດຖະບານຕາລີບັນ. ຂະນະທີ່ສະຖານະການເປັນໄປດ້ວຍຄວາມເຄັ່ງຕຶງ ໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ຍິງປືນຂຶ້ນຟ້າ ແລະ ສີດນ້ຳເພື່ອພະຍາຍາມສະຫລາຍການຊຸມນຸມ.

ຢ້ອນກັບໄປໃນເດືອນສິງຫາ ປີ 2021 ຫລັງຕາລີບັນໄດ້ກັບມາຄອງອຳນາດຢູ່ອັບການິດສະຖານອີກເທື່ອໜຶ່ງ, ພວກເຂົາໄດ້ເລີ່ມມີຄຳສັ່ງກີດກັນຜູ້ຍິງບໍ່ໃຫ້ເຂົ້າສຶກສາໃນໂຮງຮຽນມັດທະຍົມຕອນປາຍ ແລະ ມະຫາວິທະຍາໄລ. ອີກທັງຍັງສັ່ງຫ້າມບໍ່ໃຫ້ຜູ້ຍິງເຂົ້າໃຊ້ບໍລິການໃນສະຖານທີ່ສາທາລະນະຕ່າງໆເຊັ່ນ: ສວນສາທາລະນະ, ສວນເຄື່ອງຫລິ້ນ ແລະ ບ່ອນອອກກຳລັງກາຍ ລວມທັງສັ່ງໃຫ້ຜູ້ຍິງແຕ່ງກາຍຢ່າງມິດຊິດໃນບ່ອນສາທາລະນະ.

ຫລ້າສຸດໃນເດືອນມິຖຸນາຜ່ານມາ, ກະຊວງສົ່ງເສີມຄຸນນະທຳ ແລະ ປ້ອງກັນອະບາຍຍະມຸກໄດ້ສັ່ງໃຫ້ຮ້ານເສີມຄວາມງາມຫລາຍພັນແຫ່ງໃນປະເທດ ຕ້ອງປິດໃຫ້ບໍລິການພາຍໃນໄລຍະເວລາ 1 ເດືອນ.

ໃນທ້າຍປີ 2001 ກອງກຳລັງຮ່ວມທີ່ນຳໂດຍອາເມລິກາບຸກເຂົ້າໄປໃນອັບການິດສະຖານ ເຮັດໃຫ້ກຸ່ມຕາລີບັນໝົດອຳນາດໄປ ແລະ ເມື່ອຊາວອັບການິດສະຖານໄດ້ຮັບອິດສະຫລະພາບນັ້ນ ຮ້ານເສີມຄວາມງາມໃນນະຄອນຫລວງກາບູນ ແລະ ເມືອງອື່ນໆ ກໍເລີ່ມເກີດຂຶ້ນເປັນດອກເຫັດ ໂດຍຮ້ານເສີມຄວາມງາມເຫລົ່ານີ້ຖືເປັນລາຍໄດ້ຫລັກຂອງຫລາຍຄອບຄົວ. ອີກທັງຍັງເປັນສາທາລະນະສະຖານພຽງບໍ່ເທົ່າໃດແຫ່ງທີ່ຜູ້ຍິງຈະມີໂອກາດເຂົ້າສັງຄົມເພື່ອພົບປະໂອ້ລົມກັບຜູ້ຍິງນຳກັນ.

ໂດຍກະຊວງສົ່ງເສີມຄຸນນະທຳ ແລະ ປ້ອງກັນອະບາຍຍະມຸກໃຫ້ເຫດຜົນໃນການອອກຄຳສັ່ງດັ່ງກ່າວວ່າ: ເງິນຈຳນວນມະຫາສານທີ່ຖືກໃຊ້ໄປກັບການເສີມຄວາມງາມເຮັດໃຫ້ເກີດຄວາມລຳບາກຕໍ່ຄອບຄົວທີ່ທຸກຍາກ. ຂະນະທີ່ບໍລິການເສີມຄວາມງາມບາງຢ່າງບໍ່ຖືກຕ້ອງຕາມຫລັກສາສະໜາອິດສະລາມ ແລະ ການແຕ່ງໜ້າຫລາຍເກີນໄປເຮັດໃຫ້ຜູ້ຍິງບໍ່ສາມາດລະໝາດໄດ້ຢ່າງເໝາະສົມ, ສ່ວນການຕໍ່ຂົນຕາ ແລະ ການມ້ວນຜົມກໍບໍ່ເໝາະສົມເຊັ່ນກັນ.

ອ້າງອີງ: