ວິທີເຊື່ອງການກົດ like ແລະ following ບໍ່ໃຫ້ຄົນອື່ນເຫັນເທິງ facebook

​ໄລຍະນີ້ການກົດ like ຂອງໜຸ່ມໆອາດຢູ່ໃນສາຍຕາເພື່ອນຍິງ ຫຼື ສາວໆບໍ່ໜ້ອຍ ໂດຍສະເພາະຜູ້ຕິດຕາມເພຈ Sexy ຕ່າງໆ, ແຕ່ບໍ່ຢາກໃຫ້ໝູ່ເພື່ອນ ຫຼື ຄົນອື່ນໆເຫັນວ່າຕົນເອງກໍາລັງຕິດຕາມເພຈດັ່ງກ່າວຢູ່. ດັ່ງນັ້ນ ເຮົາມີເຄັດລັບວິທີການເຊື່ອງການກົດ Like facebook Page ແລະ Following ບໍ່ໃຫ້ຮູ້ວ່າເຮົາຕິດຕາມເພຈໃດຢູ່.

            ເລີ່ມຈາກເຂົ້າເວັບໄຊ facebook.com ຜ່ານທາງເວັບບຣາວເຊີຣ໌ເທິງຄອມພິວເຕີ ແລ້ວ Login ຕາມປົກກະຕິ. ຈາກນັ້ນເຂົ້າໄປທີ່ໜ້າ Facebook Profile ຂອງຕົນເອງ ແລ້ວຄິກ More ເລືອກ Manage Sections

            ຈາກນັ້ນເລື່ອນມາດ້ານລຸ່ມ ຊອກລາຍການຕິກຖືກທີ່ Likes ດັ່ງຮູບ ຫາກບໍ່ມີເຄື່ອງໝາຍຖືກໃຫ້ຕິກຖືກໜ້າ Likes ປາກົດຢູ່ແລ້ວຄິກ Save ເພື່ອບັນທຶກ.

            ຈາກນັ້ນຄິກທີ່ແທັບ More ອີກຄັ້ງ ແລ້ວເລືອກ Likes.

            ກໍຈະພົບເພຈຕ່າງໆທີ່ເຈົ້າເຄີຍ Likes ຕິດຕາມ ຕໍ່ໄປໃຫ້ຄິກທີ່ໄອຄອນສໍບໍລິເວນຫົວມຸມຂວາເທິງຂອງ Likes ດັ່ງຮູບ ແລ້ວເລືອກທີ່ Edit the Privacy of Your Likes.

            ກໍຈະເຫັນໝວດປະເພດຂອງເພຈຕ່າງໆທີ່ເປີດແບບ Public ຢູ່ ແນະນໍາຖ້າເຈົ້າຕ້ອງການເຊື່ອງການກົດ like ບໍ່ໃຫ້ຄົນອື່ນເຫັນ ໃຫ້ຄິກທີ່ໜ່ວຍໂລກ (Public) ປ່ຽນເປັນແມ່ກະແຈ ( Only Me ) ທັງໝົດທຸກໝວດໃນໜ້າ Privacy of Likes ເພື່ອເຊື່ອງທຸກເພຈທີ່ເຮົາ Likes ໃນ  facebook ທັງໝົດ ຫຼັງຈາກນັ້ນຈະຮູ້ເພາະເຮົາເຈົ້າຂອງບັນຊີ facebook ພຽງຄົນດຽວ.

            ຈາກນັ້ນຄິກທີ່ສໍ ແລ້ວເລືອກ Edit the Privacy of your Follows.

            ຈາກນັ້ນຕັ້ງຄ່າຄວາມເປັນສ່ວນຕົວຕາມຄວາມຕ້ອງການຂອງເຈົ້າຂອງບັນຊີ ແຕ່ແນະນໍາສຳລັບຄົນທີ່ມັກຄວາມເປັນສ່ວນຕົວ ຕ້ອງເລືອກທີ່ Only Me ທັງ 2 ໃນສ່ວນ Friend List ແລະ  Following ດັ່ງຮູບ ແລ້ວຄິກທີ່ Done ພຽງເທົ່ານີ້ເພຈຕ່າງໆກໍບໍ່ສະແດງໃຫ້ໝູ່ເພື່ອນ ຫຼື ຄົນອື່ນໆ​ເຫັນວ່າເຮົາ Likes ຫຼືFollow. ດັ່ງນັ້ນ ການຕັ້ງຄ່າຄວາມເປັນສ່ວນຕົວທາງ facebook ກໍເປັນສິ່ງສໍາຄັນທີ່ຕ້ອງຮູ້.