ກໍາປູເຈຍຢືນຢັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ H5N1 ຄົນທີ 3 ແລ້ວໃນປີນີ້

ກະຊວງສາທາລະນະສຸກຂອງກໍາປູເຈຍຢືນຢັນວ່າ: ເດັກຍິງອາຍຸ 2 ປີ ຈາກແຂວງໄພຣແວງ ທີ່ຢູ່ທາງຕາເວັນອອກສຽງໃຕ້ ເສຍຊີວິດຈາກພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຖືເປັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກຄົນທີ 3 ຂອງປະເທດແລ້ວໃນປີນີ້.
ວັນທີ 10 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ເດັກຍິງຄົນດັ່ງກ່າວມີຜົນກວດໄຂ້ຫວັດສັດປີກສາຍພັນດັ່ງກ່າວເປັນບວກ ໃນວັນທີ 9 ຕຸລາຜ່ານມາ. ເຖິງຢ່າງໃດກໍຕາມ, ກະຊວງສາທາລະນະສຸກກໍາປູເຈຍບໍ່ໄດ້ເປີດເຜີຍເວລາເສຍຊີວິດທີ່ແນ່ນອນ.
ລາຍງານໂດຍກະຊວງສາທາລະນະສຸກຂອງກໍາປູເຈຍລະບຸອີກວ່າ: ມີການໃຫ້ຢາ Tamiflu ຫລື Oseltamivir ເຊິ່ງເປັນຢາຕ້ານໄວຣັສສໍາລັບປ້ອງກັນໄຂ້ຫວັດສັດປີກແພ່ລະບາດໃຫ້ກຸ່ມຜູ້ສໍາຜັດໂດຍກົງກັບເດັກຍິງຄົນດັ່ງກ່າວແລ້ວ.
ອົງການອະນາໄມໂລກ (WHO) ລະບຸວ່າ: ພະຍາດໄຂ້ຫວັດສັດປີກຈາກເຊື້ອໄວຣັສສາຍພັນ H5N1 ມັກແພ່ກະຈາຍລະຫວ່າງສັດປີກທີ່ຕິດເຊື້ອ, ແຕ່ບາງຄັ້ງສາມາດແພ່ຈາກສັດປີກສູ່ຄົນໄດ້. ພະຍາດນີ້ຈຶ່ງຍັງເປັນໄພຄຸກຄາມຕໍ່ສຸຂະພາບຂອງຄົນ. WHO ເນັ້ນວ່າ: ຕ້ອງຮັບປະທານອາຫານຈາກສັດປີກທີ່ປຸງສຸກເທົ່ານັ້ນ.
