Pukk ຂາຕັ້ງແທັບເລັດແບບແມ່ເຫຼັກ ສາມາດໝຸນໄດ້ອິດສະຫຼະ ແລະ ໃຊ້ໄດ້ທັງໂທລະສັບມືຖື
Pukk ຂາຕັ້ງແທັບເລັດແບບແມ່ເຫຼັກ ທີ່ສາມາດໝຸນ, ເອນ ແລະ ອ່ຽງໄດ້ຢ່າງອິດສະຫຼະ ໂດຍຂາຕັ້ງຈະເປັນແທ່ນກະບອກຂະໜາດກະທັດຮັດ, ສາມາດພົກພາໄດ້, ມີນໍ້າໜັກພຽງພໍທີ່ຈະເຮັດໃຫ້ວາງແລ້ວບໍ່ເລື່ອນໄປມາໃນຂະນະການໃຊ້ ມີຂາພ້ອມແມ່ເຫຼັກສໍາລັບຕິດດ້ານຫຼັງແທັບເລັດ ໂດຍຂາ ແລະ ແຜ່ນແມ່ເຫຼັກນັ້ນ ສາມາດປັບໃຫ້ໝຸນ ຫຼື ອ່ຽງໄດ້ຮອບທິດທາງຕາມຄວາມຕ້ອງການ ແລະ Pukk ຈະມາພ້ອມແຜ່ນແມ່ເຫຼັກສໍາລັບຕິດດ້ານຫຼັງແທັບເລັດ ເພື່ອໃຫ້ສາມາດຕິດກັບແມ່ເຫຼັກຢູ່ຂາຕັ້ງໄດ້ ແລະ ນອກຈາກຈະໃຊ້ກັບແທັບເລັດແລ້ວ ຍັງສາມາດໃຊ້ກັບໂທລະສັບໄດ້ເຊັ່ນກັນ.

Pukk ເປັນອຸປະກອນທີ່ເກີດຈາກການລະດົມທຶນໃນ Kickstarter ໂດຍຄາດວ່າອາດຈະພ້ອມວາງຈໍາໜ່າຍໃນເດືອນທັນວາ 2017 ນີ້.

